ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ

00:00 | 08/08/2023

ຍສໝ - ທີ່​ກອງ​ປະຊຸມ AMM-56 ​ແຕ່​ວັນ​ທີ 10-14 ກໍລະກົດ​ນີ້ ຢູ່ ອິນ​ໂດ​ເນ​ເຊຍ, ຄະນະ​ຜູ້​ແທນ ຫວຽດນາມ ຈະ​ເຂົ້າ​ຮ່ວມຫຼາຍ​ກ່ວາ 20 ກອງ​ປະຊຸມ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື.

ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ
ກອງ​ປະ​ຊຸມສຳມະນາແນະ​ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ” ກອງ​ປະ​ຊຸມສຳມະນາແນະ​ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ”

ກ່າວ​ຄຳ​ເຫັນຕໍ່ນັກຂ່າວສຳ​ນັກ​ຂ່າວ​ສານ​ຫວຽດນາມ ປະຈຳ​ຈາ​ກາ​ຕາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳອາ​ຊຽນ ຫງວຽນ​ຫາຍ​ບັງ ຖື​ວ່າ: ​ເຫດການ​ດັ່ງກ່າວ​ ກໍ່ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຕີ​ລາຄາ​ຄືນ​​ຄວາມຄືບໜ້າການ​ຮ່ວມ​ມື​ຂອງອາ​ຊຽນ ​ແລະ ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຈາກນັ້ນກໍ່ວາງອອກການກໍານົດທິດທາງສໍາລັບອະນາຄົດ.

ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 10-14 ກໍລະກົດ​ ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ, ກອງ​ປະຊຸມ​ຄັ້ງ​ນີ້​ມີການເຂົ້າຮ່ວມຂອງ 10 ປະ​ເທດ​ອາ​ຊຽນ ​ແລະ ​ຄູ່​ຮ່ວມ​ມື.

ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ຢັ້ງຢືນ​ບົດບາດ​ ​ແລະ ຄຸນ​ຄ່າຍຸດທະສາດ​ຂອງ​ບັນດາ​ກົນ​ໄກ​ໂດຍ ອາ​ຊຽນ ​ນຳພາ​ໃນ​ການ​ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື, ສ້າງ​ເວທີ​ປາ​ໄສ​ໃຫ້​ບັນດາ​ປະ​ເທດ​ແລກປ່ຽນ​ທັດສະນະ​ຊຶ່ງກັນ ແລະ ກັນ, ປະກອບສ່ວນ​ປັບປຸງ​ຄວາມ​ເຂົ້າ​ໃຈ, ຮັດ​ແຄບ​ຄວາມ​ແຕກ​ຕ່າງ ​ແລະ ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ.

ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູ່ຍແທັງເຊີນ ທີ່​ກອງ​ປະຊຸມ.

ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ໃນຫຼາຍ​ກ່ວາ 20 ກອງ​ປະຊຸມ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື, ​ຜ່ານນັ້ນ ກໍ່ຍົກສູງທີ່​ຕັ້ງ ​ແລະ ບົດບາດ​ຂອງຫວຽດນາມ ໃນ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ບົນ​ເວທີ​ປາ​ໄສ​ສາກົນ.

​ໃນ​ຖານະ​ເປັນອົງການເຊື່ອມຕໍ່ທີ່ໄດ້ຮັບການມອບໝາຍໜ້າທີ່​ການ​ເຈລະຈາ​ເອກະສານ​ຈຳນວນ​ໜຶ່ງ ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ ຫວຽດນາມ ປະຈຳ ອາ​ຊຽນ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ບັນດາ​ຂໍ້​ລິ​ເລີ່​ມທີ່ ຫວຽດນາມ ສະ​ເໜີ.

ເອກະສານສຳຄັນຫຼາຍສະບັບ ຄື: ບັນດາຖະແຫຼງການຮ່ວມ ເຊິ່ງຄາດວ່າຈະໄດ້ຮັບການຮັບຮອງເອົາໃນກອງປະຊຸມຄັ້ງນີ້ ລ້ວນແຕ່ມີການເຂົ້າຮ່ວມ ແລະ ປະກອບສ່ວນຂອງຄະນະຜູ້ແທນຫວຽດນາມ, ຄະນະຜູ້ແທນບັນດາປະເທດອາຊຽນຢູ່ນະຄອນຫຼວງຈາກາຕາ ແລະ ຄະນະຜູ້ແທນບັນດາປະເທດຄູ່ຮ່ວມມື. ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ປະ​ເທດ, ຜ່ານ​ນັ້ນ​ກໍ່ຊ່ວຍ​ເພີ່ມ​ທະວີ​ພາບ​ພົດ, ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ຢູ່ ອາ​ຊຽນ ສືບຕໍ່ໄດ້ຮັບການປັບປຸງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.