ແຂວງເງະອານ ຈະຮັບເອົານັກຮຽນລາວ ມາຮຽນຂັ້ນມັດທະຍົມຕອນປາຍ | |
ແຂວງເງະອານ ແລະ 3 ແຂວງຂອງລາວ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສົມທົບກັນຊອກຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2022-2023 |
ຕອນເຊົ້າວັນທີ 2 ຕຸລາ, ພະແນກສຶກສາ ແລະ ກໍ່ສ້າງ ແຂວງເງະອານ ສສ.ຫວຽດນາມ ໄດ້ຈັດພິທີຕ້ອນຮັບນັກຮຽນບໍາລຸງສ້າງໃນຫຼັກສູດການສຶກສາຊັ້ນມັດທະຍົມຕອນປາຍໃຫ້ແກ່ນັກຮຽນບັນດາແຂວງຂອງ ສປປ ລາວ, ສົກຮຽນ 2023-2024.
ນີ້ແມ່ນເນື້ອໃນເພື່ອແນໃສ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ຂອງການນໍາແຂວງເງະອານ ກ່ຽວກັບການເພີ່ມທະວີການພົວພັນສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານກັບ ສປປ ລາວ ເວົ້າລວມ, ສໍາລັບຂົງເຂດ: ການຄ້າ, ການສຶກສາ-ບໍາລຸງສ້າງ, ສາທາລະນະສຸກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...
![]() |
ບັນດາຜູ້ແທນ 2 ປະເທດ ຖ່າຍຮູບເປັນທີ່ລະນຶກກັບນັກຮຽນລາວ ທີ່ມາຮໍ່າຮຽນຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ເລກ 2. ພາບ: ມິຮ່າ |
ໃນ 10 ກວ່າປີຜ່ານມາ, ແຂວງເງະອານ ໄດ້ຮັບນັກຮຽນ, ນັກສຶກສາຂອງປະເທດເພື່ອນລາວ ມາຮຽນຢູ່ແຂວງເງະອານ 2.322 ກວ່າຄົນ. ໃນຈໍານວນນີ້, ປັດຈຸບັນມີຫຼາຍຄົນໄດ້ກາຍເປັນການນໍາ ແລະ ພວມດໍາລົງຕໍາແໜ່ງທີ່ສໍາຄັນໃນອົງການແຫ່ງລັດຂອງລາວ.
ໂດຍສືບຕໍ່ບັນດາໝາກຜົນທີ່ບັນລຸໄດ້, ໃນສົກຮຽນນີ້, ແຂວງເງະອານ ຈະສືບຕໍ່ບໍາລຸງສ້າງນັກຮຽນລາວ ໃນຊັ້ນມັດທະຍົມຕອນປາຍ. ໃນສົກຮຽນທໍາອິດ, ທາງໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ເລກ 2 ຈະຕ້ອນຮັບນັກຮຽນຈໍານວນ 31 ຄົນທີ່ມາຈາກ 6 ແຂວງ: ຊຽງຂວາງ, ຫົວພັນ, ບໍລິຄໍາໄຊ, ວຽງຈັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຂອງລາວ.
ກ່າວຄໍາເຫັນທີ່ພິທີ, ທ່ານ ຖາຍວັນແທ່ງ ຫົວໜ້າພະແນກການສຶກສາ ແລະ ກໍ່ສ້າງ ແຂວງເງະອານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍນັກຮຽນລາວ 31 ຄົນ ທີ່ມາຮຽນເປັນຊຸດທຳອິດຢູ່ແຂວງເງະອານ ແລະ ອວຍພອນໃຫ້ພວກນ້ອງ ມີຜົນການຮໍ່າຮຽນທີ່ດີເລີດໃນຊຸດຮຽນຂອງຕົນ.
ທ່ານ ຖາຍວັນແທ່ງ ເຊື່ອໝັ້ນວ່າ ການຮັບນັກຮຽນລາວ ມາຮໍ່າຮຽນຢູ່ແຂວງເງະອານ ຈະເຮັດໃຫ້ສອງປະເທດ ລາວ - ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງຕື່ມອີກ.
ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ພວກນ້ອງນັກຮຽນໃນໄລຍະເວລາທີ່ຮໍ່າຮຽນຢູ່ໂຮງຮຽນ, ຂະແໜງສຶກສາ ແລະ ກໍ່ສ້າງ ແຂວງເງະອານ ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດບົດບາດ, ຄວາມຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ; ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ພວກນ້ອງມີຄວາມອຸ່ນອ່ຽນໃຈດໍາລົງຊີວິດ ແລະ ຮໍ່າຮຽນ.

ບູນມີ
ຂ່າວທີ່ກ່ຽວຂ້ອງ

ໜູນຊ່ວຍປະຊາຊົນປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມຢ່າງທັນການ

ແຂວງເງະອານ ສສ ຫວຽດນາມ: ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີ

ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ
ທ່ານອາດຈະມັກ

ພົບປະມິດຕະພາບປະຊາຊົນຫວຽດນາມ-ຈີນ

ການນໍາຫວຽດນາມ ສົ່ງຈົດໝາຍອວຍພອນປີໃໝ່ລາວ ແລະກໍາປູເຈຍ

ຢ້ຽມຢາມ, ອວຍພອນປີໃໝ່ ສະຖານກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີມິນ

ການໄປປະຕິບັດງານຂອງປະທານສະພາແຫ່ງຊາດຫວຽດນາມ ສ້າງກໍາລັງໜູນໃໝ່ຊຸກຍູ້ການພົວພັນກັບບັນດາປະເທດ

ເຕັມໄປດ້ວຍຄວາມຮັກແພງອັນອົບອຸ່ນ ຫວຽດນາມ ໃນໂອກາດບຸນປີໃໝ່ຂອງບັນດາປະເທດເພື່ອນມິດ
