ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ

17:13 | 03/01/2023

ຍສໝ - ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ການ​ທູດ​ວັດທະນະທຳ ​ແມ່ນ​ໜຶ່ງ​ໃນ 3 ​ເສົາ​ຄ້ຳ​ຂອງ​ພື້ນຖານການ​ທູດ​ຮອບດ້ານ​ຂອງ​ຫວຽດນາມ, ຄຽງ​ຄູ່​ກັບ​ການ​ທູດ​ດ້ານ​ການ​ເມືອງ, ​ເສດຖະກິດ. ພ້ອມກັນ​ນີ້​ ຍັງ​ເປັນ​ເຄື່ອງ​ມື​ທີ່​ມີ​ປະສິດທິ​ຜົນ​ ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ​ກັນ​ລະຫວ່າງບັນດາ​ປະຊາຊາດ.

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວໍທິແອງຊວນ ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ
ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາຂັ້ນທ້ອງຖິ່ນ ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາຂັ້ນທ້ອງຖິ່ນ

ຝະລັ່ງ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ ໃນ​ດ້ານ​ການ​ທູດ​ວັດທະນະທຳຂອງ​ຫວຽດນາມ ​ໃນ​ປີ 2022, ຕາມ​ບັນດາການຮອງຮັບ​ຂອງ​ສຳນັກ​ຂ່າວສານ​ຫວຽດນາມ ​ໃນ​ທ້ອງ​ຖິ່ນ​.

ງານ​ວາງສະ​ແດງ “ກຳແພງພະລາຊະວັງທັງລອງ” ຢູ່​ເມືອງ​ບູຮານ​ Provins, “ຕາມ​ຮອຍ​ຂອງ​ລຸງ​ໂຮ່” ຢູ່​ບັນດາ​ນະຄອນ​ທ່າ​ກຳ​ປັ່ນ Le Havre ​ແລະ Sainte-Adresse, “ຄົ້ນຫາຫວຽດນາມຄືນ​ໃໝ່​” ກັບສາຍການບິນ​ຫວຽດນາມ ຢູ່ ປາຣີ, Ao Dai ຫວຽດນາມ ໄດ້ເປັ່ງປະກາຍ​ໃນງານບຸນກົງສຸນ Lyon,​ ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢູ່​ຮ້ານ​ສັບພະ​ສິນຄ້າ Carrefour, ໜັງສືພິມ ປະຊາຊົນ ​ໄດ້​ດຶງ​ດູດ​ນັກ​ຂ່າວ​ມາ​ຢ້ຽມ​ຢາມ​ຢູ່​ນະຄອນ Essonne, ຫວຽດນາມ ​ແລະ ບັນດາ​ເພື່ອນ​ມິດ​ໃນ​ວັນ​ສາມັກຄີ, ມິດຕະພາບ​ຢູ່ Malakoff…

ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ

ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ. ພາບ: TTXVN

ພາຍຫຼັງ 2 ປີ​ຂອງການ​ຢຸດ​ສະ​ງັກ​ຍ້ອນ​ໂລກ​ລະບາດ​ໂຄ​ວິດ-19, ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ໂດຍ​ສະຖານທູດ ​ແລະ ບັນດາ​ອົງການ​ຕາງໜ້າ​ຫວຽດນາມ ປະຈຳ ຝະລັ່ງ ​ໃນ​ປີ 2022. ໂດຍມີຄວາມອຸດົມສົມບູນ, ມີຄວາມຫຼາກຫຼາຍ ແລະ ກວ້າງຂວາງຢູ່ທົ່ວທຸກພາກຂອງຝະລັ່ງ, ການທູດວັດທະນະທຳ, ສົມທົບກັບການທູດທາງດ້ານການເມືອງ ແລະ ເສດຖະກິດຂອງຫວຽດນາມ ໄດ້ສ້າງຄວາມຟົດຟື້ນໃຫ້ແກ່ປະຊາຊົນຫຼາຍຊັ້ນຄົນ ແລະ ຄູ່ຮ່ວມງານຂອງຝຣັ່ງ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ລະຫວ່າງສອງຊາດ ໃນປີ 2022.

