EVNCPC ຫັນເປັນພະລັງງານໄຟຟ້າດີທີ່ສຸດສະໜອງໄຟຟ້າໃຫ້ແກ່ປະເທດລາວ

00:46 | 16/09/2023

ຍສໝ - ບໍລິສັດໃຫຍ່ໄຟຟ້າພາກກາງ (EVNCPC) ຫາກໍ່ໄດ້ມີການເຮັດວຽກຮ່ວມກັບຄະນະຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ຂອງລາວ (ລັດວີສະຫະກິດໄຟຟ້າລາວ - EDL) ເພື່ອເປັນເອກະພາບກ່ຽວກັບການຫັນປ່ຽນຕາໜ່າງໄຟຟ້າແຮງກາງຈາກລະດັບແຮງດັນໄຟຟ້າ 35kV ມາເປັນເຄື່ອນໄຫວລະດັບແຮງດັນໄຟຟ້າ 22kV ແລະ ໄດ້ລົງນາມສັນຍາຊື້ - ຂາຍໄຟຟ້າຄືນໃໝ່.

ອົງການ JICA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ ອົງການ JICA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ
EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ

ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ໃຫ້ ​ບໍລິສັດ​ໄຟຟ້າ​ກວາງ​ຈີ້ ສົມທົບ​ ແລະ ​ໜູນ​ຊ່ວຍ​ສາຂາ​ໄຟຟ້າ​ແຂວງ​ສາລະ​ວັນ (EDL) ປະຕິບັດການຫັນປ່ຽນຕາໜ່າງໄຟຟ້າແຮງກາງຈາກລະດັບແຮງດັນໄຟຟ້າ 35kV ມາເປັນເຄື່ອນໄຫວລະດັບແຮງດັນໄຟຟ້າ 22kV. ການ​ເຊື່ອມ​ຕໍ່​ຈະ​ໄດ້ດຳ​ເນີນ​ກ່ອນ​ວັນ​ທີ 31 ທັນວາ 2023 ​ຢູ່ສະຖານໄຟຟ້າ ສະໝ້ວຍ, ຮັບປະກັນ​ຄວາມ​ປອດ​ໄພ, ເປັນປົກກະຕິ ​ແລະ ​ມີຄວາມໄວ້ເນື້ອເຊື່ອ​ໃຈ.

​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ຕາໜ່າງ​ໄຟຟ້າ​ແຂວງ ກວາງ​ຈີ້ ​ແລະ ກຳນົດເວລາຂອງ​ສັນຍາ​ຊື້​ຂາຍໄຟຟ້າ​ທີ່​ໄດ້​ລົງ​ນາມ, ສອງ​ຝ່າຍ​ຍັງ​ໄດ້ລົບລ້າງ ​ແລະ ລົງ​ນາມ​ຄືນໃໝ່​ໃນ​ສັນຍາ​ຊື້​ຂາຍໄຟຟ້າ​ຜ່ານ​ດ່ານ​ຊາຍ​ແດນ​ລາ​ໄລ, ​ແຂວງ ກວາງ​ຈີ້ (ຫວຽດນາມ) ແລະ ເມືອງສະໝ້ວຍ, ແຂວງສາລະວັນ (ລາວ).

EVNCPC ຫັນເປັນພະລັງງານໄຟຟ້າດີທີ່ສຸດສະໜອງໄຟຟ້າໃຫ້ແກ່ປະເທດລາວ
ການແລກປ່ຽນບົດບັນທຶກລະຫວ່າງ EVNCPC - EDL

