10 ຜົນ​ງານ​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2022

11:02 | 22/01/2023

ຍ​ສ​ໝ - ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ ແລະ ການ​ກະ​ທຳ, ທົ່ວ​ລະ​ບົບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ໄດ້​ສາມັກ​ຄີ​ກັນ, ຮ່ວມ​ແຮງ​ຮ່​ວ​ມ​ໃຈ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ວຽກ​ງານ​ຢ່າງ​ຄົບ​ຊຸດ, ຮອບ​ດ້ານ ແລະ ບັນ​ລຸ​ໄດ້​ຜົນ​ງານ​ທີ່​ດີ​ໃນຫຼາຍ​ຂົງ​ເຂດ. ເນື່ອງ​ໃນ​ລະ​ດູ​ບານ​ໃໝ່​ປີ​ແມວ, ວາ​ລະ​ສານ​ຍຸກ​ສະ​ໄໝ​ໄດ້​ຄັດ​ເລືອກ, ແນະ​ນຳ 10 ຜົນ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດນາມ (VUFO) ປີ 2022.

xນະ​ຄອນ​ໂຮ້ຍ​ອານ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຕ້ອ​ນ​ຮັບ​ປີ​ໃໝ່ 2023 ນະ​ຄອນ​ໂຮ້ຍ​ອານ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຕ້ອ​ນ​ຮັບ​ປີ​ໃໝ່ 2023
ຮັກ​ຫອມສັນ​ຕິ​ພາບ ແມ່ນ​ຈຸດ​ພິ​ເສດ​ພົ້​ນ​ເດັ່ນ​ໃນ​ການ​ພົວ​ພັນການທູດປະຊາຊົນ ຮັກ​ຫອມສັນ​ຕິ​ພາບ ແມ່ນ​ຈຸດ​ພິ​ເສດ​ພົ້​ນ​ເດັ່ນ​ໃນ​ການ​ພົວ​ພັນການທູດປະຊາຊົນ

1. ມີຄວາມສາ​ມັກ​ຄີ, ​ມິດ​ຕະ​ພາ​ບ​ກັບບັ​ນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ການ​ເຄື່ອນ​ໄຫວຫຼາຍ​ຝ່າຍ: VUFO ໄດ້​ຈັດ​ຕັ້ງ​ສຳ​ເລັດ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະຫຼອງ ປີສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ ປີ2022, ປີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ 2022 ໃນ​ນັ້ນ​ ມີງານ​ມະ​ໂຫລານ​ມິດ​ຕະ​ພາບປະ​ຊາ​ຊົນ ຫວຽດ​ນາມ - ລາວ​ຄັ້ງ​ທີ V, ພົບ​ປະ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ປະ​ຊາ​ຊົນ ຫວຽດ​ນາມ - ກຳ​ປູ​ເຈຍ ​ຄັ້ງ​ທີ V, ລົງນາມໃນ​ບົດ​ບັນ​ທຶກການ​ຮ່ວມ​ມື​ມິດ​ຕະ​ພາບ ໄລ​ຍະ 2022 – 2027 ລະ​ຫວ່າງ VUFO ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ການ​ທູດ​ປະ​ຊາ​ຊົນ ຈີນ.

2. ຈັດ​ຕັ້ງ​ສຳ​ເລັດຫຼາຍ​ເຫດ​ການ​ສະ​ເຫຼີມ​ສະຫຼອງ​ປີຖ້ວນ, ປີ​ຄີກ 5 ປີ​ເທື່ອ​ໜຶ່ງ​ແຫ່ງ​ການ​ຈັດ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ບັນ​ດາ​ປະ​ເທດ: ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ, 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ແອັດ​ສະ​ປາຍ, 30 ປີ​ແຫ່ງວັນ​ແຫ່ງ​ການ​ສ້າງ​ຕັ້ງ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ກັບ ສ.ເກົາຫຼີ, Armenia, Azerbaijan, Belarus, Uzberkistan; 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ, 5 ປີ​ແຫ່ງ​ການ​ຈັດ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດນາມ - ກາ​ນາ​ດາ… ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ອັນໃຫຍ່ຫຼວງ, ຂອບ​ຂະ​ໜາດ​ແຜ່ລາມອອກໄດ້ປະ​ກອບ​ສ່ວ​ນ​ນຳ​ການ​ພົວ​ພັນ​ທາງ​ກາ​ນ​ທູດ, ການ​ຮ່ວມ​ມື​ປະ​ຊາ​ຊົນ​ກັບ​ບັນ​ດາ​ປະ​ເທດ​ນັບ​ມື້​ນັບ​ເຂົ້​າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ.

