ການ​ຟື້ນ​ຟູຂອງ ຫວຽດ​ນາມ ຫຼັງ​ໂຄວິດ - 19 ມີ​ຄວາມເປັນໜ້າ​ເຄົາ​ລົບ​ທີ່​ສຸດ

10:16 | 18/01/2023

ຍ​ສ​ໝ - ​ຕາມທ່ານເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ ​Meynardo Los Banos Montealegre ແລ້ວ, ຍ້ອນ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ຂອງ​ລັດ​ຖະ​ບານ, ປະ​ຊາ​ຊົນ ຫວຽດ​ນາມ ຈິ່ງມີ​ຄວາມ​ປອດ​ໄພ ແລະ ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ.

ພິທີ​ເຄົາ​ລົບ​ທຸງ​ທີ່​ສັກ​ກະ​ລະ​ບູ​ຊາ​ຢູ່​ຈຸດ​ຕາ​ເວັ​ນ​ອອກ​ສຸດໃນ​ດິນ​ຕໍ່​ແຜ່ນ​ຂອງ​ປະ​ເທດ​ຊາດ ພິທີ​ເຄົາ​ລົບ​ທຸງ​ທີ່​ສັກ​ກະ​ລະ​ບູ​ຊາ​ຢູ່​ຈຸດ​ຕາ​ເວັ​ນ​ອອກ​ສຸດໃນ​ດິນ​ຕໍ່​ແຜ່ນ​ຂອງ​ປະ​ເທດ​ຊາດ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ
ພາບ​ປະ​ກອບ: TTXVN
ພາບ​ປະ​ກອບ: TTXVN

ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ຍ້ອນ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ຂອງ​ລັດ​ຖະ​ບານ, ປະ​ຊາ​ຊົນ ຫວຽດ​ນາມ ຈິ່ງມີ​ຄວາມ​ປອດ​ໄພ ແລະ ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ.

“ການ​ຟື້ນ​ຟູຂອງ ຫວຽດ​ນາມ ຫຼັງ​ໂຄວິດ - 19 ມີ​ຄວາມເປັນໜ້າ​ເຄົາ​ລົບ​ທີ່​ສຸດ​” - ທ່ານ Meynardo Los Banos Montealegre ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ ປະ​ຈຳ ຫວຽດ​ນາມ ເປີດ​ສາກ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2023, ພາຍ​ຫຼັງ​ໄດ້ມີ​ຄຳ​ຖາມ​ວ່າ ທ່ານ​ຕີ​ລາ​ຄາ​ແນວ​ໃດ​ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ​ຜ່ານ​ມາ.

​ຕາມ​ທ່ານເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ ​Meynardo Los Banos Montealegre ແລ້ວ, ຍ້ອນ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ຂອງ​ລັດ​ຖະ​ບານ, ປະ​ຊາ​ຊົນ ຫວຽດ​ນາມ ຈິ່ງມີ​ຄວາມ​ປອດ​ໄພ ແລະ ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ.

ຂ້າ​ພະ​ເຈົ້າ​ກໍ່​ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟຶ້ນ​ຂອ​ງ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ​ຢູ່​ຫວຽດ​ນາມ. ບັນ​ດາ​ລາຍ​ການ, ໂຄງ​ການທີ່​ຖືກ​ຢຸດ​ສະ​ຫງັກ​ໃນ 2 ປີ​ຜ່ານ​ມາ ໄດ້​ເລີ່ມ​ເຄື່ອນ​ໄຫວ​ຄືນ​ໃໝ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ແຮງ ແລະ ສຸດ​ຈິດ​ສຸດ​ໃຈ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ ແລະ ຍິ່ງ​ໄປ​ກ່​ວາ​ນັ້ນ​ແມ່ນ​ປະ​ຊາ​ຊົນ​ອີກ​ດ້ວຍ”, ທ່ານ Meynardo Los Banos Montealegre ແບ່ງ​ປັນ.

