EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ

08:32 | 06/09/2022

ຍສໝ - ການສົ່ງວິສະວະກອນ ແລະ ຄົນງານຂຶ້ນພູລົງຫ້ວຍ, ເດີນເຮືອ, ຜ່ານລົມຜ່ານຝົນມາຍັງປະເທດລາວ ເພື່ອແກ້ໄຂເຫດຂັດຂ້ອງ; ມຸ່ງ​ໄປ​ເຖິງ​ຄວາມ​ຝັນຢາກ​ມີ​ໄຟຟ້າ​ໃຫ້​ແກ່​ບ້ານ​ທຸກ​ຍາກ​ທີ່​ໂດດດ່ຽວ, ຊ່ວຍ​ປະຊາຊົນ​ພັດທະນາ​ເສດຖະກິດ; ໜູນ​ຊ່ວຍ ​ແລະ ​ໃຫ້​ກູ້​ຢືມ​ອຸປະກອນ​ທັນ​ສະ​ໄໝ, ໝໍ້ແປງໄຟຟ້າ... ​ແມ່ນ​ການກະທໍາທີ່ມີຄວາມໝາຍຂອງ​ຂະ​ແໜງ​ໄຟຟ້າ​ຫວຽດນາມ ​ໃຫ້​ປະເທດລາວ. ການ​ເຄື່ອນ​ໄຫວ​ນ້ອຍໆ​ແຕ່​ລະ​ອັນ ​ມີ​ຄຸນ​ຄ່າ​ອັນ​ໃຫຍ່​ຫຼວງ​ເພື່ອ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ ແລະ ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ໄຟ​ຟ້າ​ເຈື່ອງ​ຊາ​ປະ​ກອບ​ສ່ວນ​ຮັກ​ສາ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ໝູ່​ເກາະຢ່າງໝັ້ນຄົງ ໄຟ​ຟ້າ​ເຈື່ອງ​ຊາ​ປະ​ກອບ​ສ່ວນ​ຮັກ​ສາ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ໝູ່​ເກາະຢ່າງໝັ້ນຄົງ
EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ

ຄວາມພາກພູມໃຈມາເຖິງບ້ານທຸກຍາກ

ຜູ້ທີ່ເຄີຍໄປດັກຈຶງ (ເຊກອງ, ລາວ) ເລົ່າຄືນວ່າ, ໃນເມື່ອກ່ອນ, ສະຖານທີ່ແຫ່ງນີ້, ໃນເວລາກາງຄືນ ຢ້ານທີ່ສຸດ ​ແມ່ນຄວາມຮູ້ສຶກມິດງຽບຢູ່ໃນປ່າກວ້າງໃຫຍ່ຮົກເຮື້ອວ່າງເປົ່າ, ມີແຕ່ລົມ ແລະ ສຽງແມງໄມ້. ແຕ່ມື້ນີ້ ເມືອງດັກຈຶງ ແມ່ນແຕກຕ່າງແລ້ວ. ເມື່ອເວລາກາງຄືນ, ເມືອງນ້ອຍໆນີ້ປະກົດແສງໄຟທີ່ຫຍິບຍັບ ແລະ ຫຼາກສີສັນ. ແວ່ຮ້ານກາເຟ, ດົນຕີຫວຽດນາມ, ດົນຕີລາວທີ່ດັງກ້ອງກັງວານຢູ່ໃນແສງໄຟທີ່ແຈ້ງສະຫວ່າງ.

EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ
ຕາຂ່າຍໄຟຟ້າແກ່ຍາວຈາກ ນາມຢາງ ເພື່ອສະໜອງກະແສໄຟຟ້າໃຫ້ເມືອງດັກຈຶງ, ຝ່າຍລາວ. ພາບ: CTV

