ຫວຽດນາມ ສົ່ງເສີມໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

00:00 | 26/07/2023

ຍສໝ - ທີ່​ເວທີ​ປາ​ໄສ​ເສດຖະກິດ​ຫວຽດນາມ - ສ.​ເກົາຫຼີ ປີ 2023, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຊຸກຍູ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື ນະ​ວັດຕະກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ວິທະຍາສາດ, ​ເອ​ເລັກ​ໂຕຣ​ນິກ, semiconductor, ພະລັງງານ​ສະອາດ, ​ເສດຖະກິດ​ຂຽວ, ນະຄອນ smart, ສູງ. - ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ...

ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ
ນາຍົກລັດຖະມົນຕີ: Samsung ແມ່ນຂົວເຊື່ອມຕໍ່ນຳວິສາຫະກິດ ສ.ເກົາຫຼີ ມາ ຫວຽດນາມ ນາຍົກລັດຖະມົນຕີ: Samsung ແມ່ນຂົວເຊື່ອມຕໍ່ນຳວິສາຫະກິດ ສ.ເກົາຫຼີ ມາ ຫວຽດນາມ

ຕອນບ່າຍວັນທີ 23 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພ້ອມກັບຜູ້ແທນ 50 ທ່ານທີ່ຕາງໜ້າໃຫ້ບັນດາສະຫະສະມາຄົມ, ກຸ່ມບໍລິສັດ, ວິສາຫະກິດຂອງ 2 ປະເທດເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ.

ກ່າວຄຳເຫັນຕໍ່ໜ້າປະຊາຄົມວິສາຫະກິດຂອງ 2 ປະເທດ, ທ່ານປະທານາທິບໍດີ Yoon Suk Yeol ເນັ້ນໜັກວ່າ, 2 ປະເທດຄວນຍົກສູງຄວາມສຳຄັນຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນນັ້ນ, ຕ້ອງຍົກສູງການເຄື່ອນໄຫວແລກປ່ຽນການຄ້າຫຼາຍກວ່າ, ປະກອບສ່ວນບັນລຸເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນ 150 ຕື້ USD ໃນປີ 2030. ທ່ານປະທານາທິບໍດີ ສ.ເກົາຫຼີ ຫວັງວ່າ, ວິສາຫະກິດຂອງ 2 ປະເທດຈະສືບຕໍ່ມີຫຼາຍໂຄງການຮ່ວມມືລະອຽດ, ແທດຈິງ, ບັນລຸປະສິດທິຜົນກວ່າເກົ່າ.

ຫວຽດນາມ ສົ່ງເສີມໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຢືນຢັນວ່າ, ຫວຽດນາມ ສົ່ງເສີມໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ພະລັງງານສະອາດ, ເສດຖະກິດສີຂຽວ, ກະສິກຳເຕັກໂນໂລຊີສູງ… ພິເສດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ບັນດາວິສາຫະກິດຂອງ ສ.ເກົາຫຼີ ເພີ່ມທະວີການລົງທຶນໃນບັນດາເຂດອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ. ນີ້ກໍ່ແມ່ນບັນດາຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະ ການຮ່ວມມືດັ່ງກ່າວມີລັກສະນະເພີ່ມຕື່ມໃຫ້ແກ່ກັນ, ພ້ອມກັນພັດທະນາ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ເປັນປະທານການໂອ້ລົມສົນທະນາໂຕ້ມົນ, ແລກປ່ຽນບັນດາບັນຫາເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນໃນໄລຍະໃໝ່ ກັບການນຳບັນດາສະຫະສະມາຄົມວິສາຫະກິດ ແລະ ກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.