10 ຜົນ​ງານ​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2022

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 22: ສະພາສັນຕິພາບໂລກ, ເດືອນພະຈິກ 2022, ຢູ່ຮ່າໂນ້ຍ

3. ວ​ຽກ​ງານ​ທ້ອງ​ຖິ່ນ​ມີ​ສິ່ງ​ທີ່​ພົ້ນ​ເດັ່ນຫຼາຍ​ຢ່າງ: ບັນ​ດາ​ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ, ສັນ​ຕິ​ພາບ, ຄວາມສາ​ມັກ​ຄີ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຂອບ​ຂະ​ໜາ​ດ​ຂອງ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຂັ້ນ​ສູນ​ກາງເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ຢູ່ຫຼາຍ​ແຂວງ/ນະ​ຄ​ອນ, ທ້ອງ​ຖິ່ນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ໂອ​ກາດ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022 ແລະ ປີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ 2022. ບັນ​ດາ​ທ້ອງ​ຖິ່ນ ໄດ້​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນ​ຄື: ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ເວ​ທີ​ປາ​ໄສ, ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການກ່ຽວ​ກັບ​​ການ​ຮ່ວມ​ມືໃນຫຼາຍ​ຂົງ​ເຂດ. ບັນ​ດາ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ສະ​ໜາມ​ຮົບ​ເກົ່າ, ໜູນ​ຊ່ວຍ​ຄອບ​ຄົວ​ທຸກ​ຍາກ, ຄອ​ບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຢູ່​ເຂດ​ຊາຍ​ແດນທີ່​ມີ​ຄວາມ​ໝາຍ​ແທດ​ຈິງ, ເຮັດ​ໃຫ້​ເພີ່ມທະວີ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ກັບ ປະ​ຊານ​ບັນ​ດາ​ປະ​ເທດ​ທີ່​ມີເສັ້ນ​ຊາຍ​ແດນ​ຮ່ວມ​ກັນ.

4. ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ຂອງ​ການ​ນຳ​ພັກ, ລັດ: VUFO ໄດ້​ປະ​ຕິ​ບັດ​ຕາມ​ການ​ຊີ້​ນຳນຳ​ພາ​ທີ່ຖືກ​ຕ້ອງ​ຕາມ​ຈິດ​ໃຈ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ. ການ​ທູດ​ປະ​ຊາ​ຊົນ​ແມ່ນ​ໜຶ່ງ​ໃນ​ສາມ​ເສົ​າ​ຄ້ຳ​ຂອງ​ພື້ນ​ຖານ​ການ​ທູດ​ຫວຽດ​ນາມ​ຢ່າງ​ຮອບ​ດ້ານ ແລະ ທັນສະໄໝ. ແນວ​ຄິດ​ຊີ້​ນຳ​ຂອງ​ພັກ, ບັນ​ດາ​ເອ​ກະ​ສານກອງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ​ພັກ ໄດ້​ຄ່ອຍໆ​ປະ​ຕິ​ບັດ​ຫັນ​ເປັນ​ລະ​ອຽດ ແລະ ນຳເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ການ​ເຂົ້າ​ຮ່ວມ​ຂອງ​ການ​ທູດ​ປະ​ຊາ​ຊົນ​ໄດ້​ປະ​ກອບ​ສ່ວນ​ສະ​ແດງ​ໃຫ້​ເຫັນ​​ການ​ພົ​ວ​ພັນ​ລະ​ຫວ່າງ ຫວຽດ​ນາມກັບບັນດາ​ຄູ່​ຮ່ວມ​ມືຢ່າງ​ຈະ​ແຈ້ງ, ທັງ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ສາມ​ເສົາ​ຄ້ຳ​ຄື: ການ​ພົວ​ພັນ​ຕ່າງ​ປະ​ເທດຂອງ​ພັກ, ການ​ທູດຂອງ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ.

10 ຜົນ​ງານ​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2022

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສົມທົບ​ກັບ​ຫຼາຍ​ທ້ອງ​ຖິ່ນ​ ຈັດ​ຕັ້ງ​​ກອງ​ປະຊຸມ​ສຳ​ເລັດ​ຜົນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ລະດົມ​ການ​ຊ່ວຍ​ເຫຼືອ​ຈາກ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຂອງ​ຕ່າງປະ​ເທດ​ຢູ່ ຫວຽດນາມ.

