ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ

16:44 | 17/11/2022

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສົມທົບກັບສະຖາບັນວັດທະນະທໍາອາກຊັງຕິນ - ຫວຽດນາມ (ICAV) ໄດ້ຈັດຕັ້ງກອງປະຊຸມສໍາມະນາ “25 ປີ ICAV: ການພົວພັນປະຊາຊົນລະຫວ່າງຫວຽດນາມ ແລະ ອາກຊັງຕິນ ຈາກອະດີດຈົນເຖິງ ອະນາຄົດ".

ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ
ຄວາມປະທັບໃຈ “ວັນຫວຽດນາມ” ຢູ່ ອາກຊັງຕິນ ຄວາມປະທັບໃຈ “ວັນຫວຽດນາມ” ຢູ່ ອາກຊັງຕິນ

ເຂົ້າ​ຮ່ວມ​ການໂອ້ລົມສົນທະນາ​ມີ: ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ; ທ່ານນາງ Poldi Sosa Schmidt, ຜູ້ກໍ່ຕັ້ງ, ປະທານ ICAV; ຜູ້ຕາງໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ອາ​ເມ​ລິ​ກາລາ​ຕິນ (ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ); ບັນດາອະດີດ​ເອກ​ອັກຄະ​ລັດຖະທູດ, ອະດີດ​ພະນັກງານ​ສະຖານທູດ​ຫວຽດນາມ ປະຈຳ ອາກ​ຊັງ​ຕິນ...

ທ່ານນາງ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: ​ການໂອ້ລົມສົນທະນາ ໄດ້​ດຳ​ເນີນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ICAV (12/12/1997-22/12/2022), ມຸ່ງ​ໄປ​ເຖິງ​ການສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ອາກ​ຊັງ​ຕິນ. ນີ້​ແມ່ນ​ເວລາ​ອັນ​ເໝາະ​ສົມ ​ເພື່ອ​ຕີ​ລາຄາ​ຢ່າງ​ຮອບດ້ານ​ບັນດາ​ໝາກຜົນ​ຂອງ ICAV ທີ່​ບັນລຸ​ໄດ້​ໃນ 1/4 ສະຕະວັດຂອງ​ການ​ສ້າງສາ ​ແລະ ພັດທະນາ; ບັນດາຄວາມ​ຫຍຸ້ງ​ຍາກ ​ແລະ ຄວາມວະດວກ​ຂອງ​ການ​ພົວພັນປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ອາກ​ຊັງ​ຕິນ; ພ້ອມ​ກັນ​ນັ້ນ, ກໍຊອກ​ຫາ​ວິທີ​ຊຸກຍູ້​ການ​ພັດທະນາ​ສາຍ​ພົວພັນ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ
ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

ໃນ 25 ປີຜ່ານມາ, ICAV ແລະ ສ່ວນຕົວທ່ານນາງ Poldi Sosa ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນຫວຽດນາມ ແລະ ອາກຊັງຕິນ. ICAV ​ແມ່ນ​ຂົວ​ມິດຕະພາບ​ນຳ​ເອົາ​ວັດທະນະທຳ ອາກຊັງຕິນ ມາ​ຍັງ​ຫວຽດນາມ ​ແລະ ນຳ​ເອົາ​ວັດທະນະທຳ, ປະ​ເທດຊາດ ​ແລະ ປະຊາຊົນ ຫວຽດນາມ ມໄປຍັງ ອາກ​ຊັງ​ຕິນ.

ຕາມ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ແລ້ວ, ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາກ​ຊັງ​ຕິນ ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ອົງການ ICAV ກໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ບັນດາກາລະໂອກາດທີ່ເອື້ອອຳນວຍ ແລະ ສິ່ງທ້າທາຍໃໝ່ໆ ຮຽກຮ້ອງໃຫ້ພວກເຮົາຊອກຫາວິທີ ເພື່ອເຮັດໃຫ້ ICAV ດຳເນີນງານນັບມື້ນັບມີປະສິດທິຜົນຫຼາຍຂຶ້ນ.

ທີ່​ ​ການໂອ້ລົມສົນທະນາ, ທ່ານ​ນາງ Poldi Sosa Schmidt ​ແລະ ບັນດາ​ຜູ້​ແທນ​ໄດ້ຫວນຄືນ​ບັນດາ​ຂະ​ບວນການ​ປະຫວັດສາດ ​ໃນການ​ສ້າງ​ຕັ້ງ ICAV ​ແລະ ການ​ໜູນ​ຊ່ວຍ​ຂອງ​ທ່ານ​ນາງ Poldi Sosa ​ໃຫ້​ແກ່​ພະນັກງານ, ລັດຖະກອນຄົນຫວຽດນາມ ທີ່​ມາ​ເຮັດ​ວຽກ​ຢູ່ ອາກຊັງ​ຕິນ...

