ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ

08:08 | 14/06/2022

ຕອນບ່າຍວັນທີ 10 ມິຖຸນາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມການພົບປະສັງສັນກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ລາວ.

ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ
ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ
ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ
ບັນຍາກາດທີ່ການພົບປະສັງສັນ. ພາບ: ຢຸຍລີງ.

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ເຈິ່ນແທັງເໝີນ ສະເໜີກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ລາວ ສຸມໃສ່ຜັນຂະຫຍາຍບັນດາກິດຈະກໍາເຄື່ອນໄຫວທີ່ແທດຈິງສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ຢູ່ທັງຂັ້ນສູນກາງ ແລະກິດຈະກໍາເຄື່ອນໄຫວຂອງບັນດາກະຊວງ, ທ້ອງຖິ່ນໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ 2022”.

ທ່ານ ເຈິ່ນແທັງເໝີນ ກໍ່ສະເໜີໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ, ກໍາມາທິການການຕ່າງປະເທດ, ກະຊວງການຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະສະມາຄົມມິດຕະພາບຫວຽດນາມ-ລາວ ແລກປ່ຽນຂໍ້ມູນກັບກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ລາວ ເປັນປະຈໍາ; ເປັນເສນາທິການ, ປະສານງານ, ຈັດຕັ້ງບັນດາການເຄື່ອນໄຫວຢ່າງລະອຽດ, ມີປະສິດທິຜົນໃນອາຍຸການກັບບັນດາຄູ່ຮ່ວມມືຂອງລາວ.

ບັນດາອົງການຄວນແບ່ງປັນ, ແລກປ່ຽນຂໍ້ມູນເປັນປະຈໍາ ແລະຈັດຕັ້ງການເຄື່ອນໄຫວຮ່ວມມືກັບຝ່າຍລາວ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນແນໃສ່ເພີ່ມທະວີຄວາມເຂົ້າໃຈ ເຊິ່ງກັນ ແລະກັນ, ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.

la.qdnd.vn

ເຫດການ
302 Found

Found

The document has moved here.