ຫວຽດນາມ ແລະ ຄວາມມານະພະຍາຍາມຮັບປະກັນສິດທິມະນຸດຢ່າງຮອບດ້ານ

11:30 | 23/09/2022

ເຄົາລົບ, ປົກປ້ອງ, ຮັບປະກັນສິດທິມະນຸດ ແມ່ນທັດສະນະສະເໝີຕົ້ນສະເຫມີປາຍລຸລ່ວງໃນນະໂຍບາຍຂອງພັກ, ລັດ ຫວຽດນາມ. ໃນບັນດາເອກະສານສຳຄັນທີ່ສຸດ, ຍາມໃດ ຫວຽດນາມ ກໍ່ຖືມະນຸດແມ່ນພາກສ່ວນຕົ້ນຕໍ, ກຳລັງຫນູນ, ເປົ້າໝາຍໃຫ້ແກ່ການພັດທະນາ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ
ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023 ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023
ພາບປະກອບ: qdnd
ພາບປະກອບ: qdnd

ເປົ້າໝາຍສະເຫມີຕົ້ນສະເຫມີປາຍ ແລະ ລຸລ່ວງຂອງພັກ ແລະ ລັດ ຫວຽດນາມ ແມ່ນມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ບັນດາສິດທິມະນຸດ, ສິດພື້ນຖານຂອງພົນລະເມືອງຢ່າງຄົບຖ້ວນ.

ໃນ 30 ປີຜ່ານມາ, ຫວຽດນາມ ໄດ້ມີການປ່ຽນແປງຕັ້ງຫນ້າກ່ຽວກັບດັດຊະນີການພັດທະນາມະນຸດ ແລະ ນອນໃນກຸ່ມບັນດາປະເທດມີລະດັບເຕີບໂຕສູງກວ່າໝູ່ໃນໂລກ. ຖ້າຫາກ ປີ 1990, ເມື່ອຫວຽດນາມ ຫາກໍ່ເຂົ້າຮ່ວມເຂົ້າໃນການຕີລາຄາດັດຊະນີພັດທະນາມະນຸດ, ຫວຽດນາມ ບັນລຸພຽງຢູ່ໃນລະດັບຕ່ຳແມ່ນ 0,48 ແຕ່ມາຮອດປະຈຸບັນ ຫວຽດນາມ ໄດ້ລອດເຂົ້າໃນກຸ່ມບັນດາປະເທດມີດັດຊະນີສູງ. ດ້ວຍດັດຊະນີພັດທະນາມະນຸດ (HDI) ປີ 2021 ຊື່ງໂຄງການພັດທະນາຂອງ ສປຊ (UNDP) ຫາກໍ່ປະກາດແມ່ນຢູ່ໃນຕົວເລກ 0,703, ຫວຽດນາມ ເພີ່ມ 2 ຂັ້ນເມື່ອທຽບໃສ່ປີ 2019, ຢືນອັນດັບທີ 115 ໃນຈຳນວນ 191 ປະເທດ ແລະ ເຂດແຄ້ວນ. ສາດສະດາຈານ Jonathan Pincus, ນັກຊ່ຽວຊານດ້ານເສດຖະກິດຂັ້ນສູງຂອງ UNDP ໂຄງການພັດທະນາ ສປຊ UNDP ຕີລາຄາວ່າ:

ບໍ່ຄືກັນກັບບັນດາປະເທດອື່ນໃນໂລກ, ຫວຽດນາມ ໄດ້ມານະພະຍາຍາມຮັກສາການເຕີບໂຕເສດຖະກິດໃນທັງ 2 ປີ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. ເຖິງວ່າ ລະດັບເຕີບໂຕສະເລ່ຍຊັກຊ້າ ແລະ ບັນດາກຸ່ມຄົນມີຄວາມສ່ຽງພິເສດ ມີບາງໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ ຫວຽດນາມ ຫລີກລ້ຽງໄດ້ການປີນຂັ້ນໄດກ່ຽວກັບຄວາມຄືບຫນ້າການພັດທະນາມະນຸດ.”

ບັນດາໝາກຜົນຄົ້ນຄ້ວາອື່ນກໍ່ຊີ້ໃຫ້ເຫັນວ່າ ໂດຍປະຕິບັດກິດຈະການປ່ຽນແປງໃຫມ່ ແຕ່ປີ 1986 ມາຮອດປະຈຸບັນ, ຫວຽດນາມ ມີບາດກ້າວພັດທະນາຫນ້າປະທັບໃຈ. ການປ່ຽນແປງໃຫມ່ດ້ານເສດຖະກິດແມ່ນຮຽກຮ້ອງຄວາມຕ້ອງການການຮັບຮອງ, ເຄົາລົບ ແລະ ຮັບປະກັນສິດທິມະນຸດໃນຂົງເຂດເສດຖະກິດ ພ້ອມທັງສົ່ງຜົນກະທົບເຖິງສິດທິມະນຸດໃນບັນດາຂົງເຂດຂອງຊີວິດສັງຄົມ.

