ຫວີງຟຸກ ປຸກລະດົມການປະກວດອອນລາຍ “ຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ລາວ”

20:33 | 17/04/2022

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022), ສູນຂໍ້ມູນຂ່າວສານ ພົວພັນການຕ່າງປະເທດ ແລະ ສົ່ງເສີມການຊ່ວຍເຫຼືອ, ພະແນກພົວພັນການຕ່າງປະເທດແຂວງຫວີງຟຸກ ໄດ້ດຳເນີນການປຸກລະດົມການປະກວດອອນລາຍ “ຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ລາວ”.

ຖໍ້າເຊີນດອງ ໄດ້ໂຄສະນາຢູ່ໃນຫນ້າຈໍຂອງ Google ຖໍ້າເຊີນດອງ ໄດ້ໂຄສະນາຢູ່ໃນຫນ້າຈໍຂອງ Google
ກຸ່ມບໍລິສັດ KT ຂອງ ສ.ເກົາຫຼີ ຜັນຂະຫຍາຍການບໍລິການດ້ານການແພດທາງໄກຢູ່ຫວຽດນາມ ກຸ່ມບໍລິສັດ KT ຂອງ ສ.ເກົາຫຼີ ຜັນຂະຫຍາຍການບໍລິການດ້ານການແພດທາງໄກຢູ່ຫວຽດນາມ
ຫວີງຟຸກ ປຸກລະດົມການປະກວດອອນລາຍ “ຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ລາວ”
ພາບປະກອບ:

ທ່ານ ຫງວຽນດຶກແທ່ງ, ຜູ້ອໍານວຍການສູນຂໍ້ມູນຂ່າວສານ ພົວພັນການຕ່າງປະເທດ ແລະ ສົ່ງເສີມການຊ່ວຍເຫຼືອ, ພະແນກພົວພັນການຕ່າງປະເທດແຂວງຫວີງຟຸກ ໃຫ້ຮູ້ວ່າ: ການປະກວດອອນລາຍ “ຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ລາວ” ເພື່ອແນໃສ່ຍູ້ແຮງການໂຄສະນາເຜີຍແຜ່ການສຶກສາມູນເຊື້ອປະຕິວັດ, ພິເສດແມ່ນໃຫ້ລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ເພີ່ມພູນຄູນສ້າງນໍ້າໃຈຂອງປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ການພົວພັນລະຫວ່າງແຂວງຫວີງງຟຸກ ແລະ ບັນດາທ້ອງຖິ່ນລາວ ເວົ້າສະເພາະ.

ຜູ້ເຂົ້າຮ່ວມການປະກວດປະກອບມີ: ພະນັກງານ-ລັດຖະກອນ, ພາລະກອນທີ່ເຮັດວຽກຢູ່ບັນດາອົງການ, ພະແນກ, ຂະແໜງການ, ອົງການຈັດຕັ້ງການເມືອງ-ສັງຄົມ ແລະ ບັນດາເມືອງ, ບັນດານະຄອນ, ຄູ-ອາຈານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນ ໃນບໍລິເວນແຂວງຫວີງຟຸກ. ພະແນກການຕ່າງປະເທດບັນດາແຂວງ, ນະຄອນ. ບັນດາພະນັກງານ, ນັກສຶກສາລາວ ທີ່ພວມເຮັດວຽກ ແລະ ຮ່ຳຮຽນຢູ່ແຂວງຫວີງຟຸກ.

ຮູບແບບການປະກວດ: ການປະກວດແມ່ນໄດ້ຮັບການຈັດຕັ້ງໃນຮູບແບບອອນລາຍ (link https://myaloha.vn/cuoc-thi/tim-hieu-ve-quan-he-viet-nam-lao-25874) ປະກອບດ້ວຍ 20 ຄໍາຖາມຫຼາຍທາງເລືອກ (ແຕ່ລະຄຳຖາມມີ 03 ຄຳຕອບ ແລະ ຖືກຕ້ອງພຽງ 01 ຄຳຕອບ; ແຕ່ລະຄຳຕອບເທົ່າກັບ 01 ຄະແນນ, ຄະແນນທັງໝົດແມ່ນ 20 ຄະແນນ) ແລະ 01 ຄຳຖາມແມ່ນຄາດຄະເນຈຳນວນຜູ້ເຂົ້າຮ່ວມການປະກວດ. ເວລາໃນການຕອບຄຳຖາມແມ່ນພາຍໃນ 20 ນາທີ, ທ່ານສາມາດປ່ຽນຄໍາຕອບຕໍ່ບັນດາຄໍາຖາມທີ່ເລືອກກ່ອນຫນ້ານັ້ນ.

