ການສົ່ງອອກຜັກ, ໝາກໄມ້ອາດຈະສ້າງລະດັບສະຖິຕິໃໝ່ໃນການສົ່ງອອກ

00:00 | 28/07/2023

ຍສໝ - ຖ້າຮັກສາລະດັບສົ່ງອອກເປັນປົກກະຕິຄືປະຈຸບັນ, ມູນຄ່າການສົ່ງອອກຜັກ, ໝາກໄມ້ໃນ 7 ເດືອນຕົ້ນປີ 2023 ຈະລື່ນກາຍຕົວເລກເກືອບ 3,2 ຕື້ USD ຂອງທັງປີ 2022.

ໃນ 6 ເດືອນຕົ້ນປີ 2023, ການສົ່ງອອກຜັກ, ໝາກໄມ້ ໄດ້ກາຍເປັນຈຸດພົ້ນເດັ່ນຂອງຂະແໜງກະສິກຳ ຫວຽດນາມ. ຕາມນັ້ນແລ້ວ, ໃນໄລຍະພຽງ 6 ເດືອນຕົ້ນປີ 2023, ຂະແໜງສິນຄ້ານີ້ບັນລຸເກືອບ 2,8 ຕື້ USD, ເທົ່າກັບ 81,8% ຂອງທັງປີ 2022. ຖ້າຮັກສາລະດັບສົ່ງອອກເປັນປົກກະຕິຄືປະຈຸບັນ, ມູນຄ່າການສົ່ງອອກຜັກ, ໝາກໄມ້ໃນ 7 ເດືອນຕົ້ນປີ 2023 ຈະລື່ນກາຍຕົວເລກເກືອບ 3,2 ຕື້ USD ຂອງທັງປີ 2022.

ການສົ່ງອອກຜັກ, ໝາກໄມ້ອາດຈະສ້າງລະດັບສະຖິຕິໃໝ່ໃນການສົ່ງອອກ
(ພາບປະກອບ: congthuong.vn)

ຕາມກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ຫວຽດນາມ ແມ່ນປະເທດຢືນອັນກັບທີ 14 ໃນໂລກກ່ຽວກັບການປູກໝາກໄມ້ ດ້ວຍເນື້ອທີ່ກວ່າ 1,2 ລ້ານເຮັກຕາ. ຄາດວ່າ, ໃນ 2 ໄຕມາດທ້າຍປີ 2023, ຈະຕ້ອງຈຳໜ່າຍໝາກໄມ້ຕົ້ນຕໍເກືອບ 7,6 ລ້ານຕົນ, ແຫຼ່ງສະຫຼອງໝາກໄມ້ພວມ ແລະ ຈະອຸດົມສົມບູນ, ຕອບສະໜອງບັນດາໃບສັ່ງຊື້ໃນໄລຍະຈະມາເຖິງເປັນຢ່າງດີ. ຖ້າຮັກສາໄດ້ທ່າສົ່ງອອກຮອດທ້າຍປີ, ວົງເງິນສົ່ງອອກຂອງທັງປີອາດຈະບັນລຸ 5 ຕື້ USD, ສ້າງລະດັບສະຖິຕິໃໝ່ໃນຂະແໜງກະສິກຳ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.