ປະ​ເທດ​ຕ່າງໆ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ຢູ່ ຕວກ​ກີ ແລະ ຊີ​ຣີ

17:00 | 14/02/2023

ປະເທດຕ່າງໆພວມຍູ້ແຮງການເຄື່ອນໄຫວກູ້ໄພກູ້ຊີບ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍ ຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ ເມື່ອວັນທີ 6 ກຸມທີ່ພາຜ່ານມາ.

ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ
ທ້ອງ​ຖິ່ນ​ຕ່າງໆ​ມາ​ນະ​ພະ​ຍາ​ຍາມ​ສັກ​ຢາ​ກັນ​ໂຄວິດ 19 ໃຫ້​ເດັກ​ໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ສຳ​ເລັດ​ໃນ​ເດືອນ​ສິງ​ຫາ ທ້ອງ​ຖິ່ນ​ຕ່າງໆ​ມາ​ນະ​ພະ​ຍາ​ຍາມ​ສັກ​ຢາ​ກັນ​ໂຄວິດ 19 ໃຫ້​ເດັກ​ໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ສຳ​ເລັດ​ໃນ​ເດືອນ​ສິງ​ຫາ
ປະ​ເທດ​ຕ່າງໆ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ຢູ່ ຕວກ​ກີ ແລະ ຊີ​ຣີ
ພາບ: THX/TTXVN

ວັນທີ 12 ກຸມພາ, ລີບີ ໄດ້ສົ່ງເຮືອບິນຂົນສົ່ງເຄື່ອງອຸປະຖຳ 2 ລຳໄປຍັງຕວກກີ ແລະ ຊີຣີ ເພື່ອແນໃສ່ແກ້ໄຂຜົນຮ້າຍຈາກໄພທຳມະຊາດ. ຕາມເຈົ້າໜ້າທີ່ ລີບີ ແລ້ວ, ນອກຈາກເຄື່ອງໜູນຊ່ວຍແລ້ວ, ປະເທດນີ້ ຍັງໄດ້ສົ່ງພະນັກງານການແພດ, ກຳລັງກູ້ໄພກູ້ຊີບ 70 ຄົນໄປຍັງສອງປະເທດດັ່ງກ່າວອີກດ້ວຍ.

ສ່ວນລັດຖະບານ Pakistan ກໍ່ໄດ້ຈັດແບ່ງຈຳນວນເງິນ 37.14 ລ້ານ USD ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບ ຈາກເຫດແຜ່ນດິນໄຫວຢູ່ ຕວກກີ ພ້ອມທັງໄດ້ຜັນຂະຫຍາຍວຽກງານກູ້ໄພກູ້ຊີບ ຢູ່ທັງທາງອາກາດ, ທາງບົກ ແລະ ທາງທະເລ.

ວັນທີ 12 ກຸມພາ, ກາຕາ ກໍ່ໃຫ້ຮູ້ວ່າ, ປະເທດນີ້ຈະໜູນຊ່ວຍ ຕວກກີ ແລະ ຊີຣີ ກາບີນ ແລະ ລົດຕັ້ງຄ້າຍ 10.000 ຄັນ ຊື່ງໄດ້ໃຊ້ໃນຮອບຊິງຊະນະເລີດ ງານແຂ່ງຂັນກິລາບານເຕະໂລກປີ 2022 (World Cup 2022) ເພື່ອເປັນບ່ອນລີ້ຊ້ອນໃຫ້ແກ່ ປຊຊ ພາຍຫຼັງໄພພິບັດແຜ່ນດິນໄຫວ.

ຕາມການຄາດຄະເນຂອງ ສປຊ, ມີ ປຊຊ ນັບລ້ານຄົນຖືກເສຍເຮືອນຊານ ພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມແຮງ 7.8 ອົງສາຣິກແຕ ແລະ ເຮັດໃຫ້ເຂດຊຸມຊົນຢູ່ທາງທິດໃຕ້ ປະເທດ ຕວກກີ ແລະ ທິດເໜືອປະເທດ ຊີຣີ ເກືອບທັງໝົດຖືກພັງທະລາຍ, ແລະ ໄລ່ມາຮອດຈຸດເວລານີ້ ໄດ້ເຮັດໃຫ້ ປຊຊ ຢ່າງໜ້ອຍສຸດ 33.000 ຄົນເສຍຊີວິດ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.