ໃນ​ຖານະ​ເປັນ​ໜຶ່ງ​ໃນ​ສອງ​ສູນ​ວັດທະນະທຳ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສູນ​ວັດທະນະທຳ​ຫວຽດນາມ​ຢູ່​ຝະຣັ່ງ ​ໄດ້​ເຊີດ​ຊູ​ບັນດາ​ໜ້າ​ທີ່, ວຽກ​ງານ​ໂຄສະນາ​ວັດທະນະທຳ​ຂອງ​ຊາດ​ຢູ່​ຝະລັ່ງ ​ແລະ ​ເອີ​ລົບ. ສູນ​ໄດ້​ສົມທົບ​ກັບ​ບັນດາ​ສະມາຄົມ​ຫວຽດນາມ ຢູ່ ຝະລັ່ງ, ທ້ອງ​ຖິ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແນະນຳ​ວັດທະນະທຳ, ສິລະ​ປະ, ດົນຕີ​ພື້ນ​ເມືອງ, ມວຍພື້ນເມືອງ ​ແລະ ຊຸກຍູ້​ການທ່ອງທ່ຽວ, ສະ​ແດງ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ ​ແລະ ແນະນຳ​ອາຫານ​ຂອງ​ບັນດາ​ເຜົ່າ.

ການ​ທູດ​ວັດທະນະທຳ​ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່ ຝະລັ່ງ ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ປະຕິບັດ​ໂດຍປະຊາຊົນ​ຫວຽດນາມ ຢູ່ຝະລັ່ງ. ດ້ວຍຄວາມຮັກແພງ, ພາກພູມໃຈ ແລະ ຕິດພັນກັນຕໍ່ບ້ານເກີດເມືອງນອນ, ຫຼາຍພາກສ່ວນ ​ແລະ ສະມາຄົມຊາວຫວຽດນາມ ຢູ່ທີ່ນີ້ ໄດ້ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ, ສາມັກຄີ, ລະດົມການເຂົ້າຮ່ວມຂອງບັນດາປະຊາຊົນ ແລະ ໝູ່ເພື່ອນຊາວຝະລັ່ງ ເປັນຈໍານວນຫຼວງຫຼາຍ.

ໂດຍແບ່ງປັນກັບສຳນັກຂ່າວສານ ຫວຽດນາມ ປະຈຳ ຝະລັ່ງ, ທ່ານ ເອກອັກຄະລັດຖະທູດ ດິງຕ່ວານທັງ ໃຫ້ຮູ້ວ່າ ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ນອກຈາກການປະດິດສ້າງບັນດາວິທີການທີ່ຫຼາກຫຼາຍຢ່າງອຸດົມສົມບູນຂອງສະຖານທູດ, ສູນວັດທະນະທຳ ແລະ ບັນດາອົງການ, ຜູ້ຕາງໜ້າ ຫວຽດນາມ ປະຈຳ ຝະລັ່ງ, ​ຕ້ອງເວົ້າ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ທີ່​ນີ້​ ໃນ​ການ​ກໍ່ສ້າງ​ຂົວ​ຕໍ່​ເຜີຍ​ແຜ່​ວັດທະນະທຳ​ຫວຽດນາມ​ໃຫ້​ແກ່​ເພື່ອນ​ມິດ​ຝລັ່ງ, ຮີດຄອງ​ປະ​ເພນີ​ອັນ​ຍາວ​ນານ​ ໃນ​ການ​ພົວພັນ​ຫວຽດນາມ - ຝະລັ່ງ ມີ​ລັກສະນະ​ຄ້າຍຄື​ກັນ​ຫຼາຍ​ຢ່າງ, ​ກໍ່ຄືບັນດາ​ເອກະລັກ​ສະ​ເພາະ​ຂອງ​ຝະລັ່ງ ​ແລະ ປະຊາຊົນຝະລັ່ງ ຍາມ​ໃດ​ກໍ່​ເຄົາລົບ ​ແລະ ຍົກສູງວັດທະນະທໍາ ແລະ ຊົມຊອບຄົ້ນຫາພື້ນຖານວັດທະນະທໍາໂລກ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ກໍ່​ຖື​ວ່າ: ນອກຈາກ​ບັນດາ​ທ່າ​ໄດ້​ປຽບ​ທີ່​ກ່າວ​ມາ​ນັ້ນ, ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຜ່ານ​ຜ່າ. “ຝຣັ່ງ​ເປັນ​ບ່ອນ​ສ້າງ​ວັດ​ທະ​ນະ​ທຳ​ຂອງ​ໂລກ, ສະ​ນັ້ນ ການ​ຮັກ​ສາ​ຄວາມ​ດຶງ​ດູດ​ ​ໃນ​ໄລ​ຍະ​ຍາວ​ ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່. ດັ່ງ​ນັ້ນ, ຕ້ອງ​ມີ​ການ​ປະດິດ​ສ້າງ, ສ້າງ​ວິທີປະຕິບັດ, ຜະລິດ​ຕະພັນ​ວັດທະນະທຳ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ການ​ບໍລິການ ​ເພື່ອຮັກສາມະຫາຊົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຄວາມ​ນິຍົມ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ

ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ຮູບ​ແຕ້ມ​ຢູ່​ນະ​ຄອນ Nice. ພາບ: TTXVN

ກໍ່ຕ້ອງມີການປູກຈິດສໍານຶກ ແລະ ກໍານົດຢ່າງຈະແຈ້ງກ່ຽວກັບສອງກຸ່ມເປົ້າໝາຍມະຫາຊົນຝຣັ່ງ ແລະ ຊຸມຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ເພື່ອອອກແບບຜະລິດຕະພັນໃຫ້ເໝາະສົມກັບຄວາມນິຍົມ. ປະຈຸ​ບັນ, ພວກ​ເຮົາ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ວັດທະນະທຳ​ພື້ນ​ເມືອງ​ຫຼາຍ​ເກີນ​ໄປ, ຕ້ອງ​ເພີ່ມ​ເຕີມ​ສິ່ງ​ໃໝ່, ​ຕອບສະໜອງ​ຜູ້​ທີ່ຮັບຊົມ​ວັດທະນະທຳ​ສິລະ​ປະ​ທັນ​ສະ​ໄໝ ​ຫຼື ​ຄວາມນິຍົມ​ຂອງ​ໄວ​ໜຸ່ມ, ເພື່ອສາມາດ​ຄົ້ນຫາຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ປະດິດ​ສ້າງ​ຢ່າງ​ຄົບ​ຊຸດ.

ທ່ານ ຫງວຽນ​ຊວນ​ດົງ, ຜູ້​ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳຝະ​ລັ່ງ ໄດ້​ແບ່ງ​ປັນ​ວ່າ: “ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຝ​ລັ່ງ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ໃນ​ຫລາຍ​ດ້ານ, ໃນ​ນັ້ນ​ມີ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ. ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ວັດທະນະທຳ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄຽງ​ຄູ່​ກັບ​ການ​ມີ​ສຳນັກງານ​ໃຫຍ່​ທີ່​ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ​ຢ່າງ​ຄົບ​ຖ້ວນ​ຂອງ​ສະ​ຖາ​ບັນ​ວັດທະນະທຳ​ຢູ່​ຕ່າງປະ​ເທດ ຈະ​ແມ່ນ​ເງື່ອນ​ໄຂ​ສະດວກ ​ເພື່ອ​ຜັນ​ຂະຫຍາຍ ​ແລະ ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ວັດທະນະທຳ​ຢູ່​ຝະລັ່ງ”.

ຄາດ​ວ່າໃນ​ປີ 2023 ຈະ​ແມ່ນ​ປີ​ທີ່​ໜ້າ​ຕື່ນ​ເຕັ້ນ​ເປັນ​ພິ​ເສດ ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ, ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນສັນຍາ​ປາຣີ ມຸ່ງ​ໄປ​ເຖິງຄວາມ​ສັນຕິພາບ ​ແລະ ​ເອກະລາດ​ແຫ່ງ​ຊາດຫວຽດນາມ, 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ.

