ການຢ້ຽມຢາມຂອງນາຍົກລັດຖະມົນຕີ ມາເລເຊຍ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ຫວຽດນາມ - ມາເລເຊຍ ເລິກເຊິ່ງຂຶ້ນຕື່ມ

00:00 | 21/07/2023

ຍສໝ - ການຢ້ຽມຢາມແມ່ນຂີດໝາຍໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ, ປະກອບສ່ວນຊຸກຍູ້ການຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນທຸກຂົງເຂດ ໃຫ້ນັບມື້ນັບພັດທະນາຢ່າງແຮງ

ການຢ້ຽມຢາມຂອງນາຍົກລັດຖະມົນຕີ ມາເລເຊຍ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ຫວຽດນາມ - ມາເລເຊຍ ເລິກເຊິ່ງຂຶ້ນຕື່ມ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ດິງງອກລິງ

(ພາບ: TTXVN)

ແຕ່ວັນທີ 20-21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ມາ ຫວຽດນາມ ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນເດືອນ ພະຈິກ 2022.

ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ດິງງອກລິງ ຢືນຢັນວ່າ, ການຢ້ຽມຢາມແມ່ນຂີດໝາຍໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ, ປະກອບສ່ວນຊຸກຍູ້ການຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນທຸກຂົງເຂດ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ ແລະ ບັນລຸປະສິດທິຜົນກວ່າເກົ່າ, ໂດຍສະເພາະແມ່ນໃນສະພາບການ 2 ປະເທດພວມພ້ອມກັນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973 – 2023). ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການຮ່ວມມືທີ່ຈຳເປັນ, ເໝາະສົມກັບຄວາມຕ້ອງການ ແລະ ຄວາມສາມາດຂອງ 2 ຝ່າຍໃນບັນດາຂົງເຂດທີ່ເປັນມູນເຊື້ອ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ການເມືອງ, ການທູດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ…, ພ້ອມທັງແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນອື່ນໆ. ທ່ານກໍ່ຫວັງວ່າ, ການຢ້ຽມຢາມ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໄລຍະ 2021 – 2025.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.