ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ

16:52 | 27/10/2023

ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ

ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024 ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024
ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ  ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ

ວັນທີ 23 ຕຸລາ, ຢູ່ກອງພັນຝຶກແອບ-ເຄື່ອນທີ່, ກອງບັນຊາການທະຫານຊາຍແດນແຂວງກວາງນາມ (ຫວຽດນາມ) ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນໃຫ້ແກ່ພະນັກງານຂອງກໍາລັງປ້ອງກັນຊາຍແດນ ສັງກັດກອງບັນຊາການທະຫານແຂວງເຊກອງ, ປະເທດລາວ.

ພາຍຫຼັງຝຶກອົບຮົມມາເປັນເວລາ 20 ວັນ, ບັນດາພະນັກງານຂອງລາວ ໄດ້ສຳເລັດຕາມຫຼັກສູດການຝຶກອົບຮົມດ້ວຍເນື້ອໃນດ້ານການເມືອງ ແລະ ການທະຫານ; ວິຊາສະເພາະວຽກງານຄຸ້ມຄອງ ແລະປ້ອງກັນຊາຍແດນ.

ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ

ທ່ານພັນເອກພິເສດ ຟານວັນທິ ມອບໃບຍ້ອງຍໍໃຫ້ແກ່ບັນດາພະນັກງານຂອງລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: baoquangnam.vn

ທ່ານພັນເອກພິເສດ ຟານວັນທິ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງກວາງນາມ ຫວັງວ່າ ພາຍຫຼັງກັບຄືນກົມກອງ, ບັນດາພະນັກງານກຳລັງປ້ອງກັນຊາຍແດນແຂວງເຊກອງ ຈະສືບຕໍ່ສົມທົບກັບກຳລັງປ້ອງກັນຊາຍແດນແຂວງກວາງນາມ ແກ້ໄຂບັນຫາທີ່ເກີດຂຶ້ນໃນຂະນະທີ່ປະຕິບັດໜ້າທີ່ວຽກງານ; ປະກອບສ່ວນຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ ແລະກອງບັນຊາການທະຫານຊາຍແດນແຂວງກວາງນາມ ແລະກອງບັນຊາການທະຫານແຂວງເຊກອງ ເວົ້າສະເພາະ.

ໃນໂອກາດນີ້, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານຂອງລາວ ທີ່ສໍາເລັດຫຼັກສູດຂອງການຝຶກອົບຮົມດ້ວຜົນງານທີ່ດີເລີດ 4 ຄົນ .

ບູນມີ

ເຫດການ
302 Found

Found

The document has moved here.