ນັກ​ຊ່ຽວ​ຊານ ຈີນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ສິດ​ທິ​ຜົນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ

11:38 | 10/11/2022

ນັກຂ່າວ ແຊນເວີຍຫົວ, ນັກຂ່າວ ແຊນເວີຍຫົວ ຖືວ່າ ການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນ 9 ເດືອນປີ 2022 ແມ່ນຜົນງານທາງດ້ານການບໍລິຫານເສດຖະກິດຂອງລັດຖະບານ.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ພາບປະກອບ: TTXVN
ພາບປະກອບ: TTXVN

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ, ນັກຂ່າວ ແຊນເວີຍຫົວ, ຮອງຫົວໜ້າພະແນກພາສາຫວຽດ ວິທະຍຸກະຈາຍສຽງ ແລະ ໂທລະພາບສູນກາງ ຈີນ (CCTV) ຖືວ່າ ການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນ 9 ເດືອນປີ 2022 ແມ່ນຜົນງານທາງດ້ານການບໍລິຫານເສດຖະກິດຂອງລັດຖະບານ. ນັກຂ່າວ ແຊນເວີຍຫົວ ສະແດງຄວາມປະທັບໃຈຕໍ່ປະສິດທິຜົນການບໍລິຫານເສດຖະກິດຂອງລັດຖະບານ ຫວຽດນາມ, ເມື່ອທ່ວງທ່າຟື້ນຟູຂອງການຜະລິດອຸດສາຫະກຳ ແລະ ນຳເຂົ້າ - ສົ່ງອອກສິນຄ້າ ລ້ວນແຕ່ເຕີບໂຕຢູ່ໃນລະດັບ 2 ຕົວເລກ. ຕາມທ່ານນາງແລ້ວ, ນີ້ແມ່ນບັນດາບາດກ້າວພັດທະນາ ເຊິ່ງຫວຽດນາມ ບັນລຸໄດ້ນັ້ນ ແມ່ນຍ້ອນມີການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ລັດຖະບານ ຫວຽດນາມ ຢຶດໝັ້ນຕໍ່ການປ່ຽນແປງໃໝ່ເປີດປະຕູ, ຢຶດໝັ້ນຕໍ່ລະບົບການຄ້າຫຼາຍຝ່າຍ, ສົ່ງເສີມການຄ້າສອງສົ້ນ ແລະ ການຮ່ວມມືເສດຖະກິດກັບບັນດາປະເທດໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.