ຫວຽດ​ນາມ ແລະ Tonga ສ້າງ​ຕັ້ງ​ກ​ານ​ພົວ​ພັນ​ທາງ​ການ​ທູດ

16:27 | 22/09/2023

ຍສໝ - ວັນທີ 21 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາງ Fekitamoeloa Utoikamanu ລັດຖະມົນຕີການຕ່າງປະເທດ ລາຊະອານາຈັກ Tonga, ໄດ້ພ້ອມກັນເປັນສັນຂີພິຍານພິທີລົງນາມຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ Tonga.

ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດ​າ​ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​ຂອງ ອາ​ຊຽນ ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດ​າ​ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​ຂອງ ອາ​ຊຽນ
ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການກວດ​ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ 500 ຄົນ ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການກວດ​ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ 500 ຄົນ

ໃນຂອບເຂດການປຶກສາຫລືລວມຂັ້ນສູງກອງປະຊຸມ ສະມັດຊາໃຫຍ່ ສປຊ ຢູ່ນິວຢອກ (ອາເມລິກາ), ວັນທີ 21 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາງ Fekitamoeloa Utoikamanu ລັດຖະມົນຕີການຕ່າງປະເທດ ລາຊະອານາຈັກ Tonga, ໄດ້ພ້ອມກັນເປັນສັນຂີພິຍານພິທີລົງນາມຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ Tonga. ພິທີລົງນາມໄດ້ດຳເນີນລະຫວ່າງເອກອັກຄະລັດຖະທູດ 2 ທ່ານ, ຫົວໜ້າຄະນະຜູ້ຕາງໜ້າສອງປະເທດປະຈຳ ສປຊ.

ຫວຽດ​ນາມ ແລະ Tonga ສ້າງ​ຕັ້ງ​ກ​ານ​ພົວ​ພັນ​ທາງ​ການ​ທູດ

ທ່ານລັດຖະມົນຕີການຕ່່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ເຫດການນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດ, ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາການພົວພັນສອງຝ່າຍ ໃນໄລຍະຈະມາເຖິງ, ຕອບສະໜອງຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ມິດຕະພາບໃນພາກພື້ນ ແລະ ໂລກ.

ສ່ວນທ່ານນາງ Fekitamoeloa Utoikamanu ກໍ່ສະແດງຄວາມຍິນດີຕໍ່ເລື່ອງສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ແລະ ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນ ໃນການຮ່ວມມືຫຼາຍຢ່າງ. ທ່ານນາງສະແດງຄວາມປາດຖະໜາຢາກໃຫ້ສອງປະເທດພ້ອມກັນຊຸກຍູ້ການຮ່ວມມືໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື ການທ່ອງທ່ຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິນໃນນ້ຳ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.