ຍູ້ແຮງການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງລະຫວ່າງ ຫວຽດນາມ ແລະ ລາວ

08:27 | 31/05/2023

ຍສໝ - ດ້ວຍ​ທ່າ​ອ່ຽງ​ຂອງ​ການ​ຫັນ​ເປັນ​ໂລກ​ພິວັດ​ຢ່າງ​ເຂັ້ມແຂງ ໃນປັດຈຸບັນ, ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນແປງໃໝ່ປະດິດສ້າງ ກໍ່​ແມ່ນ​ປັດ​ໄຈ​ສົມທົບ​ກັນ ​ເພື່ອ​ໃຫ້​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​​ປະ​ເທດພວມ​ພັດທະນາ, ​ຄື ຫວຽດນາມ ​ແລະ ລາວ ສາມາດ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກຢູ່ ສິງກະໂປ ຫວຽດນາມ ເຂົ້າຮ່ວມກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກຢູ່ ສິງກະໂປ
ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ: ຊ່ວຍນັກສຶກສາລາວຫຼໍ່ລ້ຽງຄວາມຝັນຂອງຕົນ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ: ຊ່ວຍນັກສຶກສາລາວຫຼໍ່ລ້ຽງຄວາມຝັນຂອງຕົນ

ໃນຕອນ​ບ່າຍ​ວັນ​ທີ 28 ພຶດສະພາ, ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ທີ 2 ລະ​ຫວ່າງ​ສະຖາບັນບັນດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ແລະ ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ສື່​ສານ ລາວ ໄດ້​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່​ວາລະ​ເປີດ​ກອງ​ປະຊຸມ, ທ່ານ ເຈົາ​ວັນ​ມິນ, ປະທານ​ສະຖາບັນບັນດິດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ຫົວໜ່ວຍ​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ທີ່​ໄດ້​ມີ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ເຈລະຈາ ​ແລະ ສ້າງ​ແຜນການລະອຽດ ເພື່ອຈັດຕັ້ງປະຕິບັດສັນຍາການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງ ລະຫວ່າງ ສະຖາບັນບັນດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ແລະ ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ສື່​ສານ ລາວ.

ຍູ້ແຮງການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງລະຫວ່າງ ຫວຽດນາມ ແລະ ລາວ

ຕາມທ່ານ ເຈົາ​ວັນ​ມິນ ແລ້ວ, ​ໃນ​ວິວັດ​ການ​ອຸດສາຫະກຳ 4.0 ປະຈຸ​ບັນ, ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ ພ້ອມ​ກັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ປ່ຽນແປງໃໝ່ປະດິດສ້າງ ​ໄດ້​ກາຍ​ເປັນ​ແຫຼ່ງກຳລັງ​ຜະລິດ​ທີ່​ທັນ​ສະ​ໄໝ, ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ລະດັບຄວາມ​ໄວ ​ແລະ ຄຸນ​ນະພາ​ບການ​ພັດທະນາ​ຂອງ​ບັນດາ​ປະ​ເທດ ​ແລະ ​ພື້ນຖານເສດຖະກິດ. ​ແລະ ດ້ວຍ​ທ່າ​ອ່ຽງ​ຂອງ​ການ​ຫັນ​ເປັນ​ໂລກ​ພິວັດ​ຢ່າງ​ແຮງ, ການ​ເປີດ​ກວ້າງ, ສົມທົບ​ກັນ​ພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນແປງໃໝ່ປະດິດສ້າງ ກໍ່​ແມ່ນ​ປັດ​ໄຈ​ສົມທົບ​ກັນ ​ເພື່ອ​ໃຫ້​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​​ປະ​ເທດພວມ​ພັດທະນາ, ​ຄື ຫວຽດນາມ ​ແລະ ລາວ ສາມາດ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ທີ່​ກອງ​ປະ​ຊຸມ, ທ່ານ ບໍວຽງຄຳ ວົງດາລາ ສະແດງຄວາມປິຕິຊົມຊື່ນທີ່ ໄດ້ເຮັດວຽກກັບ​ສະຖາບັັນບັນດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ໃນຖານະຕຳແໜ່ງໃໝ່ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານລາວ. ສະຖາບັນບັນດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ເປັນຄູ່ຮ່ວມງານດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສຳຄັນຂອງສະຖາບັນຄົ້ນຄວ້າຂອງລາວ ໃນນັ້ນມີ ກະຊວງເຕັກໂນໂລຊີຂໍ້ມູນຂ່າວສານ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.