ການ​ຮ່ວມ​ມື​ລະ​ຫວ່າງ IAEA ແລະ ຫວຽດ​ນາມ ພວມ​​ພັ​ດ​ທະ​ນາ​ອັນ​ດີ​ງາມ

11:13 | 28/08/2023

ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເຕັກນິກໂດຍ IAEA ລິເລີ່ມ

ການຮ່ວມມືລະຫວ່າງອົງການພະນັງງານປະລະມານູ ສາກົນ IAEA ແລະ ຫວຽດນາມ ພວມມີພັດທະນາອັນດີງາມ. ນີ້ແມ່ນຂໍ້ສັງເກດຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານນາງ Najat Mokhtar ຜູ້ຮັກສາການຜູ້ອຳນວຍການໃຫຍ່ ຢູ່ການພົບປະລະຫວ່າງການນຳສອງທ່ານ ທີ່ໄດ້ດຳເນີນໃນຕອນບ່າຍວັນທ 24 ກໍລະກົດ ຢູ່ວຽນນາ.

ການ​ຮ່ວມ​ມື​ລະ​ຫວ່າງ IAEA ແລະ ຫວຽດ​ນາມ ພວມ​​ພັ​ດ​ທະ​ນາ​ອັນ​ດີ​ງາມ
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງ Najat Mokhtar ຜູ້ຮັກສາການຜູ້ອຳນວຍການໃຫຍ່ IAEA (ພາບ: TTXVN)

IAEA ພວມໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການໃນຂອບເຂດ “ໂຄງການຮ່ວມມືດ້ານເຕັກນິກ ຂອງ IAEA”, ລວມມີສອງໂຄງການທີ່ມີຄວາມຈຳເປັນກ່ຽວກັບການນຳໃຊ້ນິວເຄຼຍ ໃນການແກ້ໄຂໂລກລະບາດ ທີ່ມີຕົ້ນກຳເນີດຈາກ ສັດ (ZODIAC) ແລະ ໃນການແກ້ໄຂຂີ້ເຫຍື້ອປຼາດສຕິກ ຢູ່ມະຫາສະໝຸດ (NUTEC Plastic). ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເຕັກນິກໂດຍ IAEA ລິເລີ່ມ, ທ່ານກໍ່ສະແດງຄວາມຂອບໃຈ IAEA ທີ່ໄດ້ສະໜັບສະໜູນ ຫວຽດນາມ ເຂົ້າຮ່ວມໂຄງການຮ່ວມມືສາມຝ່າຍ ລະຫວ່າງ ຫວຽດນາມ, IAEA, ລາວ/ກຳປູເຈຍ ເພື່ອແນໃສ່ໜູນຊ່ວຍສອງປະເທດບ້ານໃກ້ເຮືອນຄຽງຂອງ ຫວຽດນາມ ພັດທະນາການນຳໃຊ້ພະລັງງານປະລະມານູເພື່ອເປົ້າໝາຍສັນຕິພາບ.

ສ່ວນທ່ານນາງ Najat Mokhtar ເນັ້ນໜັກວ່າ ການຮ່ວມມືກັບ ຫວຽດນາມ ແມ່ນຮູບແບບທີ່ມີປະສິດທິຜົນ, ປະສົບຜົນສຳເລັດ ແລະ ຢັ້ງຢືນຈະສືບຕໍ່ຮ່ວມມືຍົກສູງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີໃຫ້ແກ່ ຫວຽດນາມໃນໄລຍະຈະມາເຖິງ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.