ຈາກມໍລະດົກສູ່ປະສົບການ: ຈຸດນັດພົບໃໝ່ຂອງການທ່ອງທ່ຽວວັດທະນະທຳຍາມຄ່ຳຄືນຢູ່ ວັນມ໋ຽວ – ກວກຕືຢາມ

12:31 | 13/05/2026

ຍສໝ - ທ່າມກາງບັນຍາກາດອັນເກົ່າແກ່ຂອງ ວັນມ໋ຽວ – ກວກຕືຢາມ (Văn Miếu – Quốc Tử Giám), ມໍລະດົກແຫ່ງນີ້ບໍ່ໄດ້ງຽບສະຫງົບອີກຕໍ່ໄປ ແຕ່ຫາກໄດ້ຖືກ “ປຸກໃຫ້ຕື່ນຂຶ້ນ” ດ້ວຍແສງສີ, ສຽງ ແລະ ບັນດາກິດຈະກຳທີ່ມີການໂຕ້ຕອບທີ່ເຕັມໄປດ້ວຍອາລົມຄວາມຮູ້ສຶກ. ເມື່ອຍາມລາຕີກ້າວເຂົ້າມາ.

ແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48
ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ
ຈາກມໍລະດົກສູ່ປະສົບການ: ຈຸດນັດພົບໃໝ່ຂອງການທ່ອງທ່ຽວວັດທະນະທຳຍາມຄ່ຳຄືນຢູ່ ວັນມ໋ຽວ – ກວກຕືຢາມ (Văn Miếu – Quốc Tử Giám)
ນັກທ່ອງທ່ຽວລົງມືປະດິດໂຄມໄຟດອກບົວດ້ວຍຕົນເອງ ເພື່ອກຽມໃຫ້ແກ່ພິທີປ່ອຍໂຄມໄຟ. ພາບ: VGP/MT

ວັນມ໋ຽວ – ກວກຕືຢາມ (Văn Miếu – Quốc Tử Giám) ບໍ່ພຽງແຕ່ແມ່ນປູຊະນີຍະສະຖານທາງປະຫວັດສາດ – ວັດທະນະທຳທີ່ໂດດເດັ່ນເທົ່ານັ້ນ, ແຕ່ຫາກຍັງແມ່ນພື້ນທີ່ເກັບຮັກສາ ແລະ ແຜ່ກະຈາຍບັນດາຄຸນຄ່າພື້ນເມືອງອັນເປັນເອກະລັກຂອງຊາດ. ດ້ວຍປະຫວັດສາດເກືອບໜຶ່ງພັນປີ, ສະຖານທີ່ແຫ່ງນີ້ໄດ້ກາຍເປັນສັນຍະລັກແຫ່ງຈິດວິນຍານຮັກການຮຽນຮູ້, ການເຄົາລົບຄູອາຈານ ແລະ ເປັນຈຸດໝາຍປາຍທາງທີ່ບໍ່ຄວນພາດສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ໂດຍສະເພາະໃນຊຸມປີມໍ່ໆມານີ້, ວັນມ໋ຽວ – ກວກຕືຢາມ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງໃນວິທີການເຂົ້າເຖິງມໍລະດົກ, ມຸ່ງເນັ້ນໃສ່ການເພີ່ມທະວີການໂຕ້ຕອບໃຫ້ແກ່ນັກທ່ອງທ່ຽວ. ບັນດາກິດຈະກຳສຳຜັດຕົວຈິງ ເຊັ່ນ: ການພິມພາບພື້ນເມືອງ, ການເຮັດເຈ້ຍຢໍ້ (giấy dó), ການຂຽນຕົວອັກສອນວິຈິດ (ພູ່ກັນ) ຫຼື ການເຂົ້າຮ່ວມກອງປະຊຸມສີມືແຮງງານ (workshop) ໄດ້ຊ່ວຍໃຫ້ນັກທ່ອງທ່ຽວ, ໂດຍສະເພາະແມ່ນໄວໜຸ່ມ, ເຂົ້າໃຈແຈ້ງຂຶ້ນກ່ຽວກັບຂັ້ນຕອນການສ້າງຜະລິດຕະພັນພື້ນເມືອງ. ຈາກນັ້ນ, ມໍລະດົກກໍບໍ່ແມ່ນຄຸນຄ່າທີ່ຢູ່ຫ່າງໄກອີກຕໍ່ໄປ ແຕ່ຫາກກາຍເປັນສິ່ງທີ່ໃກ້ຊິດຕິດພັນ ແລະ ເຂົ້າເຖິງໄດ້ງ່າຍຂຶ້ນ.

