ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການລະຫວ່າງ ສານປະຊາຊົນຫວຽດນາມ ແລະ ລາວ

11:56 | 30/05/2023

ຍສໝ - ໃນຂອບເຂດຢ້ຽມຢາມ ແລະ ເຮັດວຽກກັບ ສານ ປະຊາຊົນສູງສຸດ ຫວຽດນາມ ​ແຕ່​ວັນ​ທີ 22 – 25 ພຶດສະພາ​ນີ້, ຄະນະຜູ້ແທນ ສານປະຊາຊົນສູງສຸດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ສະຫາຍ ຜູ້ຮອງປະທານສານປະຊາຊາສູງສຸດລາງວ ບຸນຂວາງ ທະວີສັກ ເປັນຫົວໜ້າຄະນະໄດ້​ມີ​ການ​ເຮັດວຽກ​ກັບ​ຫົວໜ່ວຍທີ່ສັງກັດສານປະຊາຊົນສູງສຸດຫວຽດນາມ ຈຳນວນໜຶ່ງ.

ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ
ການຢ້ຽມຢາມສິງກະໂປ ແລະ ບຣູໄນຂອງທ່ານນາຍົກລັດຖະມົນຕີ: ການຢ້ຽມຢາມໄດ້ ນຳເອົາສານກ່ຽວກັບການເພື່ອນບ້ານທີ່ໃກ້ຊິດ, ເພີ່ມທະວີເຊິ່ງກັນແລະກັນ ການຢ້ຽມຢາມສິງກະໂປ ແລະ ບຣູໄນຂອງທ່ານນາຍົກລັດຖະມົນຕີ: ການຢ້ຽມຢາມໄດ້ ນຳເອົາສານກ່ຽວກັບການເພື່ອນບ້ານທີ່ໃກ້ຊິດ, ເພີ່ມທະວີເຊິ່ງກັນແລະກັນ

ທີ່​ການ​ເຮັດ​ວຽກ, ບັນດາ​ຝ່າຍ​ກໍ່ໄດ້​ຊອກຮູ້​ກ່ຽວ​ກັບ​ໂຄງ​ປະກອບ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ແຕ່ລະ​ຝ່າຍ; ປຶກສາຫາລືກ່ຽວກັບສະພາບການທີ່ເກີດຂຶ້ນຕົວຈິງ. ບັນດາຫົວໜ່ວຍຂອງສານປະຊາຊົນສູງສຸດ ໄດ້ສະໜອງກ່ຽວກັບລະບຽບການ, ການແນະນຳ, ຄຳສັ່ງ… ຂອງສານຫວຽດນາມ ເພື່ອຊີ້ແຈ້ງບັນດາເນື້ອໃນທີ່ຄະນະສານປະຊາຊົນສູງສຸດລາວ ປາດຖະໜາຢາກຊອກຮູ້.

​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ປະສົບ​ການ​ໃນ​ການ​ດຳ​ເນີນ​ຄະດີ ​ແລະ ຄຸ້ມ​ຄອງ​ສານ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ, ສະຫາຍ ຮອງປະທານສານປະຊາຊົນສູງສຸດລາວ ບຸນຂວາງ ທະວີສັກ ຫວັງວ່າສານປະຊາຊົນສູງສຸດ ຫວຽດນາມ ຈະສືບ​ຕໍ່​ໃຫ້ການ​ສະໜັບສະໜູນ​ໂດຍ​ຜ່ານ​ການ​ສົ່ງ​ຜູ້​ຊ່ຽວຊານ​ໄປ​ລາວ ​ເພື່ອ​ແລກປ່ຽນ​ປະສົບ​ການ, ຫຼື ​ຕ້ອນຮັບ​ຄະນະ​ຜູ້​ແທນ​ລາວ​ ມາຍັງຫວຽດນາມ ​ເພື່ອ​ຄົ້ນຄວ້າ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ສານ.

ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການລະຫວ່າງ ສານປະຊາຊົນຫວຽດນາມ ແລະ ລາວ

ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການລະຫວ່າງ ສານປະຊາຊົນສູງສຸດ ຫວຽດນາມ ແລະ ລາວ

ການນໍາບັນດາຫົວໜ່ວຍສັງກັດສານປະຊາຊົນສູງສຸດຫວຽດນາມ ຢັ້ງຢືນພ້ອມ​​ແລ້ວທີ່​ຈະ​ຊ່ວຍເຫຼືອ, ຕອບບັນຫາທີ່ສານປະຊາຊົນສູງສຸດລາວ ມີຄວາມສົນໃຈ, ມີຄວາມປາດຖະໜາຢາກຊອກຮູ້.

ກ່ອນນີ້, ຄະນະພະນັກງານຊັ້ນສູງຂອງສານປະຊາຊົນສູງສຸດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ເຂົາຢ້ຽມຂ່ຳນັບການນໍາສານປະຊາຊົນສູງສຸດ ຫວຽດນາມ, ໄປຢ້ຽມຢາມສຳນັກງານສານປະຊາຊົນສູງສຸດ ຫວຽດນາມ ແລະ ເຮັດວຽກກັບສະຖາບັນການສານ.

ພາຍຫຼັງ​ທີ່ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສານປະຊາຊົນສູງສຸດສອງ​ປະ​ເທດ​ຫວຽດ​ນາມ - ລາວ ວັນ​ທີ 13 ສິງຫາ 2008, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ​ສອງ​ລະບົບ​ສານ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ບົນ​ພື້ນຖານ​ຫຼັກການ ​ແລະ ການກຳນົດທິດ​​ທີ່​ໄດ້​ກຳນົດ​ໄວ້​ໃນ​ຂໍ້ຕົກລົງຮ່ວມ​ມື. ຂໍ້ຕົກລົງ​ຮ່ວມ​ມື​ໄດ້​ກ່າວ​ເຖິງ​ເນື້ອ​ໃນ​ການ​ຮ່ວມ​ມື​ທີ່ມີລັກສະນະກຳນົດກອບໃຫ້ແກ່ທິດ​ທາງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ; ຈັດຕັ້ງການຄົ້ນຄວ້າ ແລະ ແລກປ່ຽນປະສົບການລະຫວ່າງຜູ້ພິພາກສາ ແລະ ເຈົ້າໜ້າທີ່ຂອງສອງລະບົບສານ.

ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ໄດ້​ ​ແລະ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ລະອຽດ ​ແລະ ​ແທດ​ຈິງ​ໃຫ້​ແກ່​ລະບົບ​ສານສອງ​ປະ​ເທດ ຫວຽດນາມ ​ແລະ ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ລວມ​ຂອງ​ແຕ່ລະ​ປະ​ເທດ, ​ກໍ່ຄືການ​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ທີ່ເປັນມູນເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ບັນດາການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ລະບົບ​ສານ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ຂົງ​ເຂດ​ດັ່ງ​ນີ້: ແລກປ່ຽນຄະນະປະຕິບັດງານ (ຂັ້ນສູນກາງ ແລະ ທ້ອງຖິ່ນ); ກອງ​ປະ​ຊຸມ​ສານ​ຂອງ 3 ປະ​ເທດ​ຫວຽດ​ນາມ, ລາວ, ກໍາ​ປູ​ເຈຍ; ຝຶກອົບຮົມພະນັກງານສານປະຊາຊົນລາວ; ໂຄງການຍົກສູງກຳລັງຄວາມສາມາດໃຫ້ສານປະຊາຊົນລາວ; ຊ່ວຍ​ສ້າງ​ຕັ້ງສຳນັກງານບໍລິຫານ ​ແລະ ສ້າງລັດຖະດຳລັດລະບຽບການແກ້ໄຂຄະດີກ່ຽວກັບການບໍລິຫານ; ມອບຫຼຽນໄຊ ແລະ ໃບຍ້ອງຍໍໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານສານປະຊາຊົນຂອງສອງປະເທດ....

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.