ກະຊວງຕຳຫຼວດຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ຕ້ານອາດຊະຍາກຳ

00:00 | 26/07/2023

ຍສໝ - ທີ່​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ຍຸຕິ​ທຳ ອີ​ຕາ​ລີ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ສຳ​ເລັດ​ບັນດາ​ລະບຽບ​ການ​ພາຍ​ໃນ​ໂດຍ​ໄວ ​ເພື່ອ​ໃຫ້​ຂໍ້​ຕົກລົງ​ຂອງ 2 ປະ​ເທດ​ມີ​ຜົນ​ສັກສິດ, ​ເອົາ​ໃຈ​ໃສ່​ເຖິງ​ການ​ສົ່ງຜູ້ຕ້ອງໂທດຂ້າມແດນ ​ແລະ ສົ່ງມອບ​ຜູ້ພິພາກສາຕາມ​ຄວາມ​ຕ້ອງການ.

ຄະນະກູ້ໄພຫວຽດນາມ ໄດ້ຕີລາຄາສູງຈາກຕວກກີ ແລະ ເພື່ອນມິດສາກົນ ສຳຫຼັບຄວາມສາມາດ ແລະ ນ້ຳໃຈເຮັດວຽກ ຄະນະກູ້ໄພຫວຽດນາມ ໄດ້ຕີລາຄາສູງຈາກຕວກກີ ແລະ ເພື່ອນມິດສາກົນ ສຳຫຼັບຄວາມສາມາດ ແລະ ນ້ຳໃຈເຮັດວຽກ
ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ

ໂດຍໄດ້ຮັບຄຳເຊີນຈາກທ່ານລັດຖະມົນຕີກະຊວງພາຍໃນ ອີຕາລີ Matteo Piantedosi, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ອີຕາລີ ແຕ່ວັນທີ 17-19 ກໍລະກົດ. ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ພົບປະເຈລະຈາກັບລັດຖະມົນຕີກະຊວງພາຍໃນ ອີຕາລີ ແລະ ລັດຖະມົນຕີກະຊວງຍຸຕິທຳ ອີຕາລີ.

ການ​ລົງ​ນາມ​ໃນ "ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຕ້ານ​ອາດຊະຍາ​ກຳ" ຂອງ​ສອງ​ຝ່າຍ​ໃນ​ປີ 2014 ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ ແລະ ​ຕ້ານ​ອາດຊະຍາ​ກຳ.

ກະຊວງຕຳຫຼວດຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ຕ້ານອາດຊະຍາກຳ

ກະຊວງຕຳຫຼວດ​ຫວຽດນາມ ​ໄດ້​ສົ່ງ​ນາຍ​ທະຫານ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ບັນດາ​ຊຸດ​ຝຶກ​ອົບຮົມ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ໂດຍ​ການຈັດ​ຕັ້ງຂອງກະຊວງ​ພາຍ​ໃນອີ​ຕາ​ລີ, ພ້ອມກັນນັ້ນ​ເຂົ້າ​ຮ່ວມ​ບັນດາ​ຊຸດ​ອົບຮົມ​ບຳລຸງ​ສ້າງ​ໂດຍ​ລັດຖະບານອີ​ຕາ​ລີ.

ທີ່ບັນດາການພົບປະເຈລະຈາ, ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວຈະເປັນຂົວເຊື່ອມຕໍ່ລະຫວ່າງ ອີຕາລີ ແລະ ອາຊຽນ, ໜູນຊ່ວຍ ອີຕາລີ ເຂົ້າຮ່ວມບັນດາກົນໄກຮ່ວມມືຢູ່ພາກພື້ນ ອາຊີ - ປາຊີຟິກ; ຕັ້ງໜ້າສະໜັບສະໜູນ ອີຕາລີ ຢູ່ບັນດາເວທີປາໄສຫຼາຍຝ່າຍ. ພ້ອມກັບ “ສັນຍາຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ” ລະຫວ່າງ 2 ປະເທດໃນປີ 2014, ບັນດາ “ສັນຍາພາຕົວ” ແລະ “ສັນຍາມອບສົ່ງຜູ້ຖືກຕັດສິນຈຳຄຸກ” ເຊິ່ງໄດ້ຮັບການລົງນາມໃນຄັ້ງນີ້ ຈະແມ່ນບັນດາເອກະສານສຳຄັນໃນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງ ຫວຽດນາມ ແລະ ອີຕາລີ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.