ຈາກຄຸນຄ່າພື້ນເມືອງສູ່ຜະລິດຕະພັນການທ່ອງທ່ຽວທີ່ທັນສະໄໝ

ພື້ນທີ່ໜອງ ໂຮ່ວັນ (Hồ Văn) – ເຊິ່ງແມ່ນພາກສ່ວນທີ່ສຳຄັນຂອງກຸ່ມປູຊະນີຍະສະຖານ ກໍພວມໄດ້ຮັບການຂຸດຄົ້ນໃຫ້ເປັນຈຸດເດັ່ນທາງວັດທະນະທຳ. ຢູ່ທີ່ນີ້, ບັນດາແຜນງານສຳຜັດຕົວຈິງ ເຊັ່ນ: ການປະດິດໂຄມໄຟດອກບົວ, ການເຂົ້າຮ່ວມພິທີປ່ອຍໂຄມໄຟ ຫຼື ການຮັບຊົມການສະແດງສິນລະປະພື້ນເມືອງ ໄດ້ນຳເອົາມຸມມອງໃໝ່ໆກ່ຽວກັບມໍລະດົກມາສູ່ນັກທ່ອງທ່ຽວ. ການປະສົມປະສານລະຫວ່າງປັດໄຈທາງດ້ານຈິດວິນຍານ, ສິນລະປະ ແລະ ປະສົບການສ່ວນຕົວ ໄດ້ສ້າງແຮງດຶງດູດທີ່ເປັນເອກະລັກສະເພາະໃຫ້ແກ່ເຂດນີ້.

ບໍ່ພຽງແຕ່ຢຸດຢູ່ທີ່ການສຳຜັດວັດທະນະທຳໃນຕອນກາງເວັນ, ວັນມ໋ຽວ – ກວກຕືຢາມ ໃນປັດຈຸບັນພວມກ້າວໄປສູ່ການພັດທະນາຜະລິດຕະພັນການທ່ອງທ່ຽວຍາມຄ່ຳຄືນ, ເປີດພື້ນທີ່ແຫ່ງການສຳຜັດທີ່ແປກໃໝ່. ເມື່ອແສງໄຟຖືກໄຕ້ຂຶ້ນ, ບັນດາສິ່ງກໍ່ສ້າງທີ່ເກົ່າແກ່ກໍຍິ່ງມີຄວາມສວຍງາມປະກາຍຂຶ້ນ, ບັນດາກິດຈະກຳວັດທະນະທຳໃນພື້ນທີ່ທີ່ທັງມີຄວາມສັກສິດ ແລະ ເຕັມໄປດ້ວຍສິນລະປະ. ນີ້ກໍແມ່ນທິດທາງທີ່ສອດຄ່ອງກັບທ່າອ່ຽງການພັດທະນາການທ່ອງທ່ຽວໃນຍຸກໃໝ່, ເມື່ອນັກທ່ອງທ່ຽວນັບມື້ນັບຊອກຫາປະສົບການທີ່ເລິກເຊິ່ງ ແທນທີ່ຈະເປັນພຽງການທ່ຽວຊົມແບບທຳມະດາ.

ວັນທີ 5 ພຶດສະພາ, "ງານບຸນປ່ອຍໂຄມໄຟໜອງໂຮ່ວັນ – ວັນມ໋ຽວ" ບໍ່ພຽງແຕ່ແມ່ນເຫດການທາງວັດທະນະທຳເທົ່ານັ້ນ, ແຕ່ຫາກຍັງແມ່ນຜະລິດຕະພັນການທ່ອງທ່ຽວກາງຄືນທີ່ເຕັມໄປດ້ວຍເອກະລັກ, ປະກອບສ່ວນເຮັດໃຫ້ປະສົບການການຄົ້ນຫາ ຮ່າໂນ້ຍ ມີຄວາມແປກໃໝ່. ນັກທ່ອງທ່ຽວໄດ້ສຳຜັດກັບພິທີອັນເຊີນໂຄມໄຟ ແລະ ປ່ອຍລົງສູ່ຜິວນ້ຳຂອງໜອງ ໂຮ່ວັນ, ໄດ້ລົງມືຂຽນຄຳອະທິຖານ "ເປີດສະຕິປັນຍາ - ສ້າງຊື່ສຽງ" ດ້ວຍຕົນເອງ ແລະ ປະຕິບັດພິທີຈຸດໄຟສົ່ງຕໍ່ກັນດ້ວຍມື.

