ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຂອງຫວຽດນາມ ໄດ້ສຳເລັດພາລະກິດ ແລະ ກັບຄືນປະເທດ

00:00 | 05/08/2023

ຍສໝ - ໃນຕອນ​ຄ່ຳ​ວັນ​ທີ 9 ກໍລະກົດ, ຢູ່​ຮ່າ​ໂນ້ຍ, ກົມ​ຮັກສາ​ສັນຕິພາບ​ຫວຽດນາມ (ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ) ​ໄດ້​ຈັດ​ພິທີ​ຕ້ອນຮັບ​ພະນັກງານ, ລັດຖະກອນຂອງ​ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ທີ່​ໄດ້​ປະຕິບັດ​ສຳ​ເລັດ​ພາລະກິດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ຊູ​ດັງ​ໃຕ້ ແລະ ກັບຄືນປະເທດ ຫຼັງຈາກທີ່ໄປເຮັດວຽກກວ່າຫນຶ່ງປີ.

ມອບຂອງຂັວນ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນໃນຊູດານໃຕ້ ມອບຂອງຂັວນ ແລະ ຢາປົວພະຍາດໃຫ້ແກ່ປະຊາຊົນໃນຊູດານໃຕ້
ຫວຽດນາມ ໜຸນຊ່ວຍ ຊູດານໃຕ້ ໃນການສະກັດກັ້ນພະຍາດ COVID-19 ຫວຽດນາມ ໜຸນຊ່ວຍ ຊູດານໃຕ້ ໃນການສະກັດກັ້ນພະຍາດ COVID-19

ເວລາປະມານ 22 ໂມງ, ເຮືອບິນຂົນສົ່ງ C17 ຂອງກອງທັບອາກາດລາດຊະວົງອົດສະຕຣາລີ ທີ່ໂດຍສານພະນັກງານ-ລັດຖະກອນ 51 ຄົນ ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ໄດ້ລົງຈອດຢູ່ບໍລິເວນເດີ່ນຈອດຍົນທະຫານຂອງກອງພົນທະຫານອາກາດ 371 (ເຫຼົ່າທັບປ້ອງກັນອາກາດ). ພະນັກງານຂອງ​ໂຮງໝໍທີ່ຍັງເຫຼືອ 12 ຄົນ​ທີ່​ຍັງ​ເຫຼືອ​ ຈະ​ກັບ​ຄືນ​ປະ​ເທດ​ຫວຽດນາມ ພາຍຫຼັງ​ສຳ​ເລັດ​ການ​ມອບຮັບ​ໃຫ້​ໂຮງໝໍກາງສະໜາມຂັ້ນ 2 ເລກ 5.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ພັນ​ເອກ ຟ້າມ​ແມັງ​ຖັ້ງ ​ໄດ້​ຂອບ​ອົກ​ຂອບ​ໃຈ​ບັນດາ​ອົງການ, ຫົວໜ່ວຍ​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ, ສະຖານທູດອົດ​ສະ​ຕາ​ລີ, ທີ່ປຶກສາຝ່າຍການທະຫານອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ທີ່​ຕັ້ງໜ້າ​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກົມຮັກສາສັນຕິພາບຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍວຽກງານຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຢ່າງສຳເລັດຜົນ ແລະ ສິ້ນສຸດອາຍຸການເຮັດວຽກ ກັບບ້ານຕາມແຜນການທີ່ວາງໄວ້.

ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຂອງຫວຽດນາມ ໄດ້ສຳເລັດພາລະກິດ ແລະ ກັບຄືນປະເທດ

ທ່ານ​ພັນ​ເອກ ຟ້າມ​ແມັງ​ຖັ້ງ ຮຽກຮ້ອງ​ບັນດາ​ຫົວໜ່ວຍ​ປະຕິບັດ​ໜ້າ​ທີ່​ຂອງ​ກົມ​ຮັກສາ​ສັນຕິພາບ ຫວຽດນາມ ສົມທົບ​ກັບ​ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ກຳ​ແໜ້ນ​ສະພາບ​ການ​ໃນ​ທຸກ​ດ້ານ, ແກ້ໄຂວຽກງານນະໂຍບາຍໃຫ້ເປັນຢ່າງດີ, ​ແນະນຳໂຮງໝໍກາງສະໜາມຂັ້ນ 2 ເລກ 4 ປະຕິບັດວຽກງານຍ້ອງຍໍ ແລະ ຊົມເຊີຍຢ່າງທັນການ ແລະ ສົມຄວນກັບຜົນສຳເລັດ ກໍ່ຄືການປະກອບສ່ວນ ແລະ ອຸທິດສ່ວນຂອງພະນັກງານໂຮງໝໍ.

ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ໄດ້ເປີດຕົວໃນວັນທີ 17 ພະຈິກ 2021, ມີສະມາຊິກຢ່າງເປັນທາງການທັງໝົດ 63 ຄົນ, ໃນນັ້ນ ມີທະຫານຍິງ 12 ຄົນ; ໄດ້ຜັນຂະຫຍາຍປ່ຽນແທນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງຫວຽດນາມ ທີ່ປະຕິບັດພາລະກິດຢູ່ Bentiu, ປະເທດຊູດັງໃຕ້.

​ໃນ​ໄລຍະ​ປະຕິບັດ​ໜ້າທີ່​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ຊູ​ດັງ​ໃຕ້, ໜ່ວຍ​ງານ ​ໄດ້​ປິ່ນປົວ​ຄົນ​ເຈັບ 1.468 ເທື່ອຄົນ​, ​ໃນ​ນັ້ນ​ກວດສຸຂະພາບໃຫ້ 1.431 ຄົນ, ປິ່ນປົວໃຫ້ຄົນເຈັບທີ່ນອນໂຮງໝໍ 37 ຄົນ, ຜ່າຕັດໃຫຍ່ 8 ຄົນ, ຜ່າຕັດ​ກາງ ​ແລະ ນ້ອຍ 10 ຄົນ.

ພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ໄດ້ກາຍ​ເປັນທູດແຫ່ງ​ສັນຕິພາບ, ແນະນຳ ​ແລະ ສົ່ງ​ເສີມ​ພາບ​ພົດ​ອັນ​ດີງາມ​ຂອງ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ, ພິ​ເສດ​ແມ່ນ​ຮູບ​ພາບ​ນາຍ​ທະຫານລຸງໂຮ່ ຕໍ່ກັບເພື່ອນ​ມິດສາ​ກົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.