ທ່ານ Meynardo Los Banos Montealegre ຖື​ວ່າ ໂລກ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້​າ​ທາຍຫຼາຍ​ຢ່າງ ​ລວມ​ມີ​ ການ​ຂາດ​ວັກ​ຂາດ​ຕອນ​ລະ​ບົບ​ສະ​ໜອງ, ຄວາມ​ຕ້ອງ​ການ​ຕ່ຳ, ຄ່າ​ໃຊ້​ຈ່າຍກ່ຽວກັບ​ພະ​ລັງ​ງານ ແລະ ເຊື້ອ​ເພິງ​ສູງ. ນອນ​ຈາກ​ນັ້ນ, ຄວາມ​ສ່ຽງ​ເກີດ​ພະ​ຍາດ​ໂຄວິດ - 19 ລະ​ບາດ​ຢ່າງ​ແຮງ​ຍັງ​ຄົງ​ມີຢູ່. ບັນ​ດາ​ປັດ​ໄຈ​ນີ້ ບໍ່​ພຽງ​ແຕ່​ມີ​ຜົນ​ສະ​ທ້ອນ​ຕໍ່ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ສຳ​ລັບ​ບັນ​ດາ​ປະ​ເທດ​ຕ່າງໆ​ອີກ​ດ້ວຍ. ໃນ​ຂະ​ນະ​ນັ້ນ, ເບິ່ງຄືວ່າຍັງມີຄວາມ​ເຊື່ອ​ໝັ້ນ​ວ່າ ​ການ​ເຄື່ອນ​ໄຫວຢ່າງມີປະສິດທິຜົນ​ຂອງ​ຫວຽດ​ນາມ ຍັງຄົງມີ​ສະ​ຖ​ຽນ​ລະ​ພາບ ແລະ ຍິງ​ໄປ​ກ່​ວາ​ນັ້ນ GDP ອາດບັນ​ລຸ 8%. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ປີ 2023 ເຖິງວ່າ​ແງ່​ຫວັງ​ເຕີບ​ໂຕ​ເສດ​ຖະ​ກິດ​ແມ່ນ​ໃຫຍ່​ທີ່​ສຸດ, ບັນ​ດາ​ເງື່ອນ​ໄຂ​ປັດ​ຈຸ​ບັນ​ກໍ່​ໄດ້​ວາງ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ການ​ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

​ຕາມທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ Meynardo Los Banos Montealegre ແລ້ວ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ຟິ​ລິບ​ປິນ ໄດ້​ພັດ​ທະ​ນາ​ຢ່າງ​ແຮງ​ນັບ​ທັງ​ໃນ​ໄລ​ຍະ​ພະ​ຍາດ​ລະ​ບາດ​ຢ່າງ​ແຮງ​ທີ່​ສຸດ, ສິ່ງ​ພິ​ສູດ​ແມ່ນຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ມີ​ການ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ, ບັນ​ລຸ 5,8 ຕື້ USD ໃນ​ປີ 2021 ແລະ ໄລ່​ຮອດ​ເດືອນ 6 ປີ 2022ແມ່ນ 3,12 ຕື້ USD. ຟີ​ລິບ​ປິນ ຫວັງ​ວ່າ ຈະ​ຮ່ວ​ມ​ມື​ກັບ ຫວຽດ​ນາມ ເພື່ອ​ບັນ​ລຸ​ໄດ້​ຄວາມ​ດຸ່ນ​ດ່ຽງ​ທາງ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ສອງ​ປະ​ເທດ.

ກ່ຽວ​ກັບຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 10 ຕື້ USD ໃນ​ປີ 2026, ທ່ານ Montealegre ຖື​ວ່າ ສອງ​ຝ່າຍ​ຕ້ອງ​ສຳຫຼວດ​ກວດ​ກາ​ຄືນຢູ່ໃນ​ລະ​ດັບ​ກຸ່ມ​ປະ​ຕິ​ບັດ​ວຽກ​ງານ, ບັນ​ດາ​ລະ​ບຽບ​ການທີ່​ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ ​ເພື່ອ​ຮັບ​ປະ​ກັນ​ການ​ພົວ​ພັນ​ທາງ​ການ​ຄ້າ​ຢ່າງ​ສະ​ດວກ ແລະ ດີ​ງາມ​ກ່​ວາ​ອີກ. ໃນ​ຂະ​ນະ​ທີ່ ຫວຽດ​ນາມ ສືບ​ຕໍ່​ແມ່ນ​ແຫຼ່ງ​ສະ​ໜອງ​ເຂົ້າ​ສານ​ນຳ​ເຂົ້າ​ແຖວ​ໜ້າ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ຂອງ ຟີ​ລິບ​ປິນ, ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ່​ອາດ​ຈະ​ໄດ້​ຮັບ​ການ​ປັບ​ປຸງກ່ຽວ​ກັບ​ສິນ​ຄ້າ​ເອ​ເລັກ​ໂຕ​ນິກ, ເຄື່ອງ​ຊັກ​ນຳ, ວັດ​ຖຸ​ອຸ​ປະ​ກອນ ແລະ ເຄື່ອງ​ອາ​ໄຫຼ່ໃຫ້ດີ​ກ່​ວາ​ອີກ. ນອກ​ຈາກ​ນັ້ນ, ສອງ​ປະ​ເທດກໍ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ກ່ຽວ​ກັບ​ການ​ຄ້າ​ຂາຍ​ສິນ​ຄ້າ​ບໍ​ລິ​ໂພກ ແລະ ອາ​ຫານ​.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.