ທ່ານ​ນາງ Poldi Sosa ​ໃຫ້​ຮູ້​ວ່າ ICAV ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ວັນ​ທີ 18 ທັນວາ 1997 ດ້ວຍ​ສະມາຊິກ 25 ຄົນ ​ເຊິ່ງແມ່ນບັນດາຄົນມີໄມຕີຈິດກັບ​ຫວຽດນາມ. ​ເປັນ​ເວລາ​ກວ່າ 2 ທົດ​ສະ​ວັດ, ດ້ວຍ​ຮູບ​ແບບບໍ່ຫວັງຜົນ​ກຳ​ໄລ ​ແລະ ລ້ວນແຕ່ແມ່ນດ້ວຍຄວາມ​ສະໝັກ​ໃຈ​, ຈຸດປະສົງ​ຕົ້ນຕໍ​ຂອງ ICAV ​ແມ່ນ​ໂຄສະນາ​ວັດທະນະທຳ ​ແລະ ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ຢູ່ ອາກຊັງ​ຕິນ.

“ສິ່ງ​ພິ​ເສດ​ແມ່ນ​ບັນ​ດາ​ສຳນັກງານ, ອົງ​ການ​ຈັດ​ຕັ້ງ, ໂຮງ​ຮຽນ... ພ້ອມ​ແລ້ວ​ທີ່​ຈະ​ເປີດ​ປະ​ຕູ​ຮັບບັນດາ​ການ​ເຄື່ອນ​ໄຫວ​ຂອງ ICAV, ພວກ​ເຮົາ​ໄດ້​ຮັບ​ຄຳ​ຮຽກ​ຮ້ອງ​ຈາກ​ບັນ​ດາ​ອົງ​ການ​ວັດ​ທະ​ນະ​ທຳ ແລະ ໂຮງ​ຮຽນ ​ທີ່​ປາດ​ຖະ​ໜາ​ຢາກ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື ​ເພື່ອ​ຮ່ວມ​ກັນ​ຈັດ​ຕັ້ງ​ກິດ​ຈະ​ກຳ​ໂຄສະນາເຜີຍແຜ່. ອາດ​ເວົ້າ​ໄດ້​ວ່າ ອາກຊັງ​ຕິນ ​ມີ​ຄວາມໄມຕີຈິດ​ ແລະ ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ​ກັບ​ປະ​ເທດຊາດ ​ແລະ ປະຊາຊົນ ຫວຽດນາມ,” ທ່ານ​ນາງ Poldi Sosa ກ່າວ​.

ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ
ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ

ທີ່​​ການໂອ້ລົມສົນທະນາ, ມີ​ຫຼາຍ​ຄຳ​ເຫັນ​ສະ​ເໜີ​ໃຫ້ ຫວຽດນາມ ຄວນ​ສ້າງ​ຕັ້ງ​ອົງການ​ມິດຕະພາບ, ອາດ​ຈະ​ແມ່ນ​ສະມາຄົມ​ມິດຕະພາບ ຫວຽດນາມ - ອາກຊັງ​ຕິນ ​ເພື່ອ​ເປັນ​ຄູ່​ຮ່ວມ​ມື​ໂດຍ​ກົງ​ກັບ ICAV, ຜ່ານ​ນັ້ນ​ ກໍໄດ້​ແລກປ່ຽນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ນອກຈາກ​ນັ້ນ, ICAV ຕ້ອງເປີດກວ້າງບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ພັດທະນາ​ການທ່ອງທ່ຽວ​ລະຫວ່າງ ອາກ​ຊັງ​ຕິນ ​ແລະ ຫວຽດນາມ, ການສຶກສາ, ການ​ເຊື່ອມ​ຕໍ່​ບັນດາ​ສູນ​ຄົ້ນ​ຄ້ວາ, ບັນດາ​ອົງການ ​ແລະ ສະຫະ​ສະມາຄົມ​ລະຫວ່າງ 2 ປະ​ເທດ.

ໂດຍຮັບຮູ້​ຄຳ​ເຫັນ​ສະ​ເໜີ​ທີ່​ການໂອ້ລົມສົນທະນາ, ທ່ານນາງ ຫງວຽນ​ເຟືອງ​ງາ ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃຫ້​ຮູ້​ວ່າ: ບັນດາ​ຄຳ​ເຫັນ​ ໄດ້ສະ​ເໜີ​ຫຼາຍ​ທິດ​ທາງ​ການ​ຮ່ວມ​ມື ​ເພື່ອ​ໜູນ​ຊ່ວຍ ​ແລະ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ ICAV ​ໃນ​ໄລຍະ​ຈະ​ມາ​ເຖິງ, ພັດທະນາ ICAV ​ໃຫ້​ເປັນ​ອົງການ​ທີ່​ວາງ​ພື້ນຖານ​ໃຫ້ແກ່ການພົວພັນມິດຕະພາ​ບປະຊາຊົນລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ.

ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈະ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຄົ້ນຄວ້າ ​ແລະ ສະ​ເໜີ​ແນວ​ຄິດ​ສ້າງ​ຕັ້ງ​ອົງການ​ຮ່ວມ​ມື​ຂອງ​ຫວຽດນາມ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການສະໜັບສະ​ໜູນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ICAV, ພ້ອມ​ກັນ​ນັ້ນ ​ກໍ່​ສ້າງ​ພື້ນຖານ​ສັງຄົມ​ໃຫ້​ກ້ວາງ​ຂວາງກວ່າອີກ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ລະຫວ່າງ ຫວຽດນາມ ​ແລະ ອາກຊັງຕິນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.