ເງື່ອນໄຂການໃຫ້ຄະແນນ: ຕື່ມຂໍ້ມູນຂອງຜູ້ເຂົ້າຮ່ວມການປະກວດໃຫ້ຄົບຖ້ວນ, ຕອບຄໍາຖາມແບບປາລະໄນ 20 ຄໍາຖາມ (20 ຄະແນນ) ໃນເວລາທີ່ກໍານົດ. ການຄາດຄະເນຖືກຕ້ອງຫຼື ໃກ້ຄຽງ (ໃນຂອບເຂດ +1000) ຈໍານວນຜູ້ເຂົ້າຮ່ວມໃນການປະກວດ. ໃນກໍລະນີທີ່ມີບົດສົ່ງເຂົ້າປະກວດຫຼາຍບົດທີ່ໄດ້ 20 ຄະແນນຄືກັນ ແລະ ມີຈໍານວນການຄາດເດົາຄືກັນ, ລາງວັນແມ່່ນຈະມອບໃຫ້ບັນດາບົດທີ່ມີເວລາເຮັດບົດສໍາເລັດໄວທີ່ສຸດ ແລະ ເວລາສົ່ງບົດເຂົ້າຮ່ວມໄວທີ່ສຸດ.

ເນື້ອໃນຂອງການປະກວດ: ຂໍ້ມູນພື້ນຖານກ່ຽວກັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບັນດາທ້ອງຖິ່ນຂອງລາວ ທີ່ມີການພົວພັນຮ່ວມມືມິດຕະພາບກັບແຂວງຫວີງຟຸກ. ຂໍ້ມູນກ່ຽວກັບປະຫວັດສາດການພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ການພົວພັນລະຫວ່າງສອງປະເທດໃນປະຈຸບັນ. ການພົວພັນລະຫວ່າງ ຫວີງຟຸກ ແລະ ບັນດາທ້ອງຖິ່ນຂອງລາວ.

ໂຄງສ້າງ ແລະ ວິທີການມອບລາງວັນ

ລາງວັນ: ຜູ້ຊະນະເລີດແມ່ນຜູ້ທີ່ມີຄະແນນລວມສູງສຸດໃນ 01 ຄັ້ງຂອງການປະກວດ, ຕອບບັນດາຄໍາຖາມໃນເວລາສັ້ນທີ່ສຸດ, ມີເວລາສົ່ງບົດເສັງໄວທີ່ສຸດ, ມີຄໍາຕອບທີ່ຄາດຄະເນຈໍານວນຜູ້ທີ່ມີຕອບທີ່ຖືກຕ້ອງ ຫຼື ໃກ້ຄຽງກັບຄໍາຕອບ (ຈັດຕາມລໍາດັບທີໜຶ່ງ, ທີສອງ, ທີສາມ).

ໂຄງປະກອບລາງວັນ:

ລາງວັນທີ 1: 01 ລາງວັນ, ມູນຄ່າລາງວັນ 2.000.000 ດົ່ງ;

ລາງວັນທີ 2: 02 ລາງວັນ, ລາງວັນລະ 1.500.000 ດົ່ງ;

ລາງວັນທີ 3: 03 ລາງວັນ, ລາງວັນລະ 1.000.000 ດົ່ງ;

ລາງວັນຊົມເຊີຍ: 05 ລາງວັນ, ແຕ່ລະລາງວັນແມ່ນ 500.000 ດົ່ງ.

ວິທີການມອບລາງວັນ: ຄະນະຈັດຕັ້ງຈະສົ່ງເອກະສານໄປໃຫ້ອົງການ ຫຼື ໜ່ວຍງານທີ່ໄດ້ຮັບລາງວັນ ແລະ ຈັດຕັ້ງການມອບລາງວັນດັ່ງກ່າວ, ເຊິ່ງຄາດວ່າຈະມອບໃນເດືອນພຶດສະພາ 2022.

ໄຊພອນ

ເຫດການ