ແຜນງານດັ່ງກ່າວບໍ່ໄດ້ຢຸດຢູ່ພຽງແຕ່ການສະແດງ, ແຕ່ໄດ້ຖືກສ້າງຂຶ້ນເປັນຄືກັບການເດີນທາງແຫ່ງການສຳຜັດວັດທະນະທຳທີ່ສົມບູນແບບ. ໂດຍຈັດຂຶ້ນຢູ່ເຂດໜອງ ໂຮ່ວັນ, ງານບຸນໄດ້ພານັກທ່ອງທ່ຽວອອກຫ່າງຈາກຈັງຫວະຊີວິດທີ່ວຸ້ນວາຍ ເພື່ອກ້າວເຂົ້າສູ່ໂລກທີ່ງຽບສະຫງົບ ແລະ ເລິກເຊິ່ງ. ຢູ່ທີ່ນັ້ນ, ທຸກໆບາດກ້າວ ແລະ ທຸກໆກິດຈະກຳລ້ວນແຕ່ມີລັກສະນະນຳພາ, ຊ່ວຍໃຫ້ຜູ້ເຂົ້າຮ່ວມຄ່ອຍໆ "ສຳຜັດ" ໄດ້ເຖິງຄວາມເລິກເຊິ່ງຂອງວັດທະນະທຳພື້ນເມືອງ.

ໜອງ ໂຮ່ວັນ ໄດ້ກາຍເປັນເວທີພິເສດ, ເປັນບ່ອນທີ່ອະດີດ ແລະ ປັດຈຸບັນມາປະສົບປະສານກັນ, ເປັນບ່ອນທີ່ຄຸນຄ່າທາງດ້ານວັດທະນະທຳອັນລ້ຳຄ່ານັບພັນປີຖືກເລົ່າຄືນໃໝ່ດ້ວຍຮູບແບບທີ່ແປກໃໝ່ ແລະ ໃກ້ຊິດຕິດພັນກັບມະຫາຊົນຮ່ວມສະໄໝຫຼາຍຂຶ້ນ.

ຈຸດທີ່ໜ້າສົນໃຈຂອງຜະລິດຕະພັນນີ້ຄື ວິທີການເຂົ້າເຖິງມໍລະດົກໃນທິດທາງ "ການສ້າງໃຫ້ເປັນປະສົບການ". ຖ້າຫາກວ່າແຕ່ກ່ອນ ການທ່ຽວຊົມປູຊະນີຍະສະຖານສ່ວນໃຫຍ່ແມ່ນຢຸດຢູ່ທີ່ການສັງເກດ ແລະ ການຟັງການບັນຍາຍ, ແຕ່ໃນປັດຈຸບັນ ນັກທ່ອງທ່ຽວໄດ້ກາຍເປັນພາກສ່ວນໜຶ່ງຂອງເລື່ອງລາວມໍລະດົກ. ນັກທ່ອງທ່ຽວບໍ່ໄດ້ພຽງແຕ່ຢືນເບິ່ງຢູ່ຂ້າງນອກ ແຕ່ຫາກໄດ້ເຂົ້າຮ່ວມໂດຍກົງໃນບັນດາກິດຈະກຳພາກປະຕິບັດ: ຕັ້ງແຕ່ການຮັບຊົມການບັນເລງດົນຕີພື້ນເມືອງ, ການຕິດຕາມສິນລະປະຫຸ່ນກະບອກບົກ ຈົນໄປເຖິງການສຳຜັດກັບອາຫານເຈທີ່ລຽບງ່າຍ ແລະ ສະອາດ.

ຈາກມໍລະດົກສູ່ປະສົບການ: ຈຸດນັດພົບໃໝ່ຂອງການທ່ອງທ່ຽວວັດທະນະທຳຍາມຄ່ຳຄືນຢູ່ ວັນມ໋ຽວ – ກວກຕືຢາມ (Văn Miếu – Quốc Tử Giám)
ໂຄມໄຟດອກບົວນັບຮ້ອຍອັນຖືກປ່ອຍລົງສູ່ຜິວນ້ຳຂອງໜອງ ໂຮ່ວັນ (Hồ Văn). ພາບ: VGP/MT

ທ່ານ ເລຊວນກຽວກ (Lê Xuân Kiêu), ຜູ້ອໍານວຍການສູນເຄື່ອນໄຫວວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ - ກວກຕືຢາມ ໃຫ້ຮູ້ວ່າ: ການຈັດຕັ້ງລາຍການຢູ່ໜອງ ໂຮ່ວັນ (Hồ Văn) – ເຊິ່ງແມ່ນສະຖານທີ່ທີ່ມີຄວາມໝາຍທາງປະຫວັດສາດອັນເລິກເຊິ່ງໃນກຸ່ມປູຊະນີຍະສະຖານ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການນຳເອົາມໍລະດົກເຂົ້າສູ່ຊີວິດຮ່ວມສະໄໝ.

