![]() | ສາຍພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ ຢືນຢັນບຸລິມະສິດຕໍ່ກັບ ຫວຽດນາມ |
![]() | ເດນມາກ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບຸກເຂົ້າສູ່ຕະຫຼາດ EU ຢ່າງເລິກເຊິ່ງກວ່າເກົ່າ |
ວັນທີ 24 ກັນຍາ ຢູ່ ນິວຢອກ (ອາເມລິກາ) ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ, ຊຸດທີ 80, ສົບທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ທ່ານ ເລຮ່ວາຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບ ທ່ານ Lars Løkke Rasmussen, ລັດຖະມົນຕີກະຊວງການຕ່າງປະເທດ ເດນມາກ.
![]() |
ທີ່ການພົບປະ. (ພາບ: baoquocte.vn) |
ໃນການພົບປະ, ລັດຖະມົນຕີ 2 ທ່ານໄດ້ເປັນເອກກະພາບກັນຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃນເວລາຈະມາເຖິງ, