ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ​ ພົບ​ປະ​ກັບການ​ນຳ IPU ​ແລະ ສະພາ​ແຫ່ງ​ຊາດ ລາວ

16:57 | 14/03/2023

​ຍ​ສ​ໝ - ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ກຳນົດ​ວ່າ ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ IPU ​ແມ່ນ​ວຽກ​ງານ​ການ​ທູດ​ຫຼາຍ​ຝ່າຍ​ສຳຄັນ​ຂອງ​ສະພາ​ແຫ່ງ​ຊາດ.

ການ​ນຳ​ລາວ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ. ການ​ນຳ​ລາວ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ.
ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026 ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026

ວັນທີ 12 ມີນາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງ​ທີ 146 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງມານາມາ ປະເທດບາເຣນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນ​ແທັງ​ເໝິນ ໄດ້ມີການພົບປະກັບທ່ານປະທານ IPU Duarte Pacheco ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ສຸນ​ທອນ ​ໄຊ​ຍະ​ຈັກ.

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ມາ​ນາ​ມາ​ແລ້ວ, ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ IPU Pacheco, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ເຈີ່ນ​ແທັງ​ເໝິນ ຢືນຢັນ​ວ່າ ນັບ​ແຕ່​ເຂົ້າ​ເປັນ​ສະມາຊິກ IPU ເມື່ອ ປີ 1979, ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ມີຄວາມຮັບຜິດຊອບໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​, ໃນ​ນັ້ນ​ໄດ້​ຈັດ​ຕັ້ງ​ສຳ​ເລັດ​ບາງ​ເຫດ​ການ​ໃຫຍ່​ຄື ກອງ​ປະຊຸມ​ໃຫຍ່ IPU-132, ກອງ​ປະຊຸມຫົວ​ເລື່ອງ​ສະ​ເພາະ ເຂດ​ອາຊີ - ປາຊີ​ຟິກ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ແລະ ບັນດາເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ​ ພົບ​ປະ​ກັບການ​ນຳ IPU ​ແລະ ສະພາ​ແຫ່ງ​ຊາດ ລາວ
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ ​ພົບ​ປະ​ກັບການ​ນຳ IPU (ພາບ: TTXVN)

ທ່ານ​​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ເລື່ອງ​ຫວຽດ​ນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສະມາຊິກລັດ​ຖະ​ສະ​ພາ​ໜຸ່ມ​ທົ່ວ​ໂລກ​ໃນຄັ້ງຕໍ່​ໄປ ອີກ​ຄັ້ງ​ໜຶ່ງ ຂໍ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ນີ້, ​ພ້ອມ​ທັງ ຢືນຢັນ​ຄວາມ​ສົນ​ໃຈ​ຂອງຫວຽດນາມ ຕໍ່ກັບ​ບົດບາດ​ຂອງ​ຊາວ​ໜຸ່ມ​ກ່ຽວ​ກັບ​ບັນດາບັນຫາລວມ​ທົ່ວ​ໂລກ​ຂອງ​ໄວ​ໜຸ່ມ​ປະຈຸ​ບັນ.

ທ່ານ ​ເຈີ່ນ​ແທັງ​ເໝິນ ໄດ້ຕີ​ລາຄາ​ສູງ​ບົດບາດ​ຂອງຄະ​ນະ​ການ​ນຳ IPU ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ປະຕິບັດ​ທີ່​ແທດ​ຈິງເພື່ອ​ໜູນ​ຊ່ວຍ​ການ​ປະຕິບັດ​ບັນດາ​ໂຄງການ ​ແລະ ຍຸດ​ທະ​ສາດ​ຂອງສະຫະ​ພັນ, ​ກໍ່​ຄືເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​​ລັດ​ຖະ​​ສະພາບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ມຸ່ງ​ໄປ​ເຖິງ​ບັນດາ​ຈຸດໝາຍ​ລວມ​ກ່ຽວ​ກັບ ສັນຕິພາບ, ປະຊາທິປະ​ໄຕ​ ແລະ​ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ ໃຫ້ຮູ້​ວ່າ ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ວ່າ ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ IPU ​ແມ່ນ​ວຽກ​ງານ​ການ​ທູດ​ຫຼາຍ​ຝ່າຍ​ທີ່ສຳຄັນ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປຶກສາ​ຫາລື​ ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂບັນ​ດາ​ບັ​ນ​ຫາ​ຮີບ​ດ່ວນ​ໃນ​ປະຈຸ​ບັນຂອງ​ໃນ​ທົ່ວ​ໂລກ.

ເວທີປາໄສ IPU ກໍ່ແມ່ນສະຖານທີ່ທີ່ອົງການນິຕິບັນຍັດ ຫວຽດນາມ ສາມາດເຂົ້າເຖິງບັນດາເນື້ອໃນ, ປະສົບການໃນການເຄື່ອນໄຫວ ແລະ ການປະຕິບັດຕົວຈິງທີ່ດີຂອງບັນດາລັດຖະສະພາທົ່ວໂລກ ເພື່ອປັບປຸງ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງຕົນ. ສ່ວນທ່ານປະທານາທິບໍດີ Duarte Pacheco ຖືວ່າ IPU ແລະ ສະພາແຫ່ງຊາດ ຫວຽດນາມ ຈະ​ພ້ອມ​ກັນແບ່ງປັນບັນດາຄຸນຄ່າລວມກ່ຽວ​ກັບໂລກທີ່ສວຍງາມກວ່າ.

ການ​ນຳ IPU ​ໄດ້​ຊົມ​ເຊີຍ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ທີ່ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ມາ​ຊິກ​ລັດຖະສະພາ​ໜຸ່ມ​ທົ່ວ​ໂລກ​ຄັ້ງ​ທີ 9 ຢູ່​ຮ່າ​ໂນ້ຍ ​ໃນ​ເດືອນ​ກັນຍາ ​ແລະ ຢືນຢັນ​ຈະ​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ສະຫະພັນ ​ເພື່ອໃຫ້​ເຫດ​ການ​ປະ​ສົ​ບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດລາວ ນາງ ສຸນທອນ ​ໄຊ​ຍະ​ຈັກ ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ໃຫ້​ແກ່​ການ​ປັບ​ປຸງ, ​ເພີ່ມ​ທະວີ​ການ​ພົວ​ພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ລາວ; ​ຍາມ​ໃດ​ກໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່ ແລະ ສະໜັບສະໜູນ​ພາລະກິດແຫ່ງການປົກປັກຮັກສາ, ສ້າງສາ, ປ່ຽນ​ແປ່ງໃໝ່ ​ແລະ ພັດທະນາ​ປະ​ເທດລາວ.

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ 2 ຝ່າຍ​ໄດ້​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນໃນ​ຂໍ້​ຕົກ​ລົງການ​ຮ່ວມ​ມື​ທີ່​ໄດ້ຮັບ​ການ​ລົງ​ນາມ​ໃນ​ເດືອນ ພຶດ​ສະ​ພາ ປີ2022 ຢ່າງ​ເປັນ​ທາງ​ການ.

2 ຝ່າຍ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະສົບ​ການ​ໃນ​ວຽກ​ງານ​ນິຕິບັນຍັດ ​ແລະ ​ຕິດ​ຕາມກວດກາ, ປະກອບສ່ວນ​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດຖະກິດ - ສັງຄົມ​ພາຍຫຼັງ​ໂລກ​ລະບາດ​ໂຄ​ວິດ-19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.