ກວາງ​ນາມ ຕ້ອນ​ຮັບ​ນາມ​ມະ​ຍົດ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ ໃຫ້​ສຳລັບວັນ​ບຸນ​ໂຄມ​ໄຟ ໂຮ້ຍ​ອາຍ

15:00 | 10/02/2023

ຍ​ສ​ໝ - ວັນ​ທີ 5 ກຸມ​ພາ, ນະ​ຄອນ​ໂຮ້ຍ​ອານ, ແຂວງ ກ໋​ວາງ​ນາມ​ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ນາມ​ມະ​ຍົດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ​ໃຫ້ສຳລັບ​ງານ​ບຸນ​ໂຄມ​ໄຟ ໂຮ້ຍ​ອານ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ
ນະ​ຄອນ​ໂຮ້ຍ​ອານ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຕ້ອ​ນ​ຮັບ​ປີ​ໃໝ່ 2023 ນະ​ຄອນ​ໂຮ້ຍ​ອານ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຕ້ອ​ນ​ຮັບ​ປີ​ໃໝ່ 2023
ກວາງ​ນາມ ຕ້ອນ​ຮັບ​ນາມ​ມະ​ຍົດ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ ໃຫ້​ສຳລັບວັນ​ບຸນ​ໂຄມ​ໄຟ ໂຮ້ຍ​ອາຍ
ພາບ​ປະ​ກອບ: VGP

ກວາງ​ນາມ ຕ້ອນ​ຮັບ​ນາມ​ມະ​ຍົດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ ໃຫ້ສຳລັບ​ວັນ​ບຸນ​ໂຄມ​ໄຟ ໂຮ້ຍ​ອາຍ

ວັນ​ທີ 5 ກຸມ​ພາ, ນະ​ຄອນ​ໂຮ້ຍ​ອານ, ແຂວງ ກ໋​ວາງ​ນາມ​ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ນາມ​ມະ​ຍົດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ​ໃຫ້​ສຳລັບ​ງານ​ບຸນ​ໂຄມ​ໄຟ ໂຮ້ຍ​ອານ.

ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ຮ່​ວາງ​ດ້າວ​ເກືອງ ເຂົ້າ​ຮ່ວມ ແລະ ມອບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ວັດ​ນະ​ທະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ​ໃຫ້​ສຳລັບ​ວັນ​ບຸນ​ໂຄມ​ໄຟ​ ໂຮ້ຍ​ອານ.

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ້ຍ​ອານ ຫງວຽນ​ວັນ​ເຊີນ ໄດ້​ແບ່ງ​ປັນ​ບັນ​ດາ​ມຸນ​ຄ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັນ​ບຸນ​ໂຄມ​ໄຟ​ຢູ່ ໂຮ້ຍ​ອານ ​ແມ່ນ​ໝາກ​ຜົນ​ຂອງວິ​ວັດ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ຍີ່​ປຸ່ນ ແລະ ຈີນ ຢູ່​ທ່າ​ກຳ​ປັ່ນ​ສາ​ກົນ ໂຮ້ຍ​ອານ ເຊິ່ງ​ປະ​ຊາ​ຊົນຫຼາຍ​ລຸ້ນ​ຄົນ​ຢູ່​ແຫ່ງ​ນີ້ໄດ້​ຮັກ​ສາ ແລະ ປັດ​ຈ​ຸ​ບັນ​ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ວັດ​ນະ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ.​

ແຕ່​ດົນ​ນາມ​ມາ​ແລ້ວ, ວັນ​ບຸນ​ໂຄມ​ໄຟ​ຢູ່​ໂຮ້ຍ​ອານ ບໍ່​ມີແຕ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ເຂົ້າ​ຮ່ວມ​ຈັດ​ງານເທົ່າ​ນັ້ນ​ ຫາກ​ຍັງ​ມີ​ປະ​ຊາ​ຄົມ​​ຊົນ​ເຜົ່າຮ​ວາ ເຂົ້າ​ຮ່ວມ​ຈັດ​ດ້ວຍຫຼາຍ​ພິ​ທີ​ກຳ, ການ​ເຫຼື້ອມ​ໄສ​ເຊື່ອ​ຖື​ສາ​ສະ​ໜາ, ການ​ດຳ​ລົງ​ຊີ​ວິດ​ລະຫຼິ້ນ​ບັນ​ເທີງ​ຂອງ​ທົ່ວ​ປະ​ຊາ​ຄົມອີກ​ດ້ວຍ ມັນ​ສ້າງ​ເປັນ​ວັນ​ບຸນ​ມູນ​ເຊື້ອ, ຮີດ​ຄອງ​ປະ​ເພ​ນີ​ສັງ​ຄົມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ໂຮ້ຍ​ອານ.