5. ວຽກ​ງານ​ການ​ທູດ​ການ​ຕ່າງ​ປະ​ເທດ​ໄດ້​ຫັນ​ເປັນ​ມື​ອາ​ຊີບ, ຫັນ​ເນື້ອ​ໃນ ແລະ ຮູບ​ແບບ​ທີ່​ໄດ້​ສະ​ແດງເປັນຫຼາຍ​ຮູບ​ແບບ, ມີ​ການ​ແຜ່​ລະ​ລາມ ແລະ ສ້າງເປັນ​ຈຸດ​ພົ້ນ​ເດັ່ນ: VUFO, ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ ແລະ ເພື່ອນ​ມິດ​ສາ​ກົນ​ຄ້​ວາ​ໄດ້​ 5 ລາງວັນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ ຄັ້ງ​ທີ 13. ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສື່​ສານ​ ໄດ້​ສ້າງເປັນ​ຄວາມ​ປະ​ທັ​ບ​ໃຈ​ທີ​ດີ່ ໃຫ້​ແກ່ມະຫາຊົນ​ແມ່ນ ບັ້ນການ​ປະກວດ “ໃຫ້ຂອງ​ທີ່​ລະ​ນຶກ​ເລົ່າ​ເລືອງ” ໂດຍ​ວາ​ລະ​ສານ ຍຸກ​ສະ​ໄໝ ຈັດຕັ້ງ​ປະ​ຕິ​ບັດ. ດ້ວຍ​ບົດ​ເຂົ້າ​ຮ່ວມ​ກ່​ວາ 6.200 ບົດ, ການ​ແຂ່ງ​ຂັນ​ໄດ້​ຫວນ​ຄືນ​ບັນ​ດາ​ຄວາມ​ຊົ​ງ​ຈຳ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດນາມ - ລາວ, ເປັນ​ປະ​ໂຫຍດ​ສຶກ​ສາ​ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມໃນ​ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ເພີ່ມ​ພູນຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

6. ຕັ້ງ​ໜ້າ​ຜັນ​ຂ​ະ​ຫຍາຍ​​ໝາກ​ຜົນ​ຕາມ​ແຜນ​ນະ​ໂຍ​ບາ​ຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ຕ່າງປະເທດ: VUFO ໄດ້​ແຜ່​ຂະ​ຫຍາຍ​ເນື້ອ​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ 13 ຂອງ​ພັກ​ກ່ຽວ​ກັບ​ການ​ທູດ​ປະ​ຊາ​ຊົນ​, ຄຳ​ສັ່ງ​ເລກ​ທີ 12-CT/TW ຂອງ​ຄະ​ນະ​ເລ​ຂາທີການ ລົງ​ວັນ​ທີ 5 ມັງ​ກອນ ​ປີ 2022 ກ່່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່​ໄປ​ຍັງ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ໃນ​ລະ​ບົບໂດຍ​ໄວ. ບົນ​ພື້ນ​ຖານນັ້ນ, ມີ​ສະ​ຫະ​ພັນບັນດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຢູ່​ທ້​ອງ​ຖິ່ນ ໄດ້​ເປັນ​ເສ​ນາ​ທິ​ການ, ສົມ​ທົບ​ກັບ​ອົງ​ຄະ​ນະ​ພັກ​ແຂວງ, ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ແຂວງ, ນະ​ຄອນ​ຈັດ​ຕັ້ງ​ເຊື່ອມ​ຊືມ​ຄຳ​ສັ່ງ​ເລກ​ທີ 12-CT/TW ດ້ວຍຫຼາຍ​ຮູບ​ແບບ​ໃຫ້​ແກ່​ພະ​ນັກ​ງານ​ການ​ນຳຫຼັກ​ແຫຼ່ງ​ຂອງ​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ, ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ແຂວງ, ນະ​ຄອນ ແລະ ສະ​ມາ​ຊິກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ໃນ​ບໍ​ລິ​ເວນ​ແຂວງ.

10 ຜົນ​ງານ​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2022

ທ່ານ ຟານ​ແອງ​ເຊີນ, ເລ​ຂາ​ຄະ​ນະ​ພັກ, ຮອງ​ປະ​ທານ, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ໃຫ້​ການ​ຝຶກ​ອົບ​ຮົມ​ການ​ທູດ​ປະ​ຊາ​ຊົນ​ໃຫ້​ແກ່ 18 ສະ​ຫະ​ພັນ​ທ້ອງ​ຖິ່ນ​ພາກ​ໃຕ້.

