ນີ້ແມ່ນການສູນເສຍອັນໃຫຍ່ຫຼວງຂອງປະເທດຫວຽດນາມ, ພິເສດແມ່ນຕໍ່ຂະແໜງການການທູດ. ພວກຂ້າພະເຈົ້າໄດ້ສູນເສຍ ຜູ້ນຳທີ່ເກັ່ງກ້າສາມາດ, ມີວິໄສທັດຍຸດທະສາດ, ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ, ຂະແໜງການຕ່າງປະເທດ ແລະ ການພົວພັນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ.
ທ່ານອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ໄດ້ເຕົສໂຮມບັນດາຄຸນນະທາດອັນດີຂອງຜູ້ເປັນນັກການນຳ, ນັກການທູດ, ມີຄວາມສະຫຼາດຫຼັກແຫຼມເຖິງມື້ສຸດທ້າຍຂອງຊີວິດ, ມີຈັນຍາບັນກ້າແກ່ນ. ແລະ ເໜືອກວ່າສິ່ງໃດໝົດ, ທ່ານເປັນຄົນມີວິທີການເຮັດວຽກທີ່ດີ, ເປັນຄົນທີ່ອຸທິດຕົນຢ່າງສຸດຈິດສຸດໃຈເພື່ອປະເທດຊາດ, ຮູ້ແຕ່ເຮັດວຽກ, ເປັນຫ່ວງເປັນໄຍວ່າຈະເຮັດແນວໃດໃຫ້ປະເທດຊາດມີຄວາມສະຫງົບສຸກ ແລະ ພັດທະນາ, ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີກວ່າ.
ທ່ານ ຫວູຄວານ |
ສຳລັບຜູ້ເປັນນັກການທູດຂອງລຸ້ນພວກຂ້າພະເຈົ້າແລ້ວ, ທ່ານບໍ່ພຽງແຕ່ເປັນຜູ້ນຳເທົ່ານັ້ນ, ທ່ານຫາກຍັງເປັນພໍ່, ລຸງ, ອ້າຍ, ຄູ-ອາຈານ ແລະ ເພື່ອນມິດສະຫາຍທີ່ສະໜິດສະໜົມ, ໃກ້ຊິດ ແລະ ລຽບງ່າຍ. ໃນບັນດາກອງປະຊຸມ ແລະ ການສໍາມະນາ, ພວກຂ້າພະເຈົ້າມີຄວາມສົນໃຈຫຼາຍ ແລະ ຫວັງວ່າຈະໄດ້ຍິນກ່າວຄຳປາໄສຂອງທ່ານ ເນື່ອງຈາກວ່າຂໍ້ມູນຂ່າວສານທີ່ໃໝ່ ແລະ ວິທີການຕັ້ງບັນຫາແມ່ນມີຄວາມຄິດຈິນຕະນາການຢ່າງມີໂລຊິກ, ໄດ້ຈັດເປັນລະບົບຢ່າງມີວິທະຍາສາດ ແລະ ເຂັ້ມງວດຫຼາຍ, ການນໍາສະເຫນີເປັນສັ້ນ ເປັນວັກເປັນຕອນ, ງ່າຍດາຍ, ພໍດີພໍງາມ ແຕ່ເລິກເຊິ່ງ ແລະ ເປີດເຜີຍ.
ທ່ານມີຄວາມສົນໃຈຫຼາຍໃນວຽກງານການທູດປະຊາຊົນ. ເມື່ອຂ້າພະເຈົ້າຍົກຍ້າຍໄປເຮັດວຽກຢູ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານກ່າວວ່າ: “ຖ້າລູກຫຼານ ແລະ ສະຫະພັນຕ້ອງການຫຍັງ ແມ່ນໃຫ້ເວົ້າໂລດ, ຊ່ວຍຫຍັງໄດ້ອາວກໍ່ຈະຊ່ວຍ”. ເມື່ອພວກຂ້າພະເຈົ້າເຊີນເພິ່ນໄປໂອ້ລົມກັບພະນັກງານ, ລັດຖະກອນຂອງສະຫະພັນ, ເຖິງວ່າສຸຂະພາບຂອງເພິ່ນຍັງບໍ່ດີຈາກການປິ່ນປົວພະຍາດຮ້າຍແຮງກໍ່ຕາມ, ແຕ່ເພິ່ນຍັງມີຄວາມກະຕືລືລົ້ນ, ສຸດອົກສຸດໃຈ, ໃຊ້ເວລາສ່ວນຫຼາຍໃນການແບ່ງປັນ ແລະ ສ້າງແຮງບັນດານໃຈໃຫ້ພວກຂ້າພະເຈົ້າ ດ້ວຍເລື່ອງລາວຄວາມຊົງຈຳອັນເລິກເຊິ່ງ ແລະ ຕື້ນຕັນໃຈຂອງເພິ່ນກ່ຽວກັບລຸງໂຮ່, ຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າໃຈຕື່ມກ່ຽວກັບແບບແຜນດຳລົງຊີວິດ, ຄຸນສົມບັດສິນທຳຂອງລຸງໂຮ່ ແລະ ແນວຄິດໂຮ່ຈີມິນ ກ່ຽວກັບວຽກງານການທູດປະຊາຊົນ. ບໍ່ຄິດວ່າ ນີ້ຈະແມ່ນຄັ້ງສຸດທ້າຍທີ່ພະນັກງານ, ລັດຖະກອນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບ ແລະ ຮັບຟັງການໂອ້ລົມສົນທະນາຂອງເພິ່ນ.
ເພິ່ນເຖິງແກ່ມໍລະນະກຳແລ້ວ, ແຕ່ໃນໃຈຂອງພວກຂ້າພະເຈົ້າ - ຜູ້ທີ່ໂຊກດີທີ່ໄດ້ຮູ້ຈັກ ແລະ ມີເວລາອັນມີຄ່າທີ່ໄດ້ຢູ່ກັບເພິ່ນ, ເຖິງວ່າມີຫນ້ອຍ, ໄດ້ເຮັດວຽກກັບເພິ່ນ, ແຕ່ຄວາມຊົງຈໍາທີ່ດີງາມກ່ຽວກັບເພິ່ນ ຍັງຄົງຝັງເລິກໃນໃຈ, ຍັງຈື່ຄໍາສອນຂອງເພິ່ນທີ່ວ່າ: "ພະຍາຍາມເປັນຄົນດີ". ທ່ານເປັນຜູ້ນໍາຕະຫຼອດໄປ, ເປັນຄູທີ່ຮັກແພງ ແລະ ເຄົາລົບນັບຖື, ເປັນ “ອາວ ຫວູຄວານ” - ຜູ້ທີ່ດ້ວຍຊີວິດອັນເຕັມປ່ຽມຂອງຕົນ ໄດ້ຊ່ວຍໃຫ້ພວກເຮົາເຂົ້າໃຈຫຼາຍຂຶ້ນກັບຄຳວ່າ “ຄົນດີ” ແມ່ນແນວໃດ.
ຄຳຮຸ່ງ