ຜ່ານຮູບແບບການສຳຜັດກັບວັດທະນະທຳຍາມຄ່ຳຄືນ, ລາຍການດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ທິດທາງການພັດທະນາເສດຖະກິດກາງຄືນຂອງ ຮ່າໂນ້ຍ ປະກົດຜົນເປັນຈິງ, ພ້ອມທັງເປີດວິທີການເຂົ້າເຖິງໃໝ່ໃນການຂຸດຄົ້ນຄຸນຄ່າມໍລະດົກ: ບໍ່ພຽງແຕ່ແມ່ນການອະນຸລັກຮັກສາເທົ່ານັ້ນ ແຕ່ຫາກຍັງແມ່ນການເຮັດໃຫ້ມໍລະດົກ "ມີຊີວິດຊີວາ" ໃນຊີວິດຍຸກໃໝ່.

ໃນບໍລິບົດທີ່ ຮ່າໂນ້ຍ ພວມຊຸກຍູ້ເສດຖະກິດກາງຄືນ, "ງານບຸນປ່ອຍໂຄມໄຟໜອງໂຮ່ວັນ – ວັນມ໋ຽວ" ໄດ້ສະແດງໃຫ້ເຫັນເຖິງທິດທາງທີ່ມີທ່າແຮງອັນໃຫຍ່ຫຼວງ: ນັ້ນຄືການຂຸດຄົ້ນມໍລະດົກດ້ວຍປະສົບການທີ່ສ້າງສັນ. ເມື່ອມໍລະດົກໄດ້ຮັບການ "ເຮັດໃຫ້ມີຊີວິດ" ໃນບັນຍາກາດຍາມຄ່ຳຄືນ, ຮ່າໂນ້ຍ ກໍພວມຄ່ອຍໆຢືນຢັນພາບພົດຂອງການເປັນຈຸດໝາຍປາຍທາງທີ່ທັງມີມູນເຊື້ອ ແລະ ທັງມີຄວາມຂະຫຍັນຂັນເຄື່ອນ, ເຊິ່ງໃນທຸກໆຄືນທີ່ກ້າວເຂົ້າມາ ຈະເປີດເລື່ອງລາວທາງວັດທະນະທຳທີ່ເປັນເອກະລັກສະເພາະຕົວ.

ແນວໃດກໍຕາມ, ເພື່ອໃຫ້ບັນດາຜະລິດຕະພັນການທ່ອງທ່ຽວກາງຄືນຄືແນວນີ້ມີປະສິດທິຜົນໃນໄລຍະຍາວ, ປັດໄຈຄວາມຍືນຍົງຕ້ອງໄດ້ຮັບການເອົາໃຈໃສ່ເປັນອັນດັບໜຶ່ງ. ການຈຳກັດຈຳນວນນັກທ່ອງທ່ຽວໃນແຕ່ລະຄືນ, ການຄວບຄຸມຄຸນນະພາບຂອງປະສົບການ ແລະ ການຮັບປະກັນຄວາມສັກສິດຂອງສະຖານທີ່ມໍລະດົກ ແມ່ນບັນດາບາດກ້າວທີ່ຈຳເປັນ. ມໍລະດົກຈະມີຄຸນຄ່າຢ່າງແທ້ຈິງກໍຕໍ່ເມື່ອໄດ້ຮັບການຂຸດຄົ້ນຢ່າງມີຄວາມຮັບຜິດຊອບ, ກົມກຽວລະຫວ່າງການອະນຸລັກ ແລະ ການພັດທະນາ.

ເມື່ອມໍລະດົກໄດ້ຮັບການປັບປຸງໃໝ່ ແລະ ເຮັດໃຫ້ທັນສະໄໝດ້ວຍປະສົບການທີ່ສ້າງສັນ, ຮ່າໂນ້ຍ ບໍ່ພຽງແຕ່ກາຍເປັນຈຸດໝາຍປາຍທາງແຫ່ງປະຫວັດສາດເທົ່ານັ້ນ ແຕ່ຫາກຍັງແມ່ນພື້ນທີ່ແຫ່ງອາລົມຄວາມຮູ້ສຶກ ແລະ ເລື່ອງລາວທີ່ຖືກເລົ່າຄືນໃໝ່ໃນຮູບແບບສະເພາະຂອງຕົນເອງໃນແຕ່ລະຄືນ.

