ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ

16:42 | 09/02/2023

ຍ​ສໝ - ວັ​ນ​ທີ 6 ກຸມ​ພາ, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ລົງ​ທຶນ, ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ Uzbekistan Laziz Kudratov, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ ຫງວຽນ​ຈິ​ຢຸງ ຢັ້ງ​ຢືນ​ສອງ​ປະ​ເທດ​ພວມ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ​ເພື່ອ​ຍົກ​ລະ​ດັບ​ວົງ​ເງິນ​ການ​ຄ້າ​ລົງ​ທຶນ​ສອງ​ສົ້ນ ກໍ່​ຄື​ການລົງ​ທຶນ​ໂດຍ​ກົງໃຫ້ຫຼາຍກ່​ວາ​ອີກ.

ຫວຽດ​ນາມ ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ສຳ​ຄັນ​ທີ່​ສຸດ​ຂອງ ອົດ​ສະ​ຕາ​ລີ ຫວຽດ​ນາມ ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ສຳ​ຄັນ​ທີ່​ສຸດ​ຂອງ ອົດ​ສະ​ຕາ​ລີ
ສາດ​ສະ​ດາ​ຈານ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ສາດ​ສະ​ດາ​ຈານ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ
ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ
ທີ່ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: MPI)

ຫວຽດນາມ - Uzbekistan ​ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ

ວັ​ນ​ທີ 6 ກຸມ​ພາ, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ລົງ​ທຶນ, ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ Uzbekistan Laziz Kudratov, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ ຫງວຽນ​ຈິ​ຢຸງ ຢັ້ງ​ຢືນ​ສອງ​ປະ​ເທດ​ພວມ​ມີ​ຫຼາຍຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ​ເພື່ອ​ຍົກ​ລະ​ດັບ​ວົງ​ເງິນ​ການ​ຄ້າການ​ລົງ​ທຶນ​ສອງ​ສົ້ນ ກໍ່​ຄືການ​ລົງ​ທຶນ​ໂດຍ​ກົງໃຫ້ຫຼາຍກວ່າອີກ.

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ຫງວຽນ​ຈີ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ Uzbekistan. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ປະຈຸ​ບັນ, ໝາກຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ຍັງ​ບໍ່​ທັນ​ແທດ​ເໝາະ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວກໍ່​ຄື​ຄວາມ​ປາດ​ຖະໜາ​ຂອງ 2 ປະ​ເທດ.

ທ່ານ​ລັດຖະມົນຕີ ຫງວຽນ​ຈິຢຸງ ​ເນັ້ນ​ໜັກ​ວ່າ 2 ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາລະ​ໂອກາດ​ຫຼາຍຢ່າງ ເພື່ອ​ເພີ່ມ​ທະວີ​ວົງ​ເງິນ​ການ​ຄ້າ​ການ​ລົງ​ທຶນ​ສອງ​ສົ້ນ ກໍ່​ຄື​ການ​ລົງ​ທຶນ​ໂດຍ​ກົງໃຫ້ຫຼາຍກວ່າອີກ.​ເພື່ອ​ປະ​ຕິ​ບັດ​ໄດ້​ສິ່ງ​ນີ້, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ສົນທະນາ, ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ, ຄວາມ​ສາມາດ ​ແລະ ຄວາມຕ້ອງການ​ເພື່ອ​ມີ​ມາດ​ຕະການ, ຮູບ​ແບບການ​ຮ່ວມ​ມື, ​ແບ່ງປັນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ; ພິ​ເສດ​ແມ່ນ​ບົດບາດ​ຂອງ​ສະຖານທູດ​ຂອງ​ສອງ​ປະ​ເທດ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດມີ​ໂອ​ກາດ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ຮ່ວມ​ມື​ນຳ​ກັນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດໃຫ້​ແກ່​ສອງ​ຝ່າຍ.

ທ່ານ​ລັດ​ຖະ​ມົນ​ຕີ​ Laziz Kudratov ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ, ສ້າງ​ໜ່ວຍ​ປະ​ຕິ​ບັດ​ງານ​ລວມ​ເພື່ອ​ຍົກ​ອອກວິ​ທີ​ການ​ແກ້​ໄຂ​ເຊື່ອມ​ຕໍ່​ການ​ຄ້າ, ພັດ​ທະ​ນາ​ບັນ​ດາ​ຂະ​ແໜງທີ່ເປັນ​​ທ່າ​ແຮງ​ຂອງສອງ​ປະ​ເທດ​ຄື: ຕ່ຳ​ແຜ່ນ​ຕັດ​ຫຍິບ, ກໍ່​ສ້າງ, ເຄ​ມີ, ແຮ່​ທາດ, ຊອກ​ຫາ​ກາ​ລ​ະ​ໂອ​ກາດ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

​ໂດຍເຫັນ​ດີ​ກັບ​ຄຳ​ເຫັນ​ຕີ​ລາ​ຄາ, ຂໍ້​ສະ​ເໜີ​ຂອງ ທ່ານ​ລັດ​ຖະ​ມົນ​ຕີ Laziz Kudratov, ທ່ານລັດ​ຖະ​ມົນ​ຕີ ຫງວຽ​ນ​ຈີ​ຢຸງ ຖື​ວ່າ Uzbekistan ມີ​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບຫຼາຍ​ຢ່າງ ແລະ ຫວຽດ​ນາມ ກໍ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ໜູນ​ຊ່ວຍ​, ເພີ່ມ​ເຕີມ, ຮ່ວມ​ມື, ແບ່ງ​ປັນ​ນຳ​ກັນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລະ​ຫວ່າງ​ສອງ​ລັດ​ຍັງ​ບໍ່​ມີ​ເສັ້ນ​ທາງບິນ​ໂດຍ​ກົງ, ການແລກ​ປ່ຽນ​ສິນ​ຄ້າ​ສ່ວນຫຼາຍ​ແມ່ນ​ຂົນ​ສົ່ງ​ທາງ​ທະ​ເລ ດ້ວຍ​ລາ​ຄາ​ສູງ, ພູ​ມີ​ສາດ​ຂອງ Uzbekistan ພັດບໍ່​ໃກ້ກັບ​​ທ່າ​ກຳ​ປັ່ນ​ໃຫຍ່. ດັ່ງ​ນັ້ນ, ສອງ​ປະ​ເທດ​ຕ້ອງ​ຊອກ​ຫາ​ວິ​ທີ​ການ​ເໝາະ​ສົມ​ເພື່ອ​ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​ເພື່ອ​ເສີມ​ຂະ​ຫຍາຍ​ໄດ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ໄດ້​ປຽບ​ຂອງ​ທັງ​ສອງ​ປະ​ເທດ​ຢ່າງ​ສຸດ​ຂີດ.

ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຕ້ອງ​ສຳຫຼວດກວດ​ກາ​ຄືນ​ບັນ​ດາ​ລະ​ບຽບ​ການ​ລົງ​ທຶນ, ເສີມ​ຂະ​ຫຍາຍ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະບານ​ສອງ​ປະ​ເທດ ເພື່ອ​ຄົ້ນ​ຫາ, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ລະ​ອຽດ​ຂອງ​ຄະ​ນະ​ກຳ​ມະ​ການ​ນີ້, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ແລກ​ປ່ຽນ, ກຳ​ແໜ້ນ​ຂໍ້​ມູນ, ຊອກ​ຫາ​ກາ​ລະ​ໂອ​ກາດການ​ລົງ​ທຶນ. ຈາກ​ນັ້ນ, ກໍ່ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ລະ​ອຽດ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.