ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືອັນດັບໜຶ່ງ ໃນພາກພື້ນ

15:12 | 17/02/2023

ຍສໝ - ໃນວັນທີ 14 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ຕ້ອນຮັບຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ອາເມລິກາ ທ່ານນາງ Katherine Tai ທີ່ໄດ້ມີການຢ້ຽມຢາມ, ເຮັດວຽກ ຢູ່ຫວຽດນາມ ແຕ່ວັນທີ 12 ເຖິງ 15 ກຸມພາ.

ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
ຫວຽດນາມ ແລະອາເມລິກາ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະອາເມລິກາ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ

ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້​ແບ່ງ​ປັນ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຫວຽດ​ນາມ ໃນ​ຊຸມ​ປີ​ຜ່ານ​ມາ; ຢືນຢັນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ ​ເພື່ອ​ຄວາມສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ ​ແລະ ຄວາມ​ຫຼາກ​ຫຼາຍ, ​ເປັນ​ເພື່ອນ​ມິດ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດ​ນາມ ກໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ລາດ ແລະ ເປັນເຈົ້າຕົນເອງ, ພ້ອມ​ກັນ​ນັ້ນ ກໍໄດ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືອັນດັບໜຶ່ງ ໃນພາກພື້ນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ຕ້ອນຮັບຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ອາເມລິກາ ທ່ານນາງ Katherine Tai

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ສະຫະລັດ ອາເມລິກາ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ, ໝັ້ນຄົງ, ເຂົ້າສູ່ລ່ວງເລິກ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ກັນ; ຊຸກຍູ້ເປີດກ້ວາງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເຊັ່ນ: ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ, ກະສິກຳຍືນຍົງ, ການຫັນປ່ຽນພະລັງງານ ແລະ ຮັກສາສະພາບແວດລ້ອມ, ພ້ອມການແກ້ໄຂບັນດາບັນຫາໃນການພົວພັນເສດຖະກິດ, ການຄ້າ, ຈາກນັ້ນ ກໍສ້າງເງື່ອນໄຂສະດວກໃຫ້ປະເພດສິນຄ້າສົ່ງອອກຂອງຫວຽດນາມ ເຂົ້າຕະຫຼາດ ສະຫະລັດອາເມລິກາ.

ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືອັນດັບໜຶ່ງ ໃນພາກພື້ນ

ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານ ຟ້າມມິງຈີງ ໄດ້ຢືນຢັນ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ກັບສະຫະລັດ ອາເມລິກາ ແລະ ບັນດາພື້ນຖານເສດຖະກິດສະມາຊິກ APEC ມຸ່ງໄປສູ່ຄວາມສຳເລັດຂອງ ປີ APEC 2023.

ສ່ວນຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ອາເມລິກາ ທ່ານນາງ Katherine Tai ຢືນຢັນວ່າ ສະຫະລັດອາເມລິກາ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ; ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າສອງຝ່າຍ, ເພີ່ມທະວີການແລກປ່ຽນກ່ຽວກັບແຮງງານ, ສະພາບແວດລ້ອມ, ການຄ້າດີຈີຕອນ, ກະສິກຳ ແລະ ຊັບສິນທາງປັນຍາ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.