ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF)

00:00 | 18/08/2023

ຍສໝ - ໃນຕອນ​ບ່າຍ​ວັນ​ທີ 25 ມິຖຸນາ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ເຄື່ອງບິນພິເສດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ລົງ​ຈອດ​ຢູ່​ສະໜາມ​ບິນ​ສາກົນ​ນະຄອນຫຼວງ​ປັກ​ກິ່ງ.

ຫວຽດນາມ - ຈີນ ຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ ຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ
ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ

ມາຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ຢູ່ ສະຫນາມບິນ ສາກົນ ປັກກິ່ງ ມີບັນດາເຈົ້າຫນ້າທີ່ກະຊວງການຕ່າງປະເທດ ຈີນ, ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ພ້ອມກັບບັນດາພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງຫນ້າປະຊາຄົມຊາວ ຫວຽດນາມ ປະຈຳ ຈີນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຈີນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF)

ຄາດວ່າ ຕາມແຜນການປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະມີການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ, ພົບປະກັບທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີຈິ້ງຜິງ, ແລະ ພົບປະກັບທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມບັນດາວາລະປະຊຸມສຳຄັນຂອງກອງປະຊຸມ WEF, ພົບປະສອງຝ່າຍກັບທ່ານປະທານຝ່າຍບໍລິຫານ WEF ກໍ່ຄືພົບປະກັບການນຳຫລາຍປະເທດ, ອົງການຈັດຕັ້ງສາກົນ.

ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍາດເວລາພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ -ຈີນ.. ແລະ ມາຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳຈີນ

ຄຳຮຸ່ງ

302 Found

Found

The document has moved here.