ຫວຽດນາມ ຍາມໃດກໍຈົດຈຳຄວາມສາມັກຄີສາກົນອັນໃຫຍ່ຫລວງ

17:05 | 13/01/2023

ຍສໝ - ນັ້ນ​ແມ່ນ​ຄຳ​ກ່າວຄຳປາໄສຂອງ​ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໃນ​ລາຍການ “ການ​ພົບ​ປະ​ມິດຕະພາບ​ສັນຍາ​ປາຣີ - ທວນຄືນ​ອະດີດ, ມຸ່ງ​ໄປ​ເຖິງ​ອະນາຄົດ” ທີ່ຈັດ​ຕັ້ງ​ໂດຍ VUFO ໃນຕອນ​ເຊົ້າ​ວັນ​ທີ 13 ມັງກອນ 2023 ຢູ່​ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ເຊັນ​ສັນຍາ ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ ​ແລະ ສ້າງຕັ້ງ​ຄືນຄວາມສັນຕິພາບ​ຢູ່ ຫວຽດນາມ (27 ມັງກອນ 1973 – 27 ມັງກອນ 2023).

VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ
ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ

ເຂົ້າ​ຮ່ວມ​ລາຍການມີ​ຜູ້​ແທນ​ສາກົນ​ເກືອບ 30 ຄົນ​ທີ່​ມາ​ຈາກ 15 ປະ​ເທດ, ຕາງໜ້າ​ໃຫ້​ບັນດາ​ອົງການ​, ຄື​: ສະພາ​ສັນຕິພາບ​ໂລກ; ສະມາຄົມນັກກົດໝາຍປະຊາທິປະໄຕສາກົນ; ສະຫະພັນແມ່ຍິງປະຊາທິປະໄຕສາກົນ; ສະຫະພັນກຳມະບານໂລກ; ອົງການສັນຕິພາບສາມັກຄີອິນເດຍ; ສະມາຄົມມິດຕະພາບກຳປູເຈຍ-ຫວຽດນາມ; ສະມາຄົມມິດຕະພາບລາວ-ຫວຽດນາມ; ສະມາຄົມມິດຕະພາບຝຣັ່ງ - ຫວຽດນາມ; ຄະນະ​ກຳມະການ​ສາມັກຄີ​ສະວິດ ​- ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ...

ໂດຍເປີດ​ສາກ “ການ​ພົບ​ປະ​ມິດຕະພາບ​ສັນຍາ​ປາຣີ 1973 - ທວນຄືນ​ອະດີດ, ມຸ່ງ​ໄປ​ເຖິງ​ອະນາຄົດ”, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ຖະ​ແຫຼ​ງການ​ຂອງ​ທ່ານ​ນາງ ຫງວຽນ​ທິບິງ, ອະດີດ​ຮອງ​ປະທານ​ປະ​ເທດ, ອະດີດ​ລັດຖະມົນຕີ​ການ​ທູດ, ອະດີດ​ຫົວໜ້າ​ຄະນະເຈລະຈາ​ຂອງ​ລັດຖະບານ​ປະຕິວັດ​ຊົ່ວຄາວ​ແຫ່ງ​ສາທາລະນະ​ລັດ​ຫວຽດນາມ​ໃຕ້, ເຊິ່ງ​ແມ່ນ​ຕົວລະຄອນ​ປະຫວັດສາດ, ​ແມ່ນ​ໜຶ່ງ​ໃນ​ 4 ປະ​ເທດ​ທີ່​ລົງ​ນາມ​ໃນ​ສັນຍາ​ປາຣີ​ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ ​ແລະ ສ້າງຕັ້ງ​ຄືນຄວາມສັນຕິພາບ​ຢູ່​ຫວຽດນາມ.

ໃນ​ສານ, ທ່ານ​ນາງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຕໍ່​ບັນດາ​ເພື່ອນ​ມິດ​ທີ່​ສະໜິດສະໜົມ​ຂອງ​ປະຊາຊົນ​ຫວຽດນາມ, ບັນດານັກ​ຕໍ່ສູ້​ສັນຕິພາບ​ເພື່ອ​ຄວາມ​ຍຸຕິ​ທຳ​ໃນ​ໂລກ​ ທີ່​ໄດ້​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ ຫວຽດນາມ ຕ້ານ ອາ​ເມ​ລິ​ກາ ​ເພື່ອ​ກູ້​ຊາດ. ທ່ານ​ນາງ​ຫວັງ​ວ່າ ​ເພື່ອນ​ມິດສາ​ກົນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ​ໃນ​ໄລຍະ​ໃໝ່, ​ໃນ​ໄລຍະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ກໍ່ສ້າງ​ປະ​ເທດ​ພັດທະນາ.

