ມອບຂອງຂັວນ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນໃນຊູດານໃຕ້

16:23 | 28/02/2023

ຍສໝ - ເນື່ອງ​ໃນ​ໂອກາດ​ວັນ​ແພດ​ໝໍ​ຫວຽດນາມ 27 ກຸມພາ, ໂຮງໝໍພາກສະໜາມ ​ຂັ້ນ 2 ເລກ 4 ຂອງຫວຽດນາມ ຢູ່ ຊູດານໃຕ້ ​ໄດ້​ຈັດ​ຕັ້ງ​ການ​ກວດ, ປິ່ນປົວ​ພະຍາດ ​ແລະ ມອບ​ຂອງຂວັນ ​ແລະ ຢາ​ປົວ​ພະຍາດ​ຫຼາຍ​ຢ່າງ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ.

ຫວຽດນາມ ໜຸນຊ່ວຍ ຊູດານໃຕ້ ໃນການສະກັດກັ້ນພະຍາດ COVID-19 ຫວຽດນາມ ໜຸນຊ່ວຍ ຊູດານໃຕ້ ໃນການສະກັດກັ້ນພະຍາດ COVID-19
ທະຫານເສນາຮັກ ເດີນທາງເຂົ້າຮ່ວມຮັກສາສັນຕິພາບ ຢູ່ ຊູດານ ທະຫານເສນາຮັກ ເດີນທາງເຂົ້າຮ່ວມຮັກສາສັນຕິພາບ ຢູ່ ຊູດານ

ເນື່ອງ​ໃນ​ໂອກາດ​ວັນ​ແພດ​ໝໍ​ຫວຽດນາມ 27 ກຸມພາ, ໂຮງໝໍ​ພາກສະໜາມ ຂັ້ນ 2 ເລກ 4 ຂອງຫວຽດນາມ ຢູ່ ຊູດານໃຕ້ ​ໄດ້​ຈັດ​ຕັ້ງ​ການ​ກວດ, ປິ່ນປົວ​ພະຍາດ ​ແລະ ມອບ​ຂອງຂວັນ ​ແລະ ຢາ​ປົວ​ພະຍາດ​ຫຼາຍ​ຢ່າງ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ.

ມອບຂອງຂັວນ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນໃນຊູດານໃຕ້
ການນຳໂຮງໝໍພາກສະໜາມຂັ້ນ 2 ເລກ 4 ມອບຂອງຂວັນໃຫ້ປະຊາຊົນຊູດານໃຕ້.

ທ່ານ​ຫົວໜ້າ​ໂຮງໝໍ​​ພາກສະໜາມ ​ຂັ້ນ 2 ເລກ 4 ​ໃຫ້​ຮູ້​ວ່າ: ​ເພື່ອ​ປະຕິບັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ແພດ​ໝໍ ຫວຽດນາມ ວັນ​ທີ 27 ກຸມພາ ດ້ວຍ​ຈິດ​ໃຈ “ແພດໝໍເໝືອນດັ່ງແມ່ຜູ້ໃຈດີ”, ບັນດາ​ທ່ານ​ໝໍ, ພະຍາບານ ​ຂອງ​ໂຮງໝໍພາກສະໜາມ ​ຂັ້ນ 2 ເລກ 4 ​ຂອງ ຫວຽດນາມ ທີ່ພວມປະຕິບັດງານຢູ່ຫ່າງໄກຈາກບ້ານ ໄດ້ເຂົ້າຮ່ວມຫຼາຍກິດຈະກໍາອາສາສະຫມັກ (CIMIC) ເພື່ອຊ່ວຍ ແລະ ສະຫນັບສະຫນູນໂຮງຫມໍ ກໍ່ຄືຄົນເຈັບ ແລະ ປະຊາຊົນໃນ Bentiu, ຊູດານໃຕ້.

ການ​ກະ​ກຽມ​ໄດ້​ດໍາ​ເນີນ​ໄປ​ດ້ວຍ​ຄວາມ​ຕັດສິນໃຈ ແລະ ຮີບ​ດ່ວນ​​. ບັນດາເຄື່ອງຈັກ, ອຸປະກອນການແພດ, ຢາປົວພະຍາດ ແລະ ຂອງຂວັນ ໄດ້ຮັບການກະກຽມ ແລະ ຮັບປະກັນ ເພື່ອມອບໃຫ້ແກ່ປະຊາຊົນ ໂດຍໂຮງໝໍພາກສະໜາມ ຂັ້ນ 2 ເລກ 4.

ມອບຂອງຂັວນ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນໃນຊູດານໃຕ້
ມອບຂອງຂັວນ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນໃນຊູດານໃຕ້
ທີມງານອາສາສະໝັກຂອງໂຮງໝໍພາກສະໜາມ ຂັ້ນ 2 ເລກ 4 ໄດ້ລົງກວດສຸຂະພາບໃຫ້ປະຊາຊົນພາຍໃນບ້ານ

ຄະນະ​ອາສາ​ສະໝັກ ​ໂດຍ​ທ່ານ​ພັນຕີ ເລຫວຽດແອງ - ຮອງ​ຜູ້​ອຳ​ນວຍ​ການ​ວິຊາ​ສະ​ເພາະ ​ໄດ້ນຳພາຄະນະ ເພື່ອມອບ​ຢາ​ທີ່​ຈຳ​ເປັນ, ​ຢາຂ້າເຊື້ອໃຫ້​ໂຮງໝໍ Bentiu General, ຮັບປະກັນ​ສະພາບ​ແວດ​ລ້ອມ ​ແລະ ສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນຂອງ​ປະຊາຊົນ​.

ມອບຂອງຂັວນ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນໃນຊູດານໃຕ້

ທ່ານ​ຜູ້ອຳນວຍການ​ໂຮງໝໍ Bentiu ໄດ້ສະແດງຄວາມຕື້ນຕັນໃຈ ແລະ ​ຂອບ​ໃຈ​​ກັບ​ໂຮງໝໍ​ພາກສະໜາມ​ ຂັ້ນ 2 ເລກ 4 ​ແລະ ອວຍພອນ​ໃຫ້​ພະນັກງານ​ແພດ​ໝໍ ​ແລະ ພະຍາບານຂອງ​ໂຮງໝໍ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ​ຈົ່ງ​ມີ​ຄວາມສຸກ​ໃນ​ວັນ​ທີ 27 ກຸມພາ. ຄົນເຈັບ ແລະ ປະຊາຊົນເຂດ Bentiu ກໍ່ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ນ້ຳໃຈອັນອົບອຸ່ນຂອງບັນດານັກຮົບທະຫານ ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.