ປີ 2022, ຫວຽດນາມ ດຶງດູດທຶນ FDI ເກືອບ 27,72 ຕື້ USD

10:09 | 30/12/2022

ຕາມແຫຼ່ງຂ່າວຈາກກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ທັນວາ, ຍອດທຶນຈົດທະບຽນໃໝ່, ດັດປັບ ແລະ ຊື້ຫຸ້ນສ່ວນ, ຊື້ສົມທົບທຶນຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ບັນລຸເກືອບ 27,72 ຕື້ USD, ເທົ່າກັບ 89% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ພາບປະກອບ
ພາບປະກອບ

ໃນນັ້ນ, ເຖິງວ່າແຫຼ່ງທຶນຈົດທະບຽນໃໝ່ຫຼຸດລົງກໍ່ຕາມ ແຕ່ຈຳນວນໂຄງການລົງທຶນໃໝ່ໄດ້ເພີ່ມຂຶ້ນ, ເງິນລົງທຶນດັດປັບກໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນ.

ໃນຈຳນວນ 108 ປະເທດ ແລະ ເຂດແຄວ້ນລົງທຶນຢູ່ ຫວຽດນາມ ໃນປີ 2022, ສິງກະໂປ ນຳໜ້າດ້ວຍຍອດເງົນລົງທຶນເກືອບ 6,46 ຕື້ USD; ສ.ເກົາຫຼີ ຢືນອັນດັບທີ 2 ແລະ ຍີ່ປຸ່ນ ຢືນອັນດັບທີ 3.

ກໍ່ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ໄລ່ຮອດວັນທີ 20 ທັນວາ, ຄາດວ່າບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ປ່ອຍເງິນໄດ້ປະມານເກືອບ 22,4 ຕື້ USD, ເພີ່ມຂຶ້ນ 13,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ໄຊພອນ

ເຫດການ