ຈໍານວນໂຄງການ FDI ຈົດທະບຽນໃໝ່ ເພີ່ມຂຶ້ນ 48,5% ໃນເດືອນ ມັງກອນ 2023

10:01 | 31/01/2023

ຍສໝ - ຜົນຂອງການດຶງດູດບັນດາໂຄງການໃໝ່ ໃນເດືອນມັງກອນ 2023 ໄດ້ຮັບການຕີລາຄາວ່າແມ່ນສັນຍານທີ່ຕັ້ງໜ້າ, ເປີດກາລະໂອກາດໃຫ້ ຫວຽດນາມ ໃນປີ 2023.

ຫວຽດນາມ ໄດ້ມອບເງິນສົດຈຳນວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງຊ່ວຍລາວເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຫວຽດນາມ ໄດ້ມອບເງິນສົດຈຳນວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງຊ່ວຍລາວເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19
ໂຮງຮຽນວິທະຍາໄລການແພດແທັງຮ໊ວາ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນໃຫ້ແກ່ນັກສຶກສາລາວ ຈໍານວນ 320 ຄົນທີ່ພວມຮ່ຳຮຽນຢູ່ໂຮງຮຽນ ໂຮງຮຽນວິທະຍາໄລການແພດແທັງຮ໊ວາ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນໃຫ້ແກ່ນັກສຶກສາລາວ ຈໍານວນ 320 ຄົນທີ່ພວມຮ່ຳຮຽນຢູ່ໂຮງຮຽນ

ວັນທີ 29 ມັງກອນ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ ໃນເດືອນມັງກອນ 2023, ຫວຽດນາມ ໄດ້ອອກໃບຈົດທະບຽນໃໝ່ ໃຫ້ແກ່ 153 ໂຄງການ ທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ດ້ວຍເງິນລົງທຶນທັງໝົດບັນລຸ 1,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 48,5% ກ່ຽວກັບຈໍານວນໂຄງການ ແລະ ທົບ 3,1 ເທົ່າ ກ່ຽວກັບເງິນລົງທຶນຈົດທະບຽນ ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.

ຈໍານວນໂຄງການ FDI ຈົດທະບຽນໃໝ່ ເພີ່ມຂຶ້ນ 48,5% ໃນເດືອນ ມັງກອນ 2023
ຈໍານວນໂຄງການ FDI ຈົດທະບຽນໃໝ່ ເພີ່ມຂຶ້ນ 48,5% ໃນເດືອນ ມັງກອນ 2023. ພາບປະກອບ: vneconomy.vn

ໝາກຜົນຂອງການດຶງດູດບັນດາໂຄງການໃໝ່ ໃນເດືອນມັງກອນ 2023 ໄດ້ຮັບການຕີລາຄາວ່າແມ່ນສັນຍານທີ່ຕັ້ງໜ້າ, ເປີດກາລະໂອກາດໃຫ້ ຫວຽດນາມ ໃນປີ 2023. ໃນຈໍານວນໂຄງການ FDI ທີ່ໄດ້ອອກໃບຈົດທະບຽນໃໝ່, ບັນດາໂຄງການ ທີ່ກ່ຽວຂ້ອງເຖິງຂົງເຂດຂາຍສົ່ງ ແລະ ຂາຍຍ່ອຍ, ສ້ອມແປງລົດໂອໂຕ, ລົດຈັກ ແລະ ລົດທີ່ມີເຄື່ອງຈັກ ມີເງິນລົງທຶນຈົດທະບຽນໃຫຍ່ທີ່ສຸດ, ບັນລຸ 651,9 ລ້ານໂດລາສະຫະລັດ, ກວມເອົາ 54,1% ເງິນລົງທຶນຈົດທະບຽນໃໝ່ທັງໝົດ, ຖັດຈາກນັ້ນແມ່ນຂະແໜງອຸດສາຫະກໍາປຸງແຕ່ງ, ປະສິດສ້າງ.

ບູນມີ

ເຫດການ
302 Found

Found

The document has moved here.