ໜູນຊ່ວຍປະຊາຊົນປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມຢ່າງທັນການ

06:25 | 28/09/2021

ຕາມບົດລາຍງານຂອງຄະນະຊີ້ນໍາປ້ອງກັນ, ຕ້ານໄພທຳມະຊາດ ແລະຊອກຫາກູ້ໄພກູ້ຊີບແຂວງເງະອານ, ຝົນຕົກໜັກໃນເກືອບ 3 ມື້ຜ່ານມາໄດ້ເຮັດໃຫ້ໜຶ່ງຄົນເສຍຊີວິດ, ນ້ຳຖ້ວມເຮືອນເກືອບ 700 ຫຼັງ.

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ
ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

ຝົນຕົກໜັກໄດ້ເຮັດໃຫ້ຖະໜົນຫຼາຍສາຍຖືກນ້ໍາຖ້ວມ, ການຈະລາຈອນຕິດຂັດ. ບັນດາກໍາລັງທີ່ກ່ຽວຂ້ອງໄດ້ສົມທົບກັນຕັ້ງຈຸດສະກັດກັ້ນຕະຫຼອດ 24 ຊົ່ວໂມງເພື່ອແນະນໍາປະຊາຊົນ ແລະພາຫະນະໄປມາ, ຮັບປະກັນຄວາມປອດໄພ.

ໜູນຊ່ວຍປະຊາຊົນປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມຢ່າງທັນການ
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກວິ່ງຖ້ວນ (ທະຫານຊາຍແດນແຂວງເງະອານ) ຂົນເຄື່ອງຊ່ວຍເຫຼືອໄປຊ່ວຍປະຊາຊົນທ້ອງຖິ່ນ. ພາບ: qdnd.vn.

ພິເສດ, ຝົນຕົກໜັກໄດ້ເຮັດໃຫ້ຫຼາຍຕາແສງຢູ່ເມືອງກວິ່ງລືວ ຖ້ວມໜັກ, ຫຼາຍຮ້ອຍຄອບຄົວຕ້ອງອົບພະຍົບຢ່າງຮີບດ່ວນ. ຕໍ່ໜ້າການຜັນແປຝົນຕົກນ້ຳຖ້ວມຢ່າງສັບສົນຂອງຝົນຕົກນ້ຳຖ້ວມນີ້, ຄະນະກໍາມະການປະຊາຊົນເມືອງກວິ່ງລືວ ໄດ້ລະດົມພະນັກງານ, ນັກຮົບກອງທັບ, ທະຫານລາດປ້ອງກັນຕົວໄປຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ. ຄ້າຍທະຫານຊາຍແດນກວິ່ງຖ້ວນ (ທະຫານຊາຍແດນແຂວງເງະອານ) ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຊ່ວຍປະຊາຊົນຢູ່ເຂດຖືກຮັບຄວາມເສຍຫາຍຢ່າງໜັກໜ່ວງ, ໂຄສະນາ, ແນະນໍາປະຊາຊົນຢູ່ເທດສະບານເກົ່າຢາດ, ຕາແສງກວິ່ງຮົ່ງ (ເມືອງກວິ່ງລືວ) ຫຼີກນໍ້າຖ້ວມຢ່າງປອດໄພ; ຄ້າຍທະຫານຊາຍແດນນາລອຍ (ທະຫານຊາຍແດນແຂວງເງະອານ) ໄດ້ສົ່ງກໍາລັງໄປປັບດິນຫີນທີ່ເຈື່ອນລົງມາ, ຮັບປະກັນຄວາມສະດວກໃຫ້ແກ່ການຈາລະຈອນ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.