ລາວ​ສ້າງ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ໄຟ​ຟ້າ​ແຮງ​ລົມ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ

10:48 | 21/04/2023

ຍ​ສ​ໝ - ໂດຍນອນ​ຢູ່​ເຂດ​ພູສູງ​ ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ກະແຈກກະຈາຍ​ຢູ່​ທາງ​ທິດ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ລາວ, ຟາມ​ໄຟ​ຟ້າ​ແຮງ​ລົມ​ທີ່​ມີ​ຊື່​ວ່າ Monsoon, ມີ​ຍອດ​ເງິນ​ລົງ​ທຶນ 950 ລ້ານ USD, ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ.

ຫ​ວຽດ​ນາມ ແລະ ລາວ​ພ້ອມ​ກັນ​ກໍ່​ສ້າງ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຂອງ ຫ​ວຽດ​ນາມ ແລະ ລາວ​ພ້ອມ​ກັນ​ກໍ່​ສ້າງ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຂອງ
ສະ​ຖານ​ທີ່​ບຳ​ລຸງສ້າງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ສະ​ຖານ​ທີ່​ບຳ​ລຸງສ້າງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ
ລາວ​ສ້າງ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ໄຟ​ຟ້າ​ແຮງ​ລົມ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ
ພາບ​ປະ​ກອບ: uxolo

ລາວ​ສ້າງ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ໄຟ​ຟ້າ​ແຮງ​ລົມ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ

ລາວ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ໄຟ​ຟ້າ​ນ້ຳ​ຕົກ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊີ, ພວມ​ສ້າງ​ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ໃນ​ຂົງ​ເຂດ​ໄຟ​ຟ້າ​ແຮງ​ລົມ ແລະ ຖື​ນີ້​ແມ່ນ​ວິ​ທີ​ການ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ​ທີ່ຫຼາຍ​ເກີນ​ໄປ​ຕໍ່​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ ທີ່​ພວມ​ເຄັ່ງ​ຕຶງ​ຂຶ້ນ.

ໂດຍນອນ​ຢູ່​ເຂດ​ພູສູງ​ ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ກະແຈກກະຈາຍ​ຢູ່​ທາງ​ທິດ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ລາວ, ຟາມ​ໄຟ​ຟ້າ​ແຮງ​ລົມ​ທີ່​ມີ​ຊື່​ວ່າ Monsoon, ມີ​ຍອດ​ເງິນ​ລົງ​ທຶນ 950 ລ້ານ USD, ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ.

ຟາມ​ແຫ່ງ​ນີ້, ຄາດ​ວ່າ​ຈະນຳ​ເຂົ້າ​​ເຄື່ອນ​ໄຫວ​ແຕ່​ປີ 2025, ເຊິ່ງ​ແມ່ນ​ໂຄງ​ການ​ຂອງ​ກຸ່ມ​ບໍ​ລິ​ສັດ​ກ​ານ​ຄ້າ Mitsubishi (ຍີ່​ປຸ່ນ), BCPG, ບໍ​ລິ​ສັດ​ພະ​ລັງ​ງານ​ທົດ​ແທນ​ຂອງ​ກຸ່ມ​ບໍ​ລິ​ສັດ​ກັ່ນ​ຕອງ​ນ້ຳ​ມັນ​ແຫ່ງ​ລັດ ໄທ Bangchak ແລະ ບັນ​ດາ​ນັກ​ລົງ​ທຶນ​ຕ່າງໆ. ຝ່າຍ​ກໍ່​ສ້າງ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ກໍ່​ສ້າງ​ໄຟ​ຟ້າ ຈີນ (PowerChina). ພາຍຫຼັງ​ສຳ​ເລັດ ໂຄງ​ການ​ຈະ​ກວມ​ເອົາ​ເນື້ອ​ທີ່ກວ້າງ 70.000 ເຮັກ​ຕາ​ຢູ່​ສອງ​ແຂວງ​ນັ້ນ​ແມ່ນ ອັດ​ຕະ​ປື ແລະ ເຊກອງ ກັບກັງຫັນແຮງ​ລົມ 133 ຕົ້ນ.

ດ້ວຍ​ສະ​ມັດ​ຕະ​ພາບ​ຜະ​ລິດ​ໄຟ​ຟ້າ 600 MW, Monsoon ຈະ​ແມ່ນ​ຟາມ​ໄຟ​ຟ້າ​ແຮງ​ລົມ​ໜ້າ​ດິນ​ໃຫຍ່​ທີ່​ສຸດ​ຢູ່​ເຂດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້. Nikkei Asia ໃຫ້​ຮູ້​ວ່າ ໂຄງ​ການ​ນີ້​ຈະ​ສົ່ງ​ອອກ​ໄຟ​ຟ້າ​ໄປ​ຍັງ​ຫວຽດ​ນາມ ​ໃນ​ໄລ​ຍະ 25 ປີ ແລະ ໂຄງ​ການ​ຈະ​ຊ່ວຍຫຼຸດ​ຜ່ອນ​ການ​ປ່ອຍ​ທາດກາກບອນ ​ປະ​ມານ 35 ລ້​ານ​ໂຕນ​ໃນ​ຕະຫຼອດ​ໄລ​ຍະ​ການເຄື່ອນ​ໄຫວ.

ບຸນ​ຄົງ

302 Found

Found

The document has moved here.