ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol

00:00 | 30/07/2023

ຍສໝ - ຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມີການພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ.

ວົງເງິນການຄ້າຫວຽດນາມ - ສ.ເກົາຫຼີ ມຸ່ງໄປເຖິງຕັ້ງບັນລຸເປົ້າໝາຍ 150 ຕື້ USD ໃນປີ 2030 ວົງເງິນການຄ້າຫວຽດນາມ - ສ.ເກົາຫຼີ ມຸ່ງໄປເຖິງຕັ້ງບັນລຸເປົ້າໝາຍ 150 ຕື້ USD ໃນປີ 2030
ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີໃຫ້ສອງປະເທດ ເພີ່ມທະວີກ່ວາອີກສ້າງຄວາມສະດວກດ້ານການຄ້າ, ສືບຕໍ່ຊຸກຍູ້ຂອບຂະໜາດການຄ້າສອງປະເທດຕາມທິດດຸ່ນດຽງ, ຍືນຍົງ. ວິສາຫະກິດ ສ.ເກົາຫຼີ ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງຂອງວິສາຫະກິດ ສ.ເກົາຫຼີຢ່າງເລິກເຊິ່ງກ່ວາອີກ. ສອງຝ່າຍຮ່ວມມືເພື່ອສ້າງລະບົບສະໜອງຍຸດທະສາດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ມີຄວາມຕ້ອງການ.

ສ່ວນທ່ານປະທານາທິບໍດີ Yoon Suk Yeol ໄດ້ເຫັນດີໂດຍພື້ນຖານຕໍ່ຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່ຽວກັບການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ, ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນບົນບັນດາເວທີປາໄສຫຼາຍຝ່າຍ. ທ່ານປະທານາທິບໍດີ ສ.ເກົາລີ ໃຫ້ຮູ້ວ່າ ທ່ານມີຄວາມເອົາໃຈໃສ່ຕໍ່ການພັດທະນາວິທະຍາສາດເຕັກໂນໂລຢີໃຫ້ແກ່ລຸ້ນຄົນໃນອະນາຄົດສອງປະເທດ, ໃນນັ້ນມີນັກສຶກສາຫວຽດນາມ ຢູ່ສ.ເກົາຫຼີ.

ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol

ໃນຕອນຄ່ຳມື້​ດຽວ​ກັນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຮັບຮອງ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ທີ່ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຫວນຄືນວ່າ, ກ່ອນນີ້ 800 ກ່ວາປີ, ວົງຕະກຸນ ຫລີ ຂອງຫວຽດນາມ ໄດ້ໄປຕັ້ງຖິ່ນຖານ ແລະ ເຂົ້າຮ່ວມການປົກປັກຮັກສາ ແລະ ສ້າງສາປະເທດ ສ.ເກົາຫຼີ. ປັດຈຸບັນ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ, ພ້ອມກັນສະໜັບສະໜູນ ແລະ ມີການຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອການພັດທະນາລວມຂອງສອງປະເທດ. ທ່ານປະທານປະເທດ ເນັ້ນໜັກເຖິງການເພີ່ມທະວີການພົວພັນຫວຽດນາມ - ສ.ເກົາຫຼີ ແມ່ນເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງ ປະຊາຊົນສອງປະເທດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຂອງພາກພື້ນ ແລະ ໂລກ.

ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol

ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃຫ້ຮູ້ວ່າ ສອງປະເທດພວມມີການເຊື່ອມຕໍ່ຢ່າງເລິກເຊິ່ງຜ່ານການພົວພັນແລກປ່ຽນປະຊາຊົນ ແລະ ປະຊາຊົນສອງປະເທດເອງຈະເຮັດໃຫ້ສອງປະເທດມີຄວາມສະໜິດຕິດພັນກ່ວາອີກ, ເປີດອະນາຄົດທີ່ສົດໄສກ່ວາ. ພ້ອມກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງປະເທດມີການເຕີບໂຕຢ່າງແຮງ, ປັດຈຸບັນ ສ.ເກົາຫຼີ ກາຍແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