ຕາມ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ້ຍ​ອານ ​ແລ້ວ, ແຕ່​ລະ​ປະ​ຊາ​ຄົມ​ຊາວ​ທ້ອ​ງ​ຖິ່ນມີ​ຮີດ​ຄອບ​ປະ​ເພ​ນີ​ບູ​ຊາ​ວັນ​ບຸນ​ໂຄມ​ໄຟຕາມ​ວິ​ທີ​ການ​ສະ​ເພາະ ​ແຕ່​ມີ​ຈຸດ​ລວມ​ແມ່ນ​ເນື່ອງ​ໃນ​ໂອ​ກາດ​ວັນ​ເພງ​ເດືອນ​ຈຽງ​ຂອງ​ປີ​, ປະ​ຊາ​ຊົນ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ພະ​ພຸດ​ທະ​ເຈົ້າ, ເທວະ​ດາຟ້າແຖນ ແລະ ບັນ​ພະ​ບູ​ລຸດ. ປະ​ຊາ​ຊົນ​ພາ​ວະ​ນາ​ຂໍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ພ້ອມ​ທັງ​ຈັດ​ຕັ້ງ​ວັນ​ບຸນຕ້ອນຮັບ​ລະ​ດູ​ບານ​ໃໝ່​ເພື່ອ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ດ້ວຍ​ຄວາມ​ຫວັງ​ທີ່​ດີ​ງາມ. ນີ້​ທັງ​ແມ່ນ​ກາ​ລະ​ໂອ​ກາດ, ວັນ​ບູ​ຊາ​ຂໍ​ຄວາມ​ປອດ​ໄພ, ຂໍ​ໂຊກ​ຂໍ​ລາບ​ຍາມ​ຕົ້ນ​ປີ​ໃໝ່​ຢູ່ຫຼາຍ​ສະ​ຖານ​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ໃນ​ບໍ​ລິ​ເວນ​ນະ​ຄອນ ແລະ ບັນ​ດາ​ສະ​ມາ​ຄົມ​ຢູ່​ເຂດ​ເມືອງ​ເກົ່​າ ໂຮ້ຍ​ອານ. ນີ້ຈະ​ແມ່ນ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ອະ​ນາ​ຄົດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ​ນາມ​ມະ​ຍົດ​ມ​ໍ​ລະ​ດົກ​ວັດ​ນະ​ທະ​ນຳ​ນາມ​ມະ​ທຳ​ແຫ່ງ​ຊາດ ວັນ​ບຸນ​ໂຄມ​ໄຟ ໂຮ້ຍ​ອານ, ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ນາມ ໂຮ່ກວາງ​ບຶວ ເນັ້ນ​ໜັກ​ວ່າ ວັນ​ບຸນ​ໂຄມ​ໄຟ ໂຮ້ຍ​ອານ ​ເປັນ​ກຽດ​ໄດ້​ຮັບ​ນາມ​ມະ​ຍົດ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ ແມ່ນ​ການ​ເຄົາ​ລົບ ແລະ ຮັບ​ຮູ້​ຂອງ​ລັດ​ຕໍ່ກັບ​ມໍ​ລະ​ດົກ​ນີ້.

ວັນ​ບຸນ​ໂຄມ​ໄຟ​ຢູ່​ໂຮ້ຍ​ອານ ໄດ້​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມມ​ະ​ທຳ​ແຫ່ງ​ຊາດ ທັງ​ແມ່ນ​ຄວາມພູມໃຈ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອ​ນ​ໂຮ້ຍ​ອານ, ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ - ເຈົ້າ​ຂອ​ງມ​ໍ​ລະ​ດົກ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ອຸ​ດົມ​ສົມ​ບູນ, ຄວາມ​ເປັນຫຼາຍ​ຮູບ​ແບບ​ຂອງ​ສາງມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມມ​ະ​ທຳ ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.