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຂອງເວທີປາໄສຂັ້ນສູງປະຈຳປີ ຄັ້ງທີ 3 ກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4 (ເດືອນ ທັນວາປີ 2021), ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເນັ້ນຫນັກວ່າ: ສິ່ງສຳຄັນທີ່ສຸດ ແມ່ນເອົາໃຈໃສ່, ເບິ່ງແຍງໃຫ້ປະຊາຊົນເກືອບ 100 ລ້ານຄົນໃຫ້ມີຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ, ມີ ປະຊາທິປະໄຕ. ກ່ອນຫນ້ານັ້ນ ນະໂຍບາຍ,ຄຳໝັ້ນສັນຍາສະເຫມີຕົ້ນສະເຫມີປາຍ ຂອງຫວຽດນາມ ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ຖືມະນຸດເປັນໃຈກາງ, ແມ່ນເປົ້າໝາຍ, ກຳລັງຫນູນສຳຄັນທີ່ສຸດຂອງປະເທດຊາດ. ເມື່ອຕີລາຄາກ່ຽວກັບເນື້ອໃນນີ້, ທ່ານ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:

“ອາດເວົ້າໄດ້ວ່າ ນີ້ແມ່ນຄຳໝັ້ນສັນຍາດ້ານການເມືອງສູງສຸດ ຂອງຫວຽດນາມກ່ຽວກັບການຊຸກຍູ້ສິດທິມະນຸດ. ຂ້າພະເຈົ້າຖືວ່າ: ນີ້ແມ່ນວິທີສຳຜັດສັງລວມຂອງ ສປຊ ແລະ ທຸກປະເທດໃນໂລກ ພວມປະກອບສ່ວນເຂົ້າໃນການປົກປ້ອງສິດທິມະນຸດໃນທົ່ວໂລກ. ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ ແລະ ປະຊາຄົມສາກົນ, ຫວຽດນາມຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຕໍ່ຄຸນຄ່າກວມລວມນັ້ນ”

ໃນແງ່ມູມທົ່ວໂລກ, ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາສິດທິມະນຸດສາກົນຫລັກແຫລ່ງເກືອບທັງໝົດ. ໃນການປັບປຸງລັດຖະທຳມະນູນ 5 ຄັ້ງ, ສິດທິມະນຸດນັບມື້ນັບໄດ້ກຳນົດຮອບດ້ານ, ຄົບຖ້ວນກວ່າ ຈາກສະພາແຫ່ງຊາດຫວຽດນາມ. ລັດຖະທຳມະນູນ ຫວຽດນາມ ປີ 2013 ໄດ້ສະຫງວນພາກຫນຶ່ງລວມມີ 36 ຂໍ້ມາດຕາ ກຳນົດໂດຍກົງ ແລະ ຈະແຈ້ງບັນດາສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ.

ນັບແຕ່ນັ້ນມາຮອດປະຈຸບັນ, ຫວຽດນາມ ໄດ້ເພີ່ມເຕີມ, ປັບປຸງ ຫລື ປະກາດໃຊ້ເອກະສານນິຕິກຳ, ກົດໝາຍຫລາຍສະບັບກ່ຽວຂ້ອງເຖິງສິດທິມະນຸດ, ສິດທິພົນລະເມືອງ. ທີ່ວາລະປະຊຸມຂັ້ນສູງນັດສາມັນ ຄັ້ງທີ 49 ຂອງສະພາສິດທິມະນຸດ ສປຊ ດຳເນີນຢູ່ ເຊີແນວ ປະເທດ ສະວິດ ເມື່ອເດືອນ ມີນາປີ 2022, ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ, ຫົວຫນ້າຄະນະຜູ້ແທນຫວຽດນາມ ໄດ້ສົ່ງສານທາງໄກໂດຍເນັ້ນຫນັກວ່າ:

“ເລື່ອງຖືປະຊາຊົນເປັນໃຈກາງ, ແມ່ນກຳລັງຫນູນຂອງການພັດທະນາຕົ້ນຕໍ ແມ່ນແຜນນະໂຍບາຍລຸລ່ວງຂອງ ຫວຽດນາມ, ບໍ່ພຽງແຕ່ໃນ 45 ປີເປັນສະມາຊິກຂອງ ສປຊ ເທົ່ານັ້ນ ຫາກຍັງ ນັບແຕ່ວັນທີ່ ຫວຽດນາມຍາດເອົາເອກະລາດໃນປີ 1945. ວິທີສຳຜັດ, ດຸ່ນດ່ຽງນັ້ນ ໄດ້ຊ່ວຍໃຫ້ ຫວຽດນາມ ແກ້ໄຂສິ່ງທ້າທາຍຫລາຍຢ່າງ, ບັນລຸໄດ້ຫລາຍຜົນງານແຫ່ງການພັດທະນາໃນທຸກດ້ານເສດຖະກິດ ສັງຄົມ ແລະ ຫວ່າງແລ້ວນີ້ແມ່ນໃນການຮັບມືກັບໂລກລະບາດໂຄວິດ 19”

ຫວຽດນາມ ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານໃນທຸກແງ່ມູມ.ບັນດາຄຸນຄ່າ ຊື່ງຫວຽດນາມ ຍາມໃດກໍ່ສູ້ຊົນນຳມາໃຫ້ປະຊາຊົນ ຫວຽດນາມ ກໍ່ແມ່ນບັນດາຄຸນຄ່າ ຊື່ງ ສປຊ ໄດ້ໃຫ້ຄຳໝັ້ນສັນຍານຳມາໃຫ້ມວນມະນຸດ. ບົນເນື້ອໃຈຈິດໃນນັ້ນ ຫວຽດນາມ ພ້ອມແລ້ວຮ່ວມມືກັບທຸກຝ່າຍທີ່ກ່ຽວຂ້ອງເພື່ອຊຸກຍູ້ບັນດາຫລັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ ເພີ່ມທະວີການເຄື່ອນໄຫວຂອງສະພາສິດທິມະນຸດຢ່າງມີປະສິດທິຜົນຜ່ານການໂອ້ລົມສົນທະນາ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະກັນ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.