ນະຄອນ ໂຮ່ຈິມິນ, ໂຮ້ຍອານ ຖືກຈັດເຂົ້າບັນຊີລາຍຊື່ສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ ອາຊີ

00:00 | 21/08/2023

ຍສໝ - ຫວຽດນາມ ມີສະຖານທີ່ 2 ແຫ່ງໃນບັນຊີລາຍຊື່ນີ້, ຄື: ຄຸ້ມເມືອງເກົ່າ ໂຮ້ຍອານ (ຢືນອັນດັບທີ 13) ແລະ ນະຄອນ ໂຮ່ຈີມິນ (ຢືນອັນດັບທີ 14).

ນະຄອນ ໂຮ່ຈິມິນ, ໂຮ້ຍອານ ຖືກຈັດເຂົ້າບັນຊີລາຍຊື່ສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ ອາຊີ

ໂຮ້ຍອານ ມີຄົບທຸກປັດໃຈຂອງສະຖານທທ່ອງທ່ຽວທີ່ດູດດື່ມ

(ພາບ: ຢຸຍເຮົາ)

ໃນຕາຕະລາງຈັດອັນດັບສະຖານທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ ອາຊີ ໃນປີ 2023 ຂອງ Travel+Leisure, ຫວຽດນາມ ມີສະຖານທີ່ 2 ແຫ່ງໃນບັນຊີລາຍຊື່ນີ້, ຄື: ຄຸ້ມເມືອງເກົ່າ ໂຮ້ຍອານ (ຢືນອັນດັບທີ 13) ແລະ ນະຄອນ ໂຮ່ຈີມິນ (ຢືນອັນດັບທີ 14).

ຕາມ Travel+Leisure ແລ້ວ, ໂຮ້ຍອານ ດ້ວຍສະຖາປັດຕະຍາກຳເກົ່າແກ່, ແມ່ນແຫ່ງປະສົມປະສານຂອງຫຼາຍພື້ນຖານວັດທະນະທຳ ເມື່ອແຫ່ງນີ້ເຄີຍເປັນທ່າກຳປັ່ນການຄ້າທີ່ມີຊື່ສຽງໃນອະດີດຕະການ. ນອນຢູ່ທ່າມກາງເຂດນີ້ແມ່ນ້ຳຫຼາຍສາຍ, ທົ່ງນາ ແລະ ຫາດຊາຍທະເລ, ໂຮ້ຍອານ ມີຄົບທຸກປັດໃຈຂອງສະຖານທທ່ອງທ່ຽວທີ່ດູດດື່ມ.

ຜູ້ອ່ານຂອງ Travel+Leisure ກໍ່ມີຄວາມປະທັບໃຈຍ້ອນຊີວິດການເປັນຢູ່ທີ່ຂະຫຍັນຂັນເຄື່ອນຂອງນະຄອນ ໂຮ່ຈີມິນ. Travel+Leisure ຖືວ່າ ເພື່ອຊອກຮູ້ໄດ້ຄວາມງາມທັງໝົດ ແລະ ການດຳລົງຊີວິດຢູ່ນະຄອນຂະຫຍັນຂັນເຄື່ອນທີ່ສຸດຢູ່ ຫວຽດນາມ, ຕ້ອງໄປຢ້ຽມຢາມນະຄອນນີ້ດ້ວຍລົດຈັກ.

ບັນດາລາຍການຂອງ “ລາງວັນດີທີ່ສຸດໃນໂລກ” ປະຈຳປີເຊິ່ງ Travel+Leisure ເລືອກເອົາໂດຍອີງໃສ່ການຕີລາຄາຕົວຈິງຈາກການຢ້ຽມຢາມຂອງແຂກທ່ອງທ່ຽວໃນທົ່ວໂລກ ໃນບັນດາປັດໃຈ, ຄື: ໂຮງແຮມ, ເຂດຜັກຜ່ອນບຳລຸງສຸຂະພາບ, ນະຄອນ, ເກາະ, ກຳປັ່ນທ່ອງທ່ຽວ…

ດີງເລື້ອງ

ເຫດການ
302 Found

Found

The document has moved here.