ການນຳຂັ້ນສູງຫວຽດນາມ ຕ້ອນຮັບ ແລະ ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ

15:16 | 05/03/2023

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ປະ​ທານ​ປະ​ເທດຫວໍວັນເຖຶອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ
ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ

ວັນທີ 4 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ທີ່ພວມມີການຢ້ຽມຢາມ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີອົງການທີ່ມີໜ້າທີ່ຮັບຜິດຊອບກະຊວງພາຍໃນ ລາຊະອານາຈັກກຳປູເຈຍ ແລະ ກະຊວງຕຳຫຼວດ ຫວຽດນາມ ສືບຕໍ່ເພີ່ມທະວີການຕໍ່ສູ້ບັນດາຄະດີລວມສຳລັບອາດຊະຍາກຳ, ເປັນຕົ້ນແມ່ນອາດຊະຍາກຳຂ້າມຊາດ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ພ້ອມກັບບັນດາການນຳກຳປູເຈຍ ສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງກຳປູເຈຍ ມີວິທີການແກ້ໄຂທີ່ເໝະສົມເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຄົມເຊື້ອຊາດ ຫວຽດນາມ.

ການນຳຂັ້ນສູງຫວຽດນາມ ຕ້ອນຮັບ ແລະ ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng

ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ທີ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດຫວໍວັນເຖຶອງ​ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ທີ່ພວມມີການຢ້ຽມຢາມ ຫວຽດນາມ.

ການນຳຂັ້ນສູງຫວຽດນາມ ຕ້ອນຮັບ ແລະ ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ
ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖຶອງ​ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng

ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖຶອງ​ ໄດ້ສະແດງຄວາມຂອບ​ໃຈ​ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ທີ່​ໄດ້​ຮັກ​ແພງ, ແລະ ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ; ພ້ອມດຽວກັນນີ້, ຂໍສະແດງຄວາມຂອບໃຈຕໍ່ ເຈົ້າຊີວິດສົມເດັດ Norodom Sihamoni ທີ່ໄດ້ສົ່ງຈົດໝາຍອວຍພອນ ເມື່ອທ່ານ​ຫວໍວັນເຖຶອງ ໄດ້ຮັບການເລືອກຕັ້ງເປັນ​ປະທານ​ປະ​ເທດ ໂດຍສະພາແຫ່ງຊາດ; ຂໍ​ຂອບ​ໃຈ​ເຈົ້າຊີວິດສົມເດັດ, ການ​ນຳ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ແລະ​ ການ​ນຳ​ຂັ້ນ​ສູງ​ຂອງ​ກຳ​ປູ​ເຈຍ​ທີ່​ໃຫ້​ຄວາມ​ຮັກ​ແພງ ແລະ ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ມາ​ຍັງ​ທ່ານ​ປະທານ​ປະ​ເທດໃນ​ປີ​ກາຍ​ນີ້​ ໃນຖານະຕຳແໜ່ງ​ເປັນ​ເລຂາທິການຖາວອນ. ໂດຍ​ຜ່ານ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Samdech Krolahom Sar Kheng, ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖຶອງ ໄດ້​ເຊື້ອ​ເຊີນ ເຈົ້າຊີວິດສົມເດັດ Norodom Sihamoni ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນໄລຍະທີ່ຈະມາເຖິງ.

ເຫດການ
302 Found

Found

The document has moved here.