ຮ່າໂນ້ຍ - ວຽງຈັນ: ເພີ່ມທະວີການແລກປ່ຽນປະສົບການໃນວຽກງານແນວໂຮມປະເທດຊາດ

00:00 | 29/07/2023

ຍສໝ - ຕອນບ່າຍວັນທີ 27 ມິຖຸນາ, ທ່ານນາງ ຫງວຽນທິຕວ້ຽນ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແນວລາວສ້າງຊາດນະຄອນຫລວງວຽງຈັນ...

ຍົກສູງຖານະ ແລະ ບົດບາດຂອງຄະນະກຳມະການສາມັກຄີກາໂຕລິກແຕ່ລະຂັ້ນ ຍົກສູງຖານະ ແລະ ບົດບາດຂອງຄະນະກຳມະການສາມັກຄີກາໂຕລິກແຕ່ລະຂັ້ນ
ຫວຽດນາມ ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ທົ່ວປະເທດຂອງແນວລາວສ້າງຊາດ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ຫວຽດນາມ ສະແດງຄວາມຊົມເຊີຍກອງປະຊຸມໃຫຍ່ທົ່ວປະເທດຂອງແນວລາວສ້າງຊາດ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ

ໃນຕອນບ່າຍວັນທີ 27 ມິຖຸນາ, ທ່ານນາງ ຫງວຽນທິຕວ້ຽນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ໂດຍທ່ານຖະໜອມ ທຳທອງ - ກໍາມະການສູນກາງແນວລາວສ້າງຊາດ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ, ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ນຳພາຄະນະໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ.

ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ມີ​ ທ່ານນາງ ຫງວຽນລານເຮືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ນະຄອນຮ່າໂນ້ຍ.

ຮ່າໂນ້ຍ - ວຽງຈັນ: ເພີ່ມທະວີການແລກປ່ຽນປະສົບການໃນວຽກງານແນວໂຮມປະເທດຊາດ

ທີ່​ການ​ພົບ​ປະ, ທ່ານນາງ ຫງວຽນທິຕວ້ຽນ ​ໄດ້​ຝາກຄຳ​ຢື້ຢາມ​ຂອງ​ ທ່ານ​ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ດີງຕຽນຢູງ ມາ​ຍັງ​ຄະນະ. ພ້ອມ​ກັນ​ນັ້ນ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະ​ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ.

ທ່ານນາງ ຫງວຽນທິຕວ້ຽນ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ແນວລາວສ້າງຊາດຄັ້ງ​ນີ້ ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່ 2 ປະ​ເທດ​ຫາ​ກໍ່​ດຳເນີນປີ​ສາມັກຄີ - ມິດຕະພາບ, ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ, ການ​ຮ່ວມ​ມືລະຫວ່າງ ຫວຽດນາມ - ລາວ ໄດ້ປະສົບ​ຜົນສຳ​ເລັດຢ່າງຈົບງາມ ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ຟົດຟື້ນ ​ແລະ ເຕັມໄປດ້ວຍ​ຄວາມ​ໝາຍ.

ຕາງໜ້າໃຫ້ຄະນະຜູ້ແທນສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ທ່ານ ຖະໜອມ ທຳທອງ ໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈໄມຕີຈີດມິດຕະພາບຂອງການນຳຄະນະພັກນະຄອນຮ່າໂນ້ຍ ທີ່ມີຕໍ່ຄະນະ.

ທ່ານ ຖະໜອມ ທຳທອງ ມີຄວາມປິຕິຊົມຊື່ນຕໍ່ກັບບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງຮ່າໂນ້ຍ ໃນຊຸມປີມໍ່ໆມານີ້. ພ້ອມ​ກັນ​ນັ້ນ, ທ່ານ ຖະໜອມ ທາມທອງ ກໍ່ສະແດງຄວາມ​ຍິນ​ດີ​ ທີ່ໄດ້ເຫັນ​ວ່າ ຄະນະ​ພັກ​ນະຄອນຮ່າ​ໂນ້ຍ ນັບມື້ນັບ​ເພີ່ມ​ທະວີ​ບົດບາດ​ຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ຍາມ​ໃດ​ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຂອງ​ຄະນະ​ພັກ​ໃນ​ບັນຫາ​ນີ້​ຢ່າງ​ຈະ​ແຈ້ງ.

​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ຖະ​ໜອມ ​ທຳທອງ ປາດ​ຖະໜາ​ວ່າ ​ໃນ​ວັນ​ທີ 28 ມິຖຸນາ ​ເມື່ອ​ມີ​ໂອກາດ​ເຮັດ​ວຽກ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນຮ່າ​ໂນ້ຍ ນັ້ນກໍ່ຈະສາມາດ​ແລກປ່ຽນ​ບົດຮຽນ​ໃນ​ວິວັດການ​ດຳ​ເນີນ​ງານ. ພ້ອມ​ກັນ​ນັ້ນ, ​ໃນ​ໄລຍະ​ຢ້ຽມຢາມ ​, ທ່ານ​ກໍ່​ໄດ້​ມີ​ໂອກາດ​ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນີ້​ຢູ່ ຮ່າ​ໂນ້ຍ ຕື່ມ​ອີກ.

ຄຳຮຸ່ງ

302 Found

Found

The document has moved here.