ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ຫວຽດນາມ ແລະ ລາວ ດ້ວຍຜະລິດຕະພັນ ແລະ ໝາກຜົນຕົວຈິງ

15:37 | 17/09/2023

ຕອນບ່າຍ ວັນທີ 14 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງຽດນາມ ຟາມມິງ ຈິງໄດ້ຕ້ອນຮັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ທ່ານ ຄຳເຈນ ວົງໂພສີ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະທີ່ກຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ນາຍົກລັດຖະມົນຕີ ຟາມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ທ່ານຄຳເຈນ ວົງໂພສີ, ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ(ພາບຈາກ VGP/Nhật Bắc)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ທ່ານ ຄຳເຈນ ວົງໂພສີ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ (ພາບຈາກ VGP/Nhật Bắc)

ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຄັ້ງນີ້ຈະບັນລຸໝາກຜົນຢ່າງຕັ້ງໜ້າ ແລະ ແທ້ຈິງ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນລະຫວ່າງສອງຄະນະຮ່ວມມືຂອງຂອງສອງປະເທດ ແລະ ສອງກະຊວງແຜນການ ແລະ ການລົງທຶນ ໃຫ້ນັບມື້ໜັກແໜ້ນຂຶ້ນກວ່າເກົ່າ. ຜ່ານນັ້ນ ກໍປັບປຸງ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພີເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດຫວຽດນາມ-ລາວ ໃນທຸກດ້ານໃຫ້ເຂັ້ມແຂງ.

ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ເຖິງແມ່ນວ່າສະພາບການຂອງໂລກ ແລະ ພາກພື້ນຈະມີການຜັນແປຢ່າງສັບສົນຂຶ້ນອີກ ແລະ ຍາກທີ່ຈະຄາດເດົາໄດ້ນັ້ນ, ສິ່ງທ້າທາຍທົດສອບຫຼາຍກວ່າກາລະໂອກາດ ແຕ່ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ລັດຖະບານລາວ ແລະ ປະເທດລາວອ້າຍນ້ອງ ຈະສາມາດຜັນຂະຫຍາຍແຜນການ ແລະ ໜ້າທີ່ທີ່ວາງອອກຢ່າງມີໄຊ.

ທ່ານນາຍົກລັດຖະມົນຕີຢືນຢັນອີກວ່າ ນະໂຍບາຍສະເໝີຄົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍໃຫ້ຄວາມສຳຄັນ ແລະ ໃຫ້ບູລິມະສິດສູງສຸດຕໍ່ການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ-ລາວ, ຖືນັ້ນເປັນຊັບສົມບັດອັນລໍ້າຄ່າ ຊຶ່ງມີຄວາມໝາຍເປັນຕາຍຕໍ່ພາລະກິດແຫ່ງການປະຕິວັດຂອງແຕ່ລະປະເທດ.

ໃນຕໍ່ໜ້ານີ້, ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ສອງກະຊວງແຜນການ-ການລົງທຶນ ແລະ ສອງຄະນະກຳມະການຮ່ວມມືຂອງສອງປະເທດສົມທົບກັນໃຫ້ແໜ້ນແຟ້ນ ເພື່ອຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງສອງປະເທດ ຮ່ຕັ້ງໜ້າຜັນຂະຫຍາຍໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ເກີດດອກອອກຜົນບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວ, ຍູ້ແຮງກົນໄກຂອງຄະນະກຳມະການຮ່ວມສອງປະເທດ, ກະກຽມກອງປະຊຸມຂອງຄະນະກຳມະການຮ່ວມມືຂອງລັດຖະບານຫວຽດນາມ ແລະ ລາວ ຄັ້ງທີ 46 ໃຫ້ປະສົບຜົນສຳເລັດຢ່າງຈົບງາມໃນແຜນການຮ່ວມມືປີ 2023 ນີ້, ປະກອບສ່ວນເຮັດໃຫ້ຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດມີຜົນສຳເລັດດ້ວຍຜະລິດຕະພັນ ແລະ ໝາກຜົນຕົວຈິງ, ສ້າງບາດກ້າວກະໂດດຂັ້ນໃໝ່.

ໃນນັ້ນ ທ່ານນາຍົກລັດຖະມົນຕີກໍເນັ້ນວ່າ ຄວນຍູ້ແຮງການເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດໃຫ້ເຂັ້ມແຂງ ໂດຍສະເພາະແມ່ນການເຊື່ອມຕໍ່ຄົມມະນາຄົມສອງປະເທດ, ຄົ້ນຄວ້າການສ້າງລະບົບເສັ້ນທາງດ່ວນ ແລະ ລະບົບທາງລົດໄຟ ວຽງຈັນ-ຫວຸງອາງ, ປັບປຸງ, ແກ້ໄຂຈຸດທີ່ເປັນອຸປະສັກ ເພື່ອບຸກຍູ້ບັນດາໂຄງການຮ່ວມມືຕົ້ນຕໍນັ້ນໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໂຄງການຮ່ວມມືໃໝ່, ຊຸກຍູ້ການເຄື່ອນໄຫວລົງທຶນຂອງລັດວິສາຫະກິດຂອງສອງປະເທດດ້ວຍກົນໄກ, ນະໂຍບາຍທີ່ສອດຄ່ອງເໝາະສົມ, ເສີມຂະຫຍາຍທ່າແຮງດ້ານຕະຫຼາດ ແລະ ວັດສະດຸຊຶ່ງກັນແລະກັນ, ຍົກສູງມູນຄ່າການຄ້າສອງປະເທດໃຫ້ສູງຂຶ້ນເພື່ອຊ່ວຍໜູນຊຶ່ງກັນແລະກັນຜ່ານຂ້າມຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະກອບສ່ວນຊ່ວຍໃຫ້ແຕ່ລະປະເທດສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນໃຫ້ກວ້າງຂວາງ, ແທດຈິງ ແລະ ຮອບດ້ານ.

