ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ)

11:04 | 26/08/2022

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (5 ກັນຍາ 1962 – 5 ກັນຍາ 2022), 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022), ຫວ່າງແລ້ວນີ້, ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ​ແຂວງ ກວາງ​ນາມ ຟານ​ວຽດ​ເກື່ອງ ຕາງໜ້າ​ຄະນະ​ປະຈຳ​ພັກ​ແຂວງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ກັບ​ຄະນະ​ຜູ້​ແທນ​ແຂວງ ອັດ​ຕະປື (ລາວ) ນໍາໂດຍ ທ່ານ ເລັດ ໄຊຍະພອນ, ກໍາມະການສູນກາງພັກ, ເລຂາພັກ, ເຈົ້າແຂວງໆອັດຕະປື ເປັນຫົວໜ້າຄະນະ ໄປຢ້ຽມຢາມ ແລະ ເຮັດວຽກ.

ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ
FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ

ທ່ານ​ເລຂາ​ຄະນະ​ພັກ​ແຂວງ ກວາງ​ນາມ ຟານ​ວຽດ​ເກື່ອງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຖື​ວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ແຂວງ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ອັດ​ຕະປື (ລາວ). ປີ 2022 ​ແມ່ນ​ຂີດ​ໝາຍ​ພິ​ເສດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ.

ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ)
ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ). (ພາບ: TTXVN)

ທ່ານ​ເຈົ້າ​ແຂວງອັດ​ຕະປື ​ໃຫ້​ຮູ້​ວ່າ: ອັດ​ຕະປື​ ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ ກອນ​ຕູມ (ຫວຽດນາມ) ດ້ວຍ​ເນື້ອ​ທີ່​ກະສິກຳ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ແຂວງອັດຕະປື ປາດຖະໜາຢາກພັດທະນາ ແລະ ແລກປ່ຽນດ້ານເສດຖະກິດກັບ ແຂວງ ກວາງນາມ. ອັດ​ຕະ​ປື ມີ​ທ່າແຮງ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ເຂື່ອນໄຟຟ້ານ້ຳ​ຕົກ ແລະ ມີ​ແຫຼ່ງ​ແຮ່​ທາດ​ຫຼາຍ​ຢ່າງ ເພື່ອ​ດຶງ​ດູດ ແລະ ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ລົງ​ທຶນ​ສຳ​ຫຼວດ. ມີ​ວິ​ສາ​ຫະ​ກິດ ກວາງ​ນາມ ຫຼາຍ​ແຫ່ງ​ມາ​ລົງ​ທຶນ​ຢູ່​ແຂວງ. ພິ​ເສດ​ແມ່ນ​ບໍ​ລິ​ສັດ​ ທ່າ​ໂກ ​ເຈື່ອງ​ໄຮ ​ໄດ້​ລົງ​ທຶນ​ພັດ​ທະ​ນາ​ກະ​ສິ​ກຳ, ປ່າໄມ້​ຢູ່​ອັດ​ຕະ​ປື. ອັດ​ຕະ​ປື ພວມຮຽກຮ້ອງ​ໃຫ້​​ ທ່າ​ໂກ ​ເຈື່ອງ​ໄຮ ລົງທຶນ​ໃນຂົງເຂດລ້ຽງ​ງົວ ​ແລະ ປູກ​ຕົ້ນໄມ້ກິນໝາກ... ອັດ​ຕະປື ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ກວາງ​ນາມ ບໍ່​ພຽງ​ແຕ່​ໃນ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ການປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບນຳອີກ...

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ກວາງ​ນາມ ​ແຕ່​ວັນ​ທີ 21-23 ສິງຫາ, ຄະນະ​ຜູ້​ແທນ​ແຂວງ ອັດ​ຕະປື ​ໄດ້​ຊອກ​ຮູ້​ບາງ​ຮູບ​ແບບ​ເສດຖະກິດ, ການທ່ອງທ່ຽວ, ທັດສະນະ ​ແລະ ​ເຮັດ​ວຽກ​ກັບ​ບໍລິສັດ ທາ​ໂກ ​ເຈືອງ​ໄຮ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.