ແຂວງເງະອານ ສສ ຫວຽດນາມ: ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີ

08:16 | 03/12/2019

ຍສໝ - ວັນທີ 2 ທັນວາ, ຢູ່ກອງບັນຊາການທະຫານປ້ອງກັນຊາຍແດນ ເງະອານ, ພິທີຊຸມນຸມມິດຕິງສະເຫຼີມສະຫຼອງວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີ ໄດ້ຖືກຈັດຂຶ້ນຢ່າງສົມກຽດ.

ແຂວງເງະອານ ສສ ຫວຽດນາມ: ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີ

ພິທີສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີຖືກຈັດຂຶ້ນຢູ່ແຂວງເງະອານ.(ພາບ: baonghean)

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງໃກ້ຊິດສະໜິດຕິດພັນ, ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນ, ປະຊາຊົນສອງປະເທດຫວຽດນາມ-ລາວ ມີສາຍພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນມາແຕ່ດົນນານ. ພິເສດ, ນັບແຕ່ເມື່ອມີການກໍາເນີດ ແລະນໍາພາຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສາຍພົວພັນນັ້ນນັບມື້ນັບເປີດກວ້າງ, ພັດທະນາ ແລະຍົກສູງຂຶ້ນ. ສາຍພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ສ້າງເປັນກຳລັງແຮງມະຫັດສະຈັນດ້ານຈິດໃຈ ແລະວັດຖຸ, ຊ່ວຍໃຫ້ປະຊາຊົນສອງປະເທດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຮ່ວມທຸກຮ່ວມສຸກນໍາກັນ “ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງປັນກັນກິນ”, ຊະນະທຸກສັດຕູ, ນໍາສອງປະເທດເຖິງໄຊຊະນະ. ທ່ານພັນເອກ ວີໂຕ້ດີ້ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງ ເງະອານແບ່ງປັນວ່າ: ຜ່ານພິທີຊຸມນຸມມິດຕິງສະເຫຼີມສະຫຼອງຖືກຈັດຂຶ້ນໃນແຕ່ລະປີ ເພື່ອສືບຕໍ່ໂຄສະນາສຶກສາໃຫ້ຄົນລຸ່ນໜຸ່ມ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຊຶ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້, ທັງນີ້ກໍເພື່ອໃຫ້ພວກເຮົາເສີມສ້າງນ້ຳໃຈສາມັກຄີ ມິດຕະພາບ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. ຕອນບ່າຍວັນດຽວກັນ, ຢູ່ໂຮງຮຽນຕ່າງໆໃນບໍລິເວນນະຄອນວີງ ກໍລ້ວນແຕ່ຈັດຕັ້ງລາຍການພົບປະແລກປ່ຽນ ສະແດງສິລະປະ ເພື່ອຂ່ຳນັບຊົມເຊີຍວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີ.

ໃນຕະຫຼອດ 44 ປີຜ່ານມາ, ໃນເງື່ອນໄຂຍັງປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໄດ້ເສີມຂະຫຍາຍມູນເຊື້ອການປະຕິວັດອັນອົງອາດກ້າແກ່ນ, ມານະພະຍາຍາມບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ເປັນໜ້ານິຍົມນັບຖືໃນກິດຈະການສ້າງສາ ແລະພັດທະນາເສດຖະກິດ-ສັງຄົມ, ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄວ້ຢ່າງໝັ້ນຄົງ, ປັບປຸງການດໍາລົງຊີວິດຂອງປະຊາຊົນ, ເປີດກວ້າງການພົວພັນຕ່າງປະເທດ. ຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈຕິດຕາມ ແລະຖືໄຊຊະນະຂອງລາວ ຄືດັ້ງໄຊຊະນະຂອງການປະຕິວັດຫວຽດນາມ. ພວກເຮົາກໍ່ເຊື່ອໝັ້ນວ່າປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າອີກໃນກິດຈະການພັດທະນາ ແລະປົກປັກຮັກສາປະເທດຊາດ, ສ້າງສາປະເທດລາວ ໃຫ້ມີສັນຕີພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.