ການທູດວັດທະນະທຳ ຊ່ວຍໃຫ້ຫວຽດນາມ ແລະ ຝລັ່ງ ຫຍັບເຂົ້າໃກ້ກັນ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ໄດ້​ແນະ​ນຳ​ປະ​ເພ​ນີ​ຈັດ​ຕັ້ງ​ຖາດ​ໝາກ​ໄມ້ 5 ປະ​ເພດ​. ພາບ: TTXVN

ບົນ​ຈິດ​ໃຈ​ນັ້ນ ກໍ່​ໄດ້​ວາງ​ແຜນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ບັນດາ​ລາຍການ​ແລກປ່ຽນ​ວັດທະນະທຳ, ອາຫານ, ແຟຊັນ, ທ່ອງ​ທ່ຽວ ເຊິ່ງໄດ້ປະຕິບັດແຕ່ຕົ້ນ​ປີ​ ຄື: ​​ການ​ສະ​ແດງ​ Ao Dai, ​ແນະນຳ​ເຄື່ອງ​ດົນຕີຂອງ​ບັນດາຊົນ​ເຜົ່າ, ວາງສະ​ແດງ​ບັນດາ​ຮູບ​ແຕ້ມ​ບູຊາເສັ່ນໄຫວ້ຂອງ​ຊົນ​ເຜົ່າຢາວ, ຕິດປ້າຍເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ Alexandre de Rhodes - ຜູ້ສ້າງຕົວໜັງສື; ໂຄສະນາ ​ແລະ ແນະນຳ​ວັດທະນະທຳ - ທ່ອງ​ທ່ຽວ ​ແລະ ການ​ຄ້າ​ຫວຽດນາມ ຢູ່ 2 ງານ​ວາງສະ​ແດງ​ສາກົນ ປາຣີ (​ເມສາ 2023) ​ແລະ Marseille (​​ກັນຍາ 2023); ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ ເພື່ອ​ຈັດ​ຕັ້ງ​ບັນດາ​ເຫດການ​ແນະນຳ​ວັດທະນະທຳ ​ແລະ ​ໂຄສະນາ​ການທ່ອງທ່ຽວ​ຫວຽດນາມ; ຮັກສາ​ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ເຫດການ ​ຄື: ງານ​ບຸນ​ກົງສຸນ​ຢູ່ Lyon, Festival Ici ຫວຽດນາມ ຢູ່​ເມືອງ 5 Paris, ສະມາຄົມ​ຂ່າວ​ມະນຸດສະທຳ.

ບັນດາງານ​ບຸນ​ປະ​ເພນີ​ເຊັ່ນ: ວັນບຸນ​​ປະຊາຄົມ, ວັນ​ຊາດ, ບຸນໄຫວ້ພະຈັນ ​ກໍ່​ໄດ້​ຈັດ​ຂຶ້ນໃນຂອບຂະໜາດໃຫຍ່. ນອກຈາກນັ້ນ, ສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ຍັງຈະໜູນຊ່ວຍບັນດາສະມາຄົມ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດວັນບຸນ, ບຸນປະເພນີ ແລະ ບຸນໄຫວ້ພະຈັນ ບໍ່ພຽງແຕ່ຢູ່ ປາຣີ ເທົ່ານັ້ນ ຫາກຍັງຢູ່ບັນດາທ້ອງຖິ່ນຂອງ ຝະລັ່ງ ນຳອີກ.

ການຈັດ​ຕັ້ງ​ປະຕິບັດ​ສິດສອນ​ພາສາ​ຫວຽດນາມ ຢູ່ ຝລັ່ງ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ພ້ອມ​ກັບ​ການຈັດ​ຕັ້ງ​ບັນດາ​ລາຍການ​ດົນຕີ​ຊົນ​ເຜົ່າ ​ແລະ ສິລະ​ປະ​ຍຸດ​ທະ​ສາດ​ຊົນ​ເຜົ່າ​ໃຫ້​ແກ່​ລູກ​ຫຼານ​ຂອງ​ຊຸມ​ຊົນ​ຊາວ ຫວຽດນາມ, ​ເພື່ອນ​ມິດ​ຊາວ​ຝະລັ່ງ ທີ່​ຮັກ​ແພງ​ຫວຽດນາມ, ຈາກ​ນັ້ນ ກໍ່​ໄດ້​ເປັນແປ້ນຢັນ ເພື່ອແຜ່ຂະຫຍາຍອອກສູ່​ທ້ອງ​ຖິ່ນ​ອື່ນໆ​ໃນ​ປະ​ເທດ​ຝຣັ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.