ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງໃນຂະແໜງການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ຟີລິບປິນ

00:00 | 02/08/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 11 ກໍລະກົດ, ຢູ່​ມະຫາວິທະຍາ​ໄລ ຍາຈາງ ​ໄດ້​ດຳ​ເນີນ​ກອງ​ປະຊຸມເລີ່ມຕົ້ົ້ນ​ໂຄງການ “ຊຸກຍູ້​ການປ່ຽນແປງໃໝ່​ປະດິດ​ສ້າງ ​ແລະ startup ໃນຂົງເຂດ​ການທ່ອງທ່ຽວ​ນິ​ເວດ ​ເພື່ອ​ໜູນ​ຊ່ວຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ ຫວຽດນາມ ​ແລະ ຟີ​ລິບ​ປິນ (ECOViP).

ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ
ຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກສຳລັບການທ່ອງທ່ຽວຜູ້ດຽວ ຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກສຳລັບການທ່ອງທ່ຽວຜູ້ດຽວ

ໂຄງການ ECOViP ໄດ້ຮັບການສະຫນັບສະຫນູນຈາກອົງການບໍລິຫານດ້ານການສຶກສາ, ການຟັງ ແລະ ການເບິ່ງ ແລະ ວັດທະນະທໍາ (EACEA) ຂອງຄະນະກໍາມະການເອີຣົບ. ເຂົ້າຮ່ວມມີຜູ້ຕາງໜ້າຂອງ 11 ຫົວໜ່ວຍຄູ່ຮ່ວມມື ແລະ ບັນດາໂຮງຮຽນຂອງຫວຽດນາມ.

ທ່ານ ປອ ຈາງສີຈູງ, ຜູ້ອຳນວຍການມະຫາວິທະຍາໄລຍາຈາງ, ໃຫ້ຮູ້ວ່າ: ໂຄງການ ECOViP ແມ່ນແນໃສເປົ້າໝາຍພັດທະນກຳລັງຄວາມສາມາດ startup ແລະ ການປ່ຽນແປງໃໝ່ປະດິດຄິດສ້າງທີ່ຍືນຍົງໃນຂະແໜງທ່ອງທ່ຽວ ຫວຽດນາມ ແລະ ຟີລິບປິນ. ໂຄງການດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມການພັດທະນາບັນດາໂຄງການການທ່ອງທ່ຽວແບບນິເວດວິທະຍາຂອງນັກສຶກສາທີ່ມີຫົວຄິດປະດິດສ້າງ ໂດຍຜ່ານການຮ່ວມມືກັບຂົງເຂດວິສາຫະກິດ.

ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງໃນຂະແໜງການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ຟີລິບປິນ

ຜ່ານ​ໂຄງການ ECOViP, ບັນດາ​ຄູ່​ຮ່ວມ​ມື​ປາດ​ຖະໜາ​ຢາກ​ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ພາຍຫຼັງ​ຜົນ​ກະທົບ​ຈາກ COVID-19, ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ແບບ​ຍືນ​ຍົງຢູ່ ຫວຽດນາມ - ຟີ​ລິບ​ປິນ, ປະກອບສ່ວນ​ພັດທະນາ ​ແລະ ອະນຸລັກ​ສະພາບ​ແວດ​ລ້ອມ​ທາງທຳ​ມະ​ຊາດ.

ການ​ເຄື່ອນ​ໄຫວ​ເລີ່​ມດຳ​ເນີນ​ໂຄງການ​ຈະ​ແກ່ຍາວ​ຮອດ​ວັນ​ທີ 14 ກໍລະກົດ​ນີ້ ດ້ວຍ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ທັດສະນະສະພາບ​ການ​ຕົວຈິງຂອງການທ່ອງ​ທ່ຽວ​ນິ​ເວດ​ຢູ່​ແຂວງ​ແຄ໋ງຮ່ວາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.