ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ

10:32 | 21/09/2023

ຍສໝ - 20 ວັນ​ໃນ​ການ​ໄລົງຕົວຈິງ, ນັກ​ສຶກ​ສາ​ລາວ​ຂອງ​ໂຮງ​ຮຽນ ມິດ​ຕະ​ພາບ T78 ໄດ້​ດຳ​ລົງ​ຊີ​ວິດ​ໃນ​ບັນ​ຍາ​ກາດ​ຄອບ​ຄົວ, ພ້ອມກັນກິນ​ອາ​ຫານ​ພື້ນ​ເມືອງ​ຫວຽດ​ນາມ, ລົງຕົວຈິງວຽກ​ງານ​ກະ​ສິ​ກຳ​ຄື: ຕັກ​ນ້ຳເຂົ້າສວນເຂົ້ານາ, ຈົກ​ດິນ, ປູກ​ຜັກ... ພວກ​ລູກ​ຫຼານກໍ່ແນະນຳ ເເຕ່ລະຈັງຫວະ​ພື້ນ​ຖານ​ໃນການ​ຟ້ອນລຳວົງ​ຂອງ​ຊາວ​ລາວໃຫ້ພໍ່​ແມ່​ຊາວ​ຫວຽດ​ນາມ​.

ນັກສຶກສາລາວເວົ້າພາສາຫວຽດໄດ້ຄ່ອງແຄ້ວກວ່າຫຼັງຈາກອາໄສພໍ່ແມ່ຊາວຫວຽດນາມ ນັກສຶກສາລາວເວົ້າພາສາຫວຽດໄດ້ຄ່ອງແຄ້ວກວ່າຫຼັງຈາກອາໄສພໍ່ແມ່ຊາວຫວຽດນາມ
ນັກສຶກສາລາວ ນັກສຶກສາລາວ "3 ຮ່ວມກັນ" ກັບພໍ່ແມ່ຊາວຫວຽດນາມ
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
​ໃນ​ໄລຍະ 20 ວັນ (ແຕ່​ວັນ​ທີ 15/03 ຫາ​ວັນ​ທີ 04/04), ນັກ​ສຶກສາ ລາວ 162 ຄົນທີ່​ຮຽນ​ຢູ່​ໂຮງຮຽນ ມິດຕະພາບ T78 (ຕາ​ແສງ ​​ເຖາະລົກ, ​ເມືອງ ຟຸກ​ເຖາະ, ຮ່າ​ໂນ້ຍ) ​ໄດ້​ກິນ​ເຂົ້າ​ ແລະ ດຳລົງ​ຊີວິດ​ຮ່ວມ ​ແລະ ​ເຄື່ອນ​ໄຫວ​ວັດທະນະທຳ​ຊຸມ​ຊົນ​ກັບ​ພໍ່​ແມ່, ອ້າຍ​ນ້ອງ ຫວຽດນາມ. ກິນເຂົ້າແລງຄາບທຳອິດກັບແມ່ ເຈືອງທິຫຍຽວ (ຢູ່ໝູ່ບ້ານ ເບື໋ອມ, ຕາແສງ ​​ເຖາະລົກ), ບັນດາລູກສາວຊາວລາວ ແລະ ແມ່ ໄດ້ເຮັດຕົ້ມໄກ່, ປີ້ງຊີ້ນ, ປີ້ງກະດູກຂ້າງ (ພາບ: ຫາຍອານ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
ບັນດາລູກສາວລາວໄດ້ລື້ງເຄີຍກັບບັນຍາກາດຄອບຄົວໂດຍໄວ ແລະ ຮ້ອງຄາລາໂອເກະຢ່າງມີຄວາມສຸກ (ຮູບຕັດຈາກຄລິບ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
​ເຮືອນ​ມີ​ໜອງ​ນ້ຳ, ພໍ່​ແມ່​ຊາວ​ຫວຽດນາມ ​ກໍ່ເຮັດຄັນເບັດໃຫ້​ລູກ​ຫຼານ​ຊາວ​ລາວ ​ຕຶກ​ປາ (​ພາບ: ​ເວທີ​ຕາແສງ​​​​ເຖາະລົກ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
ພວກ​ນ້ອງ​ຍັງ​ໄດ້​ຮູ້ຈັກ​ກັບ​ວຽກ​ງານ​ປະ​ຈໍາ​ວັນ​ຂອງປະຊາຊົນຈາກ​ການ​ຫົດຜັກ... (ພາບ: ​ເວທີ​ຕາແສງ​​​​ເຖາະລົກ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
... ມາຂຸດດິນ ​ແລະ ພູນດິນ​ຕົ້ນ​ໄມ້ (ພາບ: ​ເວທີ​ຕາແສງ​​​​ເຖາະລົກ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
ບັນດານັກ​ສຶກ​ສາ​ລາວ​ປູກ​ຜັກ​ບົ່ວ​ກັບ​ປະ​ຊາ​ຊົນ​ຢູ່​ຕາ​ແສງ ເຖາະລົກ(ພາບ: ​ເວທີ​ຕາແສງ​​​​ເຖາະລົກ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
ຢ້ຽມຢາມ​ບັນດາ​ຮູບ​ແບບ​ຟາມຂອງ​ຊາວ​ຕາ​ແສງ ​ເຖາະລົກ, ນ້ອງໆ​ໄດ້​ຮຽນ​ຮູ້​ຊີວິດໃນ​ການ​ເຮັດ​ວຽກ, ແບບວິທີປູກຝັງ, ລ້ຽງ​ສັດ​ຂອງ​ຊາວ​ທ້ອງ​ຖິ່ນ, ປະຕິບັດຕົວຈິງຮ່ຳຮຽນພື້ນຖານ​ພາສາ​ຫວຽດນາມ ​ໂດຍ​ຜ່ານ​ການ​ຟັງ - ຄວາມ​ເຂົ້າ​ໃຈ - ການສື່ສານ​ກັບ​ປະຊາຊົນ ​ແລະ ​ຈົດກ່າຍບັນທຶກປະຈຳວັນເພື່ອຮ່ຳຮຽນເອົາ (ພາບ: ​ເວທີ​ຕາແສງ​​​​ເຖາະລົກ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
ນັກສຶກສາລາວ ໄປທັດສະນະສຶກສາຮູບແບບສວນ - ໜອງນໍ້າ - ລົກ/ຄອກ (ພາບ: T78 ໂຮງຮຽນມິດຕະພາບ)
ພໍ່ແມ່ຊາວຫວຽດນາມ ແລະ ລູກຫຼານລາວ ຮ່ວມກັນເຮັດນາ, ຟ້ອນລຳວົງ
ໃນ​ຕອນ​ແລງ​ທ້າຍ​ອາ​ທິດ, ບັນດາຄອບ​ຄົວ​ຊຸມນຸມກັນ​ຢູ່ຫໍ​ວັດ​ທະ​ນະ​ທຳ. ບັນດາລູກຊາວລາວ ​ໄດ້​ແນະນຳຈັງຫວະ​ການ​ຟ້ອນລຳວົງ​ໃຫ້ພໍ່​ແມ່​ຊາວ​ຫວຽດນາມ​ (ພາບ: ​ເວທີ​ຕາແສງ​​​​ເຖາະລົກ)

ດີງເລື້ອງ

ເຫດການ
302 Found

Found

The document has moved here.