ໃນພິທີລົງນາມ, ຜູ້ຕາງໜ້າ EDL ໄດ້ສະແດງຫວັງວ່າ EVNCPC ຈະເພີ່ມທະວີສະມັດຕະພາບສະໜອງ​ໄຟຟ້າ​ໃຫ້ສູງກວ່າລະດັບປະຈຸບັນ. ໂດຍຕອບ​​ບັນຫາ​ດັ່ງກ່າວ, ​ທ່ານຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ EVNCPC ນາງ ເລທິເຟື່ອງເກີມ ຢືນຢັນ​ວ່າ: ລະບົບ​ໄຟຟ້າ​ຂອງ​ແຂວງ ກວາງ​ຈີ້ ມີ​ຄວາມ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ສະໜອງ​ໄຟຟ້າ​ຜ່ານ​ດ່ານ​ຊາຍ​ແດນ​ລາ​ໄລ ​ແລະ ລາວ​ບາວ. ທ່ານໄດ້ສະເໜີ EDL ມີເອກະສານຮຽກຮ້ອງເພື່ອເປັນພື້ນຖານລາຍງານກຸ່ມບໍລິສັດໄຟຟ້າຫວຽດນາມ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມເພື່ອຜັນຂະຫຍາຍບັນດາບາດກ້າວຕໍ່ໄປໂດຍໄວ ເພາະວ່າການລໍຖ້າບັນດາລະບຽບການບໍລິຫານທີ່ກ່ຽວຂ້ອງກັບການເພີ່ມສະມັດຕະພາບສະຫນອງໄຟຟ້າຜ່ານດ່ານຊາຍແດນ ແມ່ນຈະໃຊ້ເວລາດົນ​ນານ.

​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ພິຈາລະນາ ​ແລະ ​ເປັນເອກະພາບ​ຮ່າງ “ຂັ້ນຕອນ​ການສົມທົບ​ການ​ເຄື່ອນ​ໄຫວ ​ແລະ ແກ້​ໄຂ​ເຫດຂັດຂ້ອງກ່ຽວກັບ​ 22kV ອາໂຫງ່ – ລາໄລ ຫາ ສະໝ້ວຍ” ​ເພື່ອມຸ່ງໄປສູ່ການ​ລົງ​ນາມ ​ແລະ ນຳ​ໃຊ້​ພາຍຫຼັງ​ສັນຍາ​ຊື້​ຂາຍ​ໄຟຟ້າ​ມີ​ຜົນສັກສິດ.

ໂດຍປະຕິບັດ​ສັນຍາ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ, ​ແຕ່​ເດືອນສິງຫາ 1998, ບໍລິສັດ​ໄຟຟ້າ​ກວາງ​ຈີ້​ ເປັນ​ຫົວໜ່ວຍ​ທຳ​ອິດ​ຢູ່​ພາກ​ກາງທີ່​ສະໜອງ​ໄຟຟ້າ​ໃຫ້​ເຂດແດນ​​ສະຫວັນ - ລາວ ຜ່ານ​ດ່ານ​ຊາຍ​ແດນ​ລາວ​ບາວ-​ແດນ​ສະຫວັນ. ມາ​ຮອດ​ປີ 2003, ​ໄຟຟ້າ​ກວາງ​ຈີ້ ໄດ້​ສືບ​ຕໍ່​ສະໜອງ​ໄຟຟ້າ​ໃຫ້​ແຂວງ​ສາລະ​ວັນ​ຜ່ານ​ດ່ານ​ຊາຍ​ແດນ​ລາ​ໄລ -​ ສະໝ້ວຍ.

25 ປີ​ທີ່​ຜ່ານ​ມາ, ບໍລິສັດໃຫຍ່ໄຟຟ້າພາກກາງ ​ໄດ້​​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​​ຂະຫຍາຍ ​ແລະ ຍົກ​ລະດັບ​ຕາໜ່າງໄຟຟ້າ, ຄຸນນະພາບພະລັງງານ​ໄຟຟ້າທີ່ດີທີ່ສຸດ ​ເພື່ອ​ຕອບ​ສະໜອງຄວາມຕ້ອງການນຳໃຊ້​ໄຟຟ້າ​ຂອງ​ປະເທດລາວ ​ ທີ່ນັບມື້ນັບເພີ່ມ​ຂຶ້ນ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.