ເມືອງດັກຈຶງ (ແຂວງເຊກອງ, ລາວ) ມີ 500 ກວ່າຄອບຄົວໃນ 4 ຕາແສງ ໄດ້ຊົມໃຊ້ໄຟຟ້າທີ່ຊື້ຈາກບໍລິສັດໄຟຟ້າກວາງນາມ (PC ກວາງນາມ). ນັບ​ແຕ່​ວັນ​ທີ 16 ທັນວາ 2009, ປະ​ຊາ​ຊົນ​ເມືອງ​ດັກຈຶງ ​ໄດ້ໃຊ້​ໄຟ​ຟ້າ​ຈາກ​ຫວຽດ​ນາມ. ທ່ານ Busi (ດັກຈຶງ) ​ໃຫ້​ຮູ້​ວ່າ: “​ເມື່ອຍັງ​ບໍ່​ມີ​ໄຟຟ້າ​ຊົມໃຊ້, ​ເຂດ​ຊາຍ​ແດນ​ນ້ຳ​ຢາງ - ດັກຈຶງ ​ເກືອບຄື​ວ່າຖືກໂດດ​ດ່ຽວ, ປະຊາຊົນ​ດຳລົງ​ຊີວິດ​ໃນ​ສະພາບ​ປິດ​ລ້ອມ. ບໍ່ມີໃຜກ້າທີ່ຈະຝັນວ່າມື້ຫນຶ່ງຈະມີໄຟຟ້າ. ແຕ່ວ່າຄວາມພູມໃຈໄດ້ມາເຖິງແບບບໍ່ຄາດຄິດ ​ຄື “ຂໍໄດ້ດັ່ງຄວາມຝັນ” ​ເມື່ອ​ບໍລິສັດໃຫຍ່ໄຟຟ້າພາກ​ກາງ​ຕັດສິນ​ໃຈ​ລົງທຶນ​ປະມານ 30 ຕື້​ດົ່ງ, ນຳ​ສາຍໄຟ 22 kV ​ເກືອບ 100 ກິ​ໂລ​ແມັດ​ທີ່​ນໍາເອົາ​ໄຟຟ້າ​ຈາກ​ເຂດສາມ​ແຍກ ເບັນຢັງ ​ເມືອງ ນາມຢາງ ມາຍັງຊາຍແດນ. ຫລາຍລຸ້ນຄົນມານີ້ ບ້ານເກີດຂອງຂ້າພະເຈົ້າໄດ້ປະສົບກັບຄວາມທຸກຍາກ, ຊີວິດການເປັນຢູ່ຮັດກຸມ, ຫຍຸ້ງຍາກເພາະບໍ່ມີໄຟຟ້າໃຊ້. ນັບ​ແຕ່​ມື້​ມີ​ການ​ເປີດ​ປະຕູ​​ດ່ານ​ຊາຍ​ແດນດາກ​ຕະອອກ, ຖະໜົນ​ຫົນທາງ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເປີດ​ກວ້າງ, ພິ​ເສດ​ແມ່ນ​ນັບ​ແຕ່​ມື້​ມີ​ໄຟຟ້າ​ໃຊ້, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ປ່ຽນ​ແປງ​ຫຼາຍ​ຢ່າງ.

ທ້າວ ​ເລືອງ​ບາງ - ຮອງ​ຫົວໜ້າໜ່ວຍ​ຄຸ້ມ​ຄອງ​ໄຟຟ້າ​ສັງລວມ ​​ນາມ​ຢາງ (ກວາງ​ນາມ) ຖື​ວ່າ: ນະ​ໂຍບາຍ​ຮ່ວມ​ມື​ກໍ່ສ້າງບັນດາໂຮງງານໄຟຟ້ານ້ຳຕົກ ​ແລະ ຊື້ຂາຍໄຟຟ້າ​ຂ້າມ​ຊາຍ​ແດນ​ ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ສອງ​ປະ​ເທດ. ​ເພື່ອ​ໃຫ້​ໄຟຟ້າ​ໄປ​ເຖິງ​ປະຊາຊົນ​ ດັກ​ຈຶງ ຕ້ອງ​ຜ່ານ 5 ໝໍ້ແປງໄຟຟ້າ ດ້ວຍ​ສາຍ​ສົ່ງ​ເກືອບ 150 ກິ​ໂລ​ແມັດ ​ໄປ​ທົ່ວ​ເຂດ​ພູປ່າ​ ​ເຊິ່ງຖືກ​ໄພ​ຈາກ​ດິນ​ເຈື່ອນ, ຟ້າ​ຜ່າ ​ແລະ ໄພຈາກຕົ້ນ​ໄມ້​ປ່າເປັນປະຈຳ. ສະ​ນັ້ນ, ໜ່ວຍຄຸ້ມ​ຄອງ​ໄຟຟ້າ​ນາມ​ຢາງ ຕ້ອງ​ອອກ​ແຮງ​ຢ່າງ​ລຳບາກ ​ເພື່ອ​ຮັກສາ​ຕາ​ຂ່າຍ​ໄຟຟ້າ​ໃຫ້​ປອດ​ໄພ, ຮັບປະກັນ​ຄວາມ​ເຊື່ອໝັ້ນ​ຂອງ​ການ​ສະໜອງ​ໄຟຟ້າ​ໃຫ້​ເມືອງ​ຂອງປະ​ເທດລາວ”.

EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ

ພະນັກງານໄຟຟ້າ ແດນ​ສະ​ຫວັນ ພວມປະຕິບັດໜ້າທີ່ຢູ່ສະຖານີໄຟຟ້າ. ພາບ: ຫງອກຖໍ້

ມາ​ຮອດ​ປະຈຸ​ບັນ, ໄຟຟ້າ​ຈາກ​ກວາງ​ນາມ ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ ໃຫ້​ເມືອງດັກ​ຈຶງ ​ແລະ ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນສອງປະ​ເທດ, ຮັບ​ໃຊ້​ການ​ກໍ່ສ້າງ​ບັນດາ​ໂຄງການ​ໄຟຟ້າ​ນ້ຳຕົກ ​ຢູ່​ແມ່​ນໍ້າເຊກະໝານ ​ແລະ ສ້າງ​ຕັ້ງ​ເຂດ​ແລວຕາເວັນຕົກຕາເວັນອອກທີສອງ, ​ເຊື່ອມ​ຕໍ່​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ, ກຳປູ​ເຈຍ ​ແລະ ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວກັບ​ທະ​ເລ​ຕາ​ເວັນ​ອອກຫວຽດນາມ, ສ້າງ​ການ​ພົວພັນ​ເຊື່ອມຕໍ່ລະຫວ່າງ ສອງປະ​ເທດ​ຫວຽດນາມ - ລາວ.

ຊີວິດການເປັນຢູ່ຄ່ອຍໆດີຂຶ້ນຍ້ອນ… ໄຟຟ້າ

ຈາກດ່ານຊາຍແດນແດນສະຫວັນຂອງລາວ, ປະຊາຊົນທີ່ມາຢ້ຽມຢາມເມືອງເຊໂປນ, ແຂວງສະຫວັນນະເຂດມີຄວາມປະທັບໃຈກັບແຕ່ລະແຖວເສົາໄຟຟ້າທີ່ສູງ, ຕັ້ງຊື່ຢູ່ສອງຟາກທາງຂອງບ້ານແດນສະຫວັນ. ຫຼາຍຄົນໃຫ້ຄວາມເຫັນວ່າ "ຢູ່ນີ້, ໄຟຟ້າພວມກ້າວໄປກ່ອນກ້າວໜຶ່ງ!".

ສະຖານີໄຟຟ້າໄລຍະກາງ 35/22kV ແດນສະຫວັນ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນປີ 1998. ຫົວໜ້າສະຖານີໄຟຟ້າ ວ່າງສະວົງ ແບ່ງປັນວ່າ: ສະຖານີໄຟຟ້າແດນສະຫວັນ ໄດ້ຮັບການກໍ່ສ້າງຍ້ອນການຮ່ວມມືຂອງລັດວິສາຫະກິດໄຟຟ້າຫວຽດນາມ ແລະ ລາວ. ອຸ​ປະ​ກອນ​ທີ່​ທັນ​ສະ​ໄຫມ​ທີ່​ສຸດ​ ແລະ​ ໝໍ້ແປງໄຟຟ້າ 6.300 kVA ແມ່ນລ້ວນແຕ່ໄດ້ຮັບການ​ສະ​ຫນັບ​ສະ​ຫນູນ​ ແລະ​ ໃຫ້​ກູ້​ຢືມ​ໂດຍ​ບໍ​ລິ​ສັດ​ໄຟ​ຟ້າ ແຂວງກວາງຈິ.

EVN: ສ້າງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ດ້ວຍໄຟຟ້າ

ມຸມໜຶ່ງຂອງເມືອງດັກຈຶງ (ເຊກອງ, ລາວ).

ທ່ານ ຊານເພັດ ອອກແຕ່ງ - ນາຍ​ບ້ານ ແດນ​ສະ​ຫວັນ ໃຫ້​ຮູ້​ວ່າ: ຈຳນວນ​ຄອບຄົວ​ໃນ​ບ້ານ​ມີ 319 ຄອບຄົວດ້ວຍ 1.858 ຄົນ. ກ່ອນ​ທີ່​ຈະ​ມີ​ໄຟຟ້າ​ໃຊ້, ມີ​ເກືອບ 200 ຄອບຄົວ​ທຸກ​ຍາກ, ນັບ​ແຕ່​ມີ​ໄຟຟ້າ​​ຈາກ​ຫວຽດນາມ, ຈຳນວນ​ຄອບຄົວ​ທຸກ​ຍາກ​ມີ​ພຽງ 80 ຄອບຄົວ. ຄາດ​ວ່າ​ໃນ​ສອງສາມປີຂ້າງໜ້າ, ຄອບຄົວ​ເຫຼົ່າ​ນີ້​ຈະຫຼຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ກ່ອນ​ນີ້, ເຮືອນ​ຂອງ​ນາງ​ ຈູມ​ມາລີ ຍັງ​ບໍ່​ມີ​ໄຟຟ້າ​ໃຊ້, ພຽງ​ແຕ່​ຄ້າຂາຍ​ຜັກ​ຢູ່​ຕະຫຼາດ. ​ແຕ່​ເມື່ອ​ມີ​ໄຟຟ້າ, ນາງ​ກ້າ​ກູ້​ຢືມ​ເງິນ​ເພື່ອ​ລົງທຶນ​ສ້າງ​ເຄື່ອງ​ຜະລິດ​ນ້ຳ​ສະອາດ ​ແລະ ​ເຄື່ອງ​ເຮັດ​ນ້ຳກ້ອນ. ມີບາງມື້ອາກາດຮ້ອນ, ນາງຜະລິດນ້ຳ ແລະ ນ້ຳກ້ອນ ຂາຍໃຫ້ປະຊາຊົນບໍ່ທັນ. ທຸກໆມື້ ເກັບໄດ້ 200.000 ກີບ (520.000 ດົ່ງຫວຽດນາມ).

