ພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ

10:52 | 14/12/2022

74 ປີຜ່ານມາ, ນັບແຕ່ເມື່ອກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາ, ຖະແຫຼງການສິດທິມະນຸດສາກົນ ສະແດງໄດ້ຄວາມມຸ່ງມາດປາດຖະໜາ, ເປົ້າໝາຍລວມ ແລະ ຄວາມຕ້ອງການເປັນປົກກະຕິຂອງມວນມະນຸດກ່ຽວກັບສິດທິມະສຸດ.

ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ
ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​ ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​
ພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ (ພາບ: baoquocte.vn)

ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຈັດພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ (10 ທັນວາ). ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ຊີ້ແຈ້ງວ່າ 74 ປີຜ່ານມາ, ນັບແຕ່ເມື່ອກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາ, ຖະແຫຼງການສິດທິມະນຸດສາກົນ ສະແດງໄດ້ຄວາມມຸ່ງມາດປາດຖະໜາ, ເປົ້າໝາຍລວມ ແລະ ຄວາມຕ້ອງການເປັນປົກກະຕິຂອງມວນມະນຸດກ່ຽວກັບສິດທິມະສຸດ. ນັ້ນແມ່ນ, ເພື່ອໃຫ້ແຕ່ລະຄົນ ແລະ ທຸກຄົນໄດ້ດຳລົງຊີວິດໃນກຽດສັດສີ ແລະ ຮັບຊົມໃຊ້ບັນດາສິດ ແລະ ເພື່ອໃຫ້ທຸກປະເທດ, ທຸກຊົນຊາດລ້ວນແຕ່ດຳລົງຊີວິດດ້ວຍຄວາມສັນຕິສຸກ, ສະເໝີພາບ, ມິດຕະພາບ ແລະ ການພັດທະນາ. ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຕັດສິນໃຈ ແລະ ມານະພະຍາຍາມສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ບັນລຸຜົນງານພົ້ນເດັ່ນຫຼາຍຢ່າງ ເຊິ່ງປະຊາຄົມສາກົນຮັບຮູ້ ແລະ ຕີລາຄາສູງ; ພະຍານຫຼັກຖານສະແດງໃຫ້ເຫັນແມ່ນ ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025.

ໃນບົດກ່າວປາໄສໄຂເຫດການ, ທ່ານ Pauline Tamesis, ຜູ້ປະສານງານປະຈຳສະຫະປະຊາຊາດ ຢູ່ ຫວຽດນາມ ໄດ້ອວຍພອນໃຫ້ ຫວຽດນາມ ໄດ້ເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025 ແລະ ໃຫ້ຮູ້ວ່າ, ນີ້ແມ່ນກາລະໂອກາດສຳຄັນເພື່ອສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມໃນເລື່ອງປົກປ້ອງ ແລະ ຊຸກຍູ້ບັນດາສິດເສດຖະກິດ, ສັງຄົມ, ວັດທະນະທຳ, ພົນລະເຮືອນ ແລະ ການເມືອງທີ່ສອດຄ່ອງກັບບັນດາມາດຕະຖານສາກົນກ່ຽວກັບສິດທິມະນຸດ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.