ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3%

14:24 | 14/03/2023

ວັນ​ທີ 13 ມີນາ​ນີ້, ທະນາຄານ​ໂລກ (WB) ​ໄດ້​ປະກາດ​ບົດ​ລາຍ​ງານ “ອັບເດດສະພາບ​ການ​ເສດຖະກິດ​ຫວຽດນາມ” ​ໃນ​ເດືອນ ມີນາ 2023. ຕາມ​ນັ້ນ​ແລ້ວ, ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ໃນ​ປີ 2023 ຄາດ​ວ່າ​ຈະ​ບັນລຸ 6,3%.

ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ
ທະນາຄານໂລກ ສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນໄລຍະທາງຂອງການເຄື່ອນໄຫວພັດທະນາ ທະນາຄານໂລກ ສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນໄລຍະທາງຂອງການເຄື່ອນໄຫວພັດທະນາ

ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຄາດຄະເນຢູ່ໃນລະດັບ 6,3% ໃນປີນີ້. ແງ່ຫວັງຂອງພື້ນຖານເສດຖະກິດແມ່ນຕັ້ງໜ້າ ແຕ່ປະສົບກັບຄວາມຫຍຸ້ງຍາກທັງຢູ່ພາຍໃນ ແລະ ຕ່າງປະເທດ ຮຽກຮ້ອງຕ້ອງເພີ່ມທະວີການສົມທົບ ແລະ ມີກັບນະໂຍບາຍເພື່ອຮັບມື. ນີ້ແມ່ນຂໍ້ສັງເກດໂດຍທະນາຄານໂລກ (WB) ປະຈຳ ຫວຽດນາມ ຍົກອອກມາໃນການປະກາດບົດລາຍງານທົບທວນຄືນ - ອັບເດດສະພາບເສດຖະກິດ ຫວຽດນາມ ເດືອນ ມີນາ 2023 ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 13 ມີນາ, ຢູ່ຮ່າໂນ້ຍ.

ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3%

ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3%. (ພາບປະກອບ)

ໃນການໄຈ້ແຍກບັນດາເນື້ອໃນລະອຽດທີ່ໄດ້ຍົກອອກມາໃນບົດລາຍງານທົບທວນຄືນ - ອັບເດດສະພາບເສດຖະກິດ ຫວຽດນາມ ເດືອນ ມີນາ 2023, ທ່ານນາງ Dorsati Madani, ນັກຊ່ຽວຊານເສດຖະກິດຂັ້ນສູງຂອງ WB, ຜູ້ຂຽນບົດລາຍງານ, ຖືວ່າ:

“ພວກຂ້າພະເຈົ້າຄາດຄະເນການເຕີບໂຕໃນປີນີ້ແມ່ນປະມານ 6,3%, ຕ່ຳກ່ວາເມື່ອທຽບໃສ່ປີກ່ອນ. ບັນດາຄວາມຕ້ອງການພາຍນອກ, ພິເສດແມ່ນໄລຍະເຄິ່ງຕົ້ນປີ, ຈະອ່ອນກ່ວາປີກາຍ ຍ້ອນການຜັນແປທີ່ເກີດຂຶ້ນຢູ່ ອາເມລິກາ ແລະ ເອີລົບ ກ່ຽວຂ້ອງເຖິງນະໂຍບາຍການເຕີບໂຕ, ຄວບຄຸມໄພເງິນເຟີ້, ຫລຸດອັດຕາດອກເບ້ຍ. ບັນດາພື້ນຖານເສດຖະກິດນີ້ຈະຫລຸດລະດັບການເຕີບໂຕ. ດັ່ງນັ້ນ, ເຮັດໃຫ້ກຳລັງຊື້ສິນຄ້າຂອງ ຫວຽດນາມ ກໍ່ຖືກຫລຸດລົງ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນເຄິ່ງທ້າຍປີນີ້, ພວກຂ້າພະເຈົ້າກໍ່ເຫັນໄດ້ແງ່ຫວັງ, ຍ້ອນຄວາມຕ້ອງການຈາກພາຍນອກ, ຈາກ ອາເມລິກາ ແລະ ເອີລົບ ຈະຟື້ນຟູດີກ່ວາ ແລະ ຄວາມຕ້ອງການສຳລັບສິນຄ້າ ສົ່ງອອກຂອງ ຫວຽດນາມ ແນ່ນອນວ່າຈະໝັ້ນຄົງວາອີກ”.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.