ເຮືອນອ້າຍ ອັວນດີ ໂພນສະຫວັນ ຕິດກັບແຄມທາງຂອງບ້ານ, ເຮືອນ 3 ຊັ້ນທີ່ໃຫຍ່ງາມ,ຕິດກັບນັ້ນເປັນໂຮງສີເຂົ້າ, ກວ້າງປະມານ 100 ແມັດກະເລ ທີ່ເຕັມໄປດ້ວຍຖົງເຂົ້າສານພ້ອມກັບກໍາມະກອນສີບປາຍຄົນກໍາລັງເຮັດວຽກ. ອ້າຍ ອັວນດີ ໂພນສະຫວັນ ໃຫ້ຮູ້ວ່າຖ້າໃຊ້ເຄື່ອງປັ່ນໄຟຄືເມື່ອກ່ອນ, ເດືອນໜຶ່ງເສຍປະມານ 1.5 ລ້ານກີບ (4 ລ້ານດົງຫວຽດນາມ), ລົບຄ່າແຮງງານ, ຂົນສົ່ງ... ຈະໄດ້ກໍາໄລໜ້ອຍ, ດຽວນີ້ແຕ່ລະເດືອນຈ່າຍໃຫ້ບໍລິສັດໄຟຟ້າສະຫວັນນະເຂດ 300.000 ກີບ (800.000 ດົງຫວຽດນາມ) ເດືອນໜຶ່ງໄດ້ກໍາໄລ 5 ລ້ານກີບ (13 ລ້ານດົງຫວຽດນາມ). ຄອບຄົວຂອງລາວຊື້ລົດກະບະໄດ້ຄັນໜຶ່ງແລ້ວ ເພື່ອຂົນເຄື່ອງໄປທົ່ວທຸກບ່ອນ.

ທ່ານ ວົງສະຫວັນ - ຫົວໜ້າສະຖານີໄຟຟ້າໄລຍະກາງແດນສະຫວັນ ສະແດງຄວາມຕື້ນຕັນໃຈ: ທັງສະຖານີໄຟຟ້າ ແດນ​ສະ​ຫວັນ ມີພະນັກງານທັງໝົດ 6 ຄົນ. ມີຫຼາຍຄັ້ງທີ່ຝົນຕົກ ແລະ ມີລົມແຮງ, ສະຖານີໄຟຟ້າໄດ້ເກີດເຫດຂັດຂ້ອງ, ພະນັກງານສ່ວນຫຼາຍແມ່ນໄວໜຸ່ມ ແລະ ບໍ່ມີປະສົບການຫຼາຍ. ​ເມື່ອ​ພວກ​ຂ້າພະ​ເຈົ້າ ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ, ຝ່າຍ​ຫວຽດນາມ ​ກໍໄດ້​ສົ່ງ​ວິ​ສະ​ວະ​ກອນ ​ແລະ ຄົນ​ງານຂຶ້ນພູລົງຫ້ວຍ, ເດີນເຮືອ, ຂ້າມຝົນຂ້າມລົມມາ​ພ້ອມ​ກັບ​ພວກ​ເຮົາ​ເພື່ອ​ແກ້​ໄຂເຫດຂັດຂ້ອງ. ຈາກ​ສຸດ​ໃຈ​ຂອງ​ພວກ​ຂ້າພະ​ເຈົ້າ, ພວກ​ຂ້າພະ​ເຈົ້າ​ສະແດງຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການກະທຳ​ອັນ​ສູງ​ສົ່ງ ​ແລະ ຄວາມ​ຮັກ​ແພງ​ຂອງໝູ່ເພື່ອນ​ໄຟຟ້າ​ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.