ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການບໍລິຫານທະນາຄານໂລກ

07:07 | 07/11/2021

ຍສໝ - ເມື່ອບໍ່ດົນມານີ້​, ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ COP26, ທ່ານ​ ຟ້າ​ມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Axel Van Trosenburg ຜູ້ອໍານວຍການບໍລິຫານ ທະນາຄານໂລກ (WB).

ປະທານປະເທດຫວຽດນາມ  ຢ້ຽມຢາມ ແລະ ເຮັດວຽກ ຢຸ່ ແຂວງລ້າງເຊີນ ປະທານປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢຸ່ ແຂວງລ້າງເຊີນ
ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ
ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການບໍລິຫານທະນາຄານໂລກ
ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການບໍລິຫານ ທະນາຄານໂລກ. ພາບ: kinhtexaydung.petrotimes.vn

ທີ່​ການ​ພົບ​ປະ, ສອງຝ່າຍ​ໄດ້​ຕີ​ລາຄາ​ສູງ ​ແລະເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງຫວຽດນາມ ​ແລະທະນາຄານ​ໂລກ, ໃນສະພາະໜ້າ ແມ່ນກວດກາ ​ແລະອັບເດດ​ຂອບ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແຫ່ງ​ຊາດ​ໄລຍະ 3 ປີ 2022–2025 ​ເພື່ອ​ກຳນົດ​ແຫຼ່ງກໍາລັງ, ຂົງເຂດ, ໂຄງການບູລິມະສິດ ແລະ ວິວັດທະນາການປະຕິບັດຢ່າງ​ຈະ​ແຈ້ງ.

ທ່ານ ​ ຟ້າ​ມມີງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ຮັບຮູ້ວ່າ ທະນາຄານໂລກ ແມ່ນເພື່ອນມິດ ແລະຄູ່ຮ່ວມ ມືພັດທະນາແຖວໜ້າຂອງຫວຽດນາມ, ສະແດງຄວາມຂອບໃຈ WB ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມຂອງປະເທດ, ພິເສດແມ່ນໄດ້ໃຫ້ການຊ່ວຍເຫຼືອລ້າ 6,2 ລ້ານໂດລາສະຫະລັດ ແກ່ຫວຽດນາມ ແລະ ໜູນຊ່ວຍຫວຽດນາມ ເລື່ອນ​ການ​ຊໍາລະ​ໜີ້​ສິນ​ເພື່ອ​ສະຫງວນແຫຼ່ງກໍາລັງ​​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານໂລກລະບາດ.

​ທ່ານ ​ ຟ້າ​ມມີງຈິ໊ງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ​ຢືນ​ຢັນ​ວ່າ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະການ​ເຕີບ​ສີຂຽວ​ແມ່ນ​ນະ​ໂຍ​ບາຍ ແລະທັດ​ສະ​ນະລຸລ່ວງ​ຂອງຫວຽດ​ນາມ. ການຜັນຂະຫຍາຍ​ທິດ​ທາງ​ບຸລິມະສິດ​ສ້າງ​ຮູບ​ແບບ​ເສດຖະກິດສີ​ຂຽວ, ​ເສດຖະກິດ​ໝູນວຽນ, ​ເສດຖະກິດ​ກາກ​ບອນ​ຕ່ຳ, ຫວຽດນາມ ​ໄດ້​ປະກາດໃຊ້​ຍຸດ​ທະ​ສາດ​ເຕີບ​ໂຕສີ​ຂຽວ​ແຫ່ງ​ຊາດ​ ໄລຍະ 2021-2030, ​​ວິ​ໄສ​ທັດ​ຮອດ​ປີ 2050 ດ້ວຍ​ເປົ້າ​ໝາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນໃໝ່ຕາມທິດຍືນຍົງດ້ານສະພາບແວດລ້ອມ, ຄວາມ​ຍຸຕິທໍາ​ທາງ​ສັງຄົມ ແລະປະກອບສ່ວນ​ເຂົ້າ​ໃນ​ເປົ້າ​ໝາຍລວມຂອງທົ່ວໂລກກ່ຽວ ກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

​ໃນ​ສະພາບ​ທີ່​ໂລກ​ພວມຫັນປ່ຽນໄປ​ໄລຍະ​ປັບຕົວ​ຢ່າງ​ປອດ​ໄພ​ຕໍ່ໂລກລະບາດ ແລະ​ຟື້ນ​ຟູ​ເສດຖະກິດ, ບັນດາແຫຼ່ງກໍາລັງແຫ່ງ​ຊາດ​ຖືກ​ຫຼຸດ​ລົງ​ໃນ​ຂະ​ບວນການ​ຄວບ​ຄຸມ​ພະຍາດ, ຜູ້ອໍານວຍການບໍລິຫານໃຫ້​ຄຳ​ໝັ້ນ​ສັນຍາຈະ​ສືບ​ຕໍ່​​ຊ່ວຍເຫຼືອ ຫວຽດນາມ ​ໃນວິວັດ​ການ​ສ້າງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ; ເຂົ້າເຖິງແຫຼ່ງການເງິນແບບຍືນຍົງ ມຸ່ງໄປເຖິງການເຕີບໂຕສີຂຽວ, ຍືນຍົງ ແລະກວມລວມ.

ໄຊພອນ

ເຫດການ
302 Found

Found

The document has moved here.