7. ດຶງ​ດູດ​ແຫຼ່ງ​ເງິນ​ອຸ​ປະ​ຖຳ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ກ່​ວາ 200 ລ້ານ USD: ໃນ​ສະ​ພາບ​ການທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ການ​ເຄື່ອນ​ໄຫວ​ຂົນ​ຂວາຍ​ອຸ​ປະ​ຖຳ ປີ 2022 ຍັງ​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່ນ​ຊົມ​ດ້ວຍຍອດມູນຄ່າກວ່າ 200 ລ້ານ USD. ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ວຽກ​ງານ​ຂົນ​ຂວາຍ ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ.

8. ຈັດ​ຕັ້ງ 2 ໂຄງ​ການ​ໃຫຍ່ຢ່າງ​ສຳ​ເລັດຜົນ: ການ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບ​ສາ​ກົນ 2022 ລະ​ຫ່​ວາງ​ຄະ​ນະ​ການ​ທູດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ຂອງ VUFO ຢູ່​ແຂວງ ຕວຽນ​ກວາງ ແລະ ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢູ່​ແຂວງ​ກາວ​ບັ່ງ. ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຕີ​ລາ​ຄາ​ຄືນ​ໃໝ່​ການ​ເຄື່ອນ​ໄຫວ, ກໍ່​ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຍຸດ​ທະ​ສາດ, ແຜນ​ການ, ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ. ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໄດ້​ຊ່ວຍ​ໃຫ້ VUFO ສັງ​ລວມ, ເປັນ​ເສ​ນາ​ທິ​ການ, ສະ​ເໜີ​ແນະ​ຕໍ່​ການ​ນຳ​ພັກ, ລັດ, ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຫັນ​ບັນ​ດາ​ຄຳ​ສັ່ງ​ຂອງ​ພັກ​ເປັນ​ລະ​ບອບ​ລະ​ບຽບການ, ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງຂອງ​ອົງ​ການຈັດຕັ້ງ, ກົງ​ຈັກ, ພະ​ນັກ​ງານ​ໃຫ້​ສົມ​ບູນ​ແບບ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ​ທົ່ວ​ລະ​ບົບ.

9. ຈັດ​ຕັ້ງ​ສຳ​ເລັດເສັງ​ການ​ຄັດ​ເລືອກ​ພະ​ນັກ​ງານ​ລັດ​ຖະ​ກອນ: ໄຂໃນ​ວັນ​ທີ 10 ເມ​ສາ ປີ 2022, ການ​ເສັງ​ຊ່ວຍ​ໃຫ້ VUFO ຄັດ​ເລືອກ​ໄດ້​ລັດ​ຖະ​ກອນ ເກືອບ 20 ຄົນ, ໃນ​ນັ້ນ​ມີ ລັດ​ຖະ​ກອນ 12 ຄົນ​ເຂົ້າໃນ​ຕຳ​ແໜ່ງ​ນັກ​ວິ​ຊາ​ການ​ທາງ​ການ​ທູດ, 4 ຄົນ​ເຂົ້າ​ຕຳ​ແໜ່ງ​ນັກ​ວິ​ຊາ​ການ​ສະ​ເພາະ​ກິດ.

10. ປັ​ບ​ປຸງ​ອົງ​ການ, ​ພື້ນ​ຖານ​ວັດ​ຖຸ, ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ເຕັກ​ນິກ​ເພື່ອ​ຮັບ​ໃຊ້​ວຽກ​ງານ: ອົງ​ການ​ຈັດ​ຕັ້ງ​ກົງ​ຈັກ, ລະ​ບົບ​ເອ​ກະ​ສານ​ນິ​ຕິ​ກຳ, ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ໝູ່​ຄະ​ນະ (ກຳ​ມະ​ການ, ຊາວ​ໜຸ່ມ, ແມ່​ຍິງ) ຂ​ອງ VUFO ທີ່​ໄດ້​ຮັບ​ການ​ປັບ​ປຸງ, ບູ​ລະ​ນະ​ຢ່າງ​ຄົບ​ຊຸດ, ​ມີ​ປະ​ສິດ​ທິ​ຜົນ. ສຳ​ນັກ​ງານບ່ອນ​ເຮັດ​ວຽກ​ໄດ້​ຮັບ​ການ​ປັບ​ປຸງ, ຕິດ​ຕັ້ງ, ຍົກ​ລະ​ດັບ​ດ້ວຍ​ວັດ​ຖຸ​ອຸ​ປະ​ກອນທີ່​ທັນ​ສະ​ໄໝ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.