ອາດກ່າວໄດ້ວ່າ, ວັນມ໋ຽວ – ກວກຕືຢາມ ບໍ່ພຽງແຕ່ແມ່ນບ່ອນເກັບຮັກສາຄວາມຊົງຈຳທາງປະຫວັດສາດເທົ່ານັ້ນ ແຕ່ຫາກຍັງແມ່ນພື້ນທີ່ທີ່ມີຊີວິດຊີວາຂອງວັດທະນະທຳພື້ນເມືອງ. ຜ່ານບັນດາກິດຈະກຳທີ່ຫຼາກຫຼາຍ, ປູຊະນີຍະສະຖານແຫ່ງນີ້ພວມກ້າວໄປສູ່ການ "ເຮັດໃຫ້ມີຊີວິດຊີວາ" ບັນດາຄຸນຄ່າເກົ່າແກ່, ນຳເອົາມໍລະດົກໃຫ້ເຂົ້າໃກ້ກັບມະຫາຊົນຫຼາຍຂຶ້ນ. ນີ້ກໍແມ່ນພື້ນຖານເພື່ອໃຫ້ ວັນມ໋ຽວ ສືບຕໍ່ເສີມຂະຫຍາຍບົດບາດເປັນຈຸດໝາຍປາຍທາງວັດທະນະທຳທີ່ໂດດເດັ່ນຂອງ ຮ່າໂນ້ຍ ໃນເສັ້ນທາງແຫ່ງການພັດທະນາການທ່ອງທ່ຽວແບບຍືນຍົງ.

ເຊື້ອຍາວ ສ້າງສະຖິຕິຄົນຫວຽດນາມທົ່ວໂລກ: ຢືນຢັນບົດບາດ ແລະ ພະລັງຊີວິດຂອງເຊື້ອຍາວ ຫວຽດນາມ ເຊື້ອຍາວ ສ້າງສະຖິຕິຄົນຫວຽດນາມທົ່ວໂລກ: ຢືນຢັນບົດບາດ ແລະ ພະລັງຊີວິດຂອງເຊື້ອຍາວ ຫວຽດນາມ

ຍສໝ - ວັນທີ 8 ພຶດສະພາ, ຢູ່ທີ່ ຮ່າໂນ້ຍ, ຜົນງານ "ສູດການຕັດຫຍິບເຊື້ອຍາວແບບຫຼ່ຽມ (ly vuông)" ຂອງນັກອອກແບບ ໂດ໋ຈິ່ງຮວ່າຍນາມ (Đỗ Trịnh Hoài Nam) ໄດ້ເປີດຕົວຢ່າງເປັນທາງການ ແລະ ເປັນກຽດໄດ້ຮັບການບັນທຶກສະຖິຕິໂລກ. ເຫດການດັ່ງກ່າວບໍ່ພຽງແຕ່ແມ່ນຂີດໝາຍອັນສະຫວ່າງສະໄຫວຂອງຂະແໜງແຟຊັນເທົ່ານັ້ນ, ແຕ່ຍັງແມ່ນການຢືນຢັນຢ່າງແຂງແຮງກ່ຽວກັບພະລັງຊີວິດອັນແຮງກ້າຂອງມໍລະດົກວັດທະນະທຳ ຫວຽດນາມ, ພ້ອມທັງຍົກລະດັບເຕັກນິກການຕັດຫຍິບເຊື້ອຍາວພື້ນເມືອງໃຫ້ກາຍເປັນລະບົບຄວາມຮູ້ທີ່ໄດ້ມາດຕະຖານເພື່ອກ້າວສູ່ລະດັບສາກົນ.

ຮັດແໜ້ນຄວາມຜູກພັນທາງດ້ານວັດທະນະທຳ ຫວຽດນາມ – ສ.ເກົາຫຼີ ຈາກງານບຸນ ຮັດແໜ້ນຄວາມຜູກພັນທາງດ້ານວັດທະນະທຳ ຫວຽດນາມ – ສ.ເກົາຫຼີ ຈາກງານບຸນ "ພວກເຮົາແມ່ນນຳກັນ"

ຍສໝ​ - ງານບຸນ "ພວກເຮົາແມ່ນນຳກັນ– We Are Together" ຄັ້ງທີ 8 ບໍ່ພຽງແຕ່ແມ່ນກິດຈະກຳທາງດ້ານວັດທະນະທຳ ແລະ ການບັນເທີງເທົ່ານັ້ນ, ແຕ່ຍັງແມ່ນສານແຫ່ງຄວາມຜູກພັນ, ການແບ່ງປັນ ແລະ ການພັດທະນາແບບຍືນຍົງຂອງປະຊາຄົມຊາວຫວຽດນາມ ຢູ່ເກົາຫຼີ, ຜ່ານນັ້ນກໍໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດທະພາບລະຫວ່າງສອງປະເທດ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