ນາຍົກລັດຖະມົນຕີ ຟາມມິງຈິງ ຢືນຢັນວ່າ ຫວຽດນາມຈະຢູ່ຄຽງຂ້າງລາວ, ໃຫ້ການຊ່ວຍເຫຼືອລາວຈົນສຸດຄວາມສາມາດຂອງຕົນ(ພາບຈາກ VGP/Nhật Bắc)
ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ຢືນຢັນວ່າ ຫວຽດນາມຈະຢູ່ຄຽງຂ້າງລາວ, ໃຫ້ການຊ່ວຍເຫຼືອລາວຈົນສຸດຄວາມສາມາດຂອງຕົນ (ພາບຈາກ VGP/Nhật Bắc)

ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງປະເທດສືບຕໍ່ປັບປຸງ, ຍົກສູງການພົວພັນດ້ານການເມືອງ, ການທູດ ແລະ ພົບປະແລກປ່ຽນຂັ້ນບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນການຮ່ວມມືດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອຮັກສາຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ ໂດຍສະເພາະແມ່ນຮັບປະກັນຄວາມເປັນລະບຽບຮຽບຮ້ອຍລຽບຕາມເສັ້ນຊາຍແດນ, ສົມທົບກັນຢ່າງແໜ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສ່ວນ ທ່ານລັດຖະມົນຕີ ຄຳເຈນ ສົງໂພສີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ຊົມເຊີຍຜົນສຳເລັດໃນການສ້າງສາພັດທະນາປະເທດຊາດ ແລະ ໝາກຜົນທາງດ້ານການເຊື່ອມໂຍງກັບຕ່າງປະເທດຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ຝາກຄວາມຢື້ຢາມຖາມຂ່າວຂອງທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເຖິິງທ່ານນາຍົກລັດຖະມົນຕີ ຟາມມິງຈິງ.

ທ່ານລັດຖະມົນຕີ ຄຳເຈນ ວົງໂພສີ ຍັງໄດ້ແຈ້ງຜົນສຳເລັດຂອງກອງປະຊຸມກາງສະໄໝຂອງຄະນະກຳມະການຮ່ວມມືສອງປະເທດ ຕໍ່ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ແລະ ສະເໜີຕໍ່ຝ່າຍຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອລາວໃນການເປັນປະທານອາຊຽນໝູນວຽນ ປີ 2024 ອີກດ້ວຍ.

ລັດຖະມົນຕີກະຊວງແຜນການ-ການລົງທຶນລາວ, ຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ໃນນາມສ່ວນຕົວທ່ານກ່າວວ່າ: ຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ເຂັ້ມແຂງຂຶ້ນຕື່ມ, ເຮັດໃຫ້ຂໍ້ຕົກລົງ ແລະ ການຊີ້ນຳຂອງການນຳຂັ້ນສູງທັງສອງປະເທດໃຫ້ປະກົດຜົນເປັນຈິງ ໃນນັ້ນມີທັງເນື້ອໃນຈິດໃຈທີ່ທ່ານນາຍົກລັດຖະມົນຕີໄດ້ມີຄຳເຫັນໄປແລ້ວ, ສືບຕໍ່ປັບປຸງສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວໃຫ້ຍືນຍົງຂະນົງແກ່ນຕະຫຼອດໄປ.

ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ຢືນຢັນວ່າ ຫວຽດນາມຈະຢູ່ຄຽງຂ້າງ ແລະ ໃຫ້ການຊ່ວຍເຫຼືອເພື່ອນລາວຕາມຄວາມສາມາດຂອງຕົນ ໃນນັ້ນມີທັງການສະໜັບສະໜູນ ຊ່ວຍເຫຼືອລາວໃນການເຮັດໜ້າທີ່ເປັນປະທານອາຊຽນໝູນວຽນ ປີ 2024 ອີກດ້ວຍ.

ໂອກາດນີ້, ໂດຍຜ່ານລັດຖະມົນຕີກະຊວງແຜນການ-ການລົງທຶນລາວ ນາຍົກລັດຖະມົນຕີ ຟາມມິງຈິງ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ແລະ ບັນດາສະຫາຍໃນການນຳພັກ, ລັດຖະບານ ຂອງລາວ.

ລູກເມືອງພວນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.