ຫວຽດນາມ ຍາມໃດກໍຈົດຈຳຄວາມສາມັກຄີສາກົນອັນໃຫຍ່ຫລວງ

ລາຍການ “ການ​ພົບ​ປະ​ມິດຕະພາບ​ສັນຍາ​ປາຣີ - ທວນຄືນ​ອະດີດ, ມຸ່ງ​ໄປ​ເຖິງ​ອະນາຄົດ”

ກ່າວ​ຄຳ​ເຫັນ​ທີ່​ລາຍການ “ການ​ພົບ​ປະ​ມິດຕະພາບ​ສັນຍາ​ປາຣີ 1973 - ທວນຄືນ​ອະດີດ, ມຸ່ງ​ໄປ​ເຖິງ​ອະນາຄົດ”, ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ​ໃຫຍ່ຂອງ VUFO ​ໃຫ້​ຮູ້​ວ່າ: “ສັນຍາ​ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ການ​ລົງ​ນາມສັນຍາ​​ປາຣີໃນ​ວັນ​ທີ 27/1/1973 ກ່ຽວກັບການ​ຢຸດຕິ​ສົງຄາມ ​ແລະ ສ້າງຕັ້ງ​ຄືນຄວາມສັນຕິພາບ​ຢູ່​ຫວຽດນາມ ​ແມ່ນ​ເຫດການ​ປະຫວັດສາດ, ​ແມ່ນ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ. ການ​ລົງ​ນາມ​ໃນ​ສັນຍາ​ປາຣີ ​ໄດ້​ເຮັດ​ໃຫ້ອາ​ເມ​ລິ​ກາ​ ຖອນ​ທະຫານ​ອອກ​ຈາກ​ຫວຽດນາມ​ໃຕ້​ຢ່າງ​ບໍ່​ມີ​ເງື່ອນ​ໄຂ, ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ບຸກໂຈມຕີຂະ ໜາດໃຫຍ່ ໃນ​ລະດູບານ​ໃໝ່ ​ແລະ ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ​ຢ່າງ​ຄົບ​ຖ້ວນ ​ໃນ​ວັນ​ທີ 30/4/1975.

ທ່ານ​ເຊີນ​ ເນັ້ນໜັກ​ວ່າ: “ຍາມ​ໃດ​ກໍຈົດຈຳຄວາມ​ສາ​ມັກ​ຄີ​ສາ​ກົນ​ອັນ​ໃຫຍ່​ຫລວງ, ການ​ສະໜັບສະໜູນ​ອັນ​ຊອບ​ທຳ​ ແລະ ​ຈິງ​ໃຈ​ຂອງ​ປະຊາຊົນ​ນັບ​ລ້ານ​ຄົນ, ບໍ່​ວ່າ​ສີ​ຜິວ, ສາສະໜາ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ລະບອບ​ການ​ເມືອງ-ສັງຄົມ​ທີ່​ແຕກ​ຕ່າງ​ກັນ​ໃນ 5 ທະວີບ, ຈາກ​ແຕ່​ຄົນ​ງານ​ທຳ​ມະ​ດາ​ ​ເຖິງຮອດບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ, ສະມາຊິກ​ສະພາ, ນັກ​ສິລະ​ປິນ, ປັນຍາ​ຊົນ, ນັກ​ຂ່າວ​ທີ່​ໄດ້​ພ້ອມ​ກັນ​ສ້າງ​ຂະ​ບວນການ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ເພື່ອສະໜັບສະໜູນ​ຫວຽດນາມ”.

ໃນການຈັດ​ຕັ້ງ​ລາຍການ “ການ​ພົບ​ປະ​ມິດຕະພາບ​ສັນຍາ​ປາຣີ 1973 - ທວນຄືນ​ອະດີດ, ມຸ່ງ​ໄປ​ເຖິງ​ອະນາຄົດ”, VUFO ​ແລະ ບັນດາ​ເພື່ອນ​ມິດສາ​ກົນ ໄດ້​ຫວນ​ຄືນ​ບັນດາ​ການ​ເຄື່ອນ​ໄຫວ​ປະຫວັດສາດ​ໃນ​ອະດີດ, ພ້ອມ​ກັນ​ທົບ​ທວນຄືນ​ບັນດາ​ຄວາມ​ຊົງ​ຈຳ​ໃນ​ຊຸມ​ປີ​ທີ່​ຫຍຸ້ງຍາກ ​ແລະ ລຳບາກ, ໃນໄລຍະ​ທີ່​​ເມື່ອ​ປະຊາຊົນ​ຫວຽດນາມ​ຕໍ່ສູ້ ​ແລະ ຍາດ​ໄດ້​ໄຊຊະນະ​ກັບ​ເພື່ອນ​ມິດສາ​ກົນ, ​ເພື່ອ​ໃຫ້​ຄົນ​ລຸ້ນຫຼັງ​ໄດ້​ຮັບຄວາມ​ເອກະລາດ, ຄວາມ​ເສລີພາບ.

ໂຄງການ​ໄດ້​ມີ​ການພົບປະແລກປ່ຽນ​ກັບ​ເພື່ອນ​ມິດສາ​ກົນ​ທີ່​ສະໜິດສະໜົມ​ຂອງ​ຫວຽດນາມ ​ເຊິ່ງແມ່ນບັນດາຜູ້​​ທີ່ໄດ້​ເຂົ້າ​ຮ່ວມຢ່າງ​ໂດຍ​ກົງ ຫຼື ທາງ​ອ້ອມ​ ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ຕໍ່ສູ້​ຂອງ​ຊາວ​ຫວຽດນາມ ​ໃນ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ເວົ້າ​ລວມ ​ແລະ ​ໃນໄລຍະ​ເກີດຂຶ້ນກອງປະຊຸມປາຣີ​ເວົ້າ​ສະ​ເພາະ.

ນັ້ນ​ແມ່ນ​ທ່ານ​ນາງ Hélène Luc, ອະດີດ​ສະມາຊິກ​ສະພາ​ສູງ, ອະດີດ​ປະທານ​ຄະນະ​ກຳມະການ​ມິດຕະພາບ​ພັກ​ກອມ​ມູນິດ​ຝະລັ່ງ ຢູ່​ສະພາ​ສູງ​ຝຣັ່ງ, ປະທານ​ກຽດ​ຕິ​ຍົດ ຂອງ​ສະມາຄົມ​ມິດຕະພາບ​ຝະລັ່ງ - ຫວຽດນາມ; ທ່ານ Renato Darsie, ສະມາຊິກ​ພັກ​ກອມ​ມູນິດ​ອີ​ຕາ​ລີ, ອະດີດ​ປະທານ​ສະມາຄົມ​ມິດຕະພາບ ອີ​ຕາ​ລີ - ຫວຽດນາມ ຢູ່​ເຂດ Veneto, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້ນຳ​ບັນດາ​ຂະ​ບວນການ​ສະໜັບສະໜູນ ຫວຽດນາມ ​ໃນ​ສົງຄາມ​ຕ້ານ​ອາ​ເມ​ລິ​ກາ ​ໂດຍ​ເວົ້ົ້າລວມ ​ແລະ ສັນຍາປາຣີເວົ້ົ້າສະເພາະ, ໄດ້ເຂົ້າຮ່ວມການເຄື່ອນໄຫວຕໍ່ຕ້ານສົງຄາມຢູ່ຫວຽດນາມຢ່າງຕັ້ງໜ້າ ແລະ ​ຖືກ​ກ່າວຄາດໂທດ​ແລ້ວ​ ​ໂດຍ​ລັດ​ຖະ​ບານ​ເມືອງ ແລະ ​ນຳ​ຂຶ້ນ​ສານ;...

ການ​ພົບ​ປະ​ຄັ້ງ​ນີ້​ລວມມີ 2 ວາລະກອງ​ປະຊຸມ, ​ໃນ​ນັ້ນ, ​ໃນວາລະ​ຄັ້ງ​ທີ 1 - ຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ບັນດາ​ຄວາມ​ຊົງ​ຈຳ​ທີ່​ບໍ່​ສາມາດ​ລືມ​ໄດ້ ​ໃນ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເວົ້າ​ລວມ ​ແລະ ​ໃນ​ກອງ​ປະຊຸມ​ປາຣີ ກ່ຽວກັບຫວຽດນາມໂດຍ​ສະ​ເພາະ. ທີ່​ກອງ​ປະຊຸມວາລະ​ຄັ້ງ​ທີ 2 - ນ້ຳ​ໃຈ​ສາມັກຄີ​ສາກົນ​ໃນ​ສະພາບ​ປະຈຸ​ບັນ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ກ່ຽວ​ກັບ​ເສັ້ນທາງ​ເດີນ​ຕາມ​ລຸ້ນກ່ອນ​ ໃນ​ການ​ໜູນ​ຊ່ວຍ ​ແລະ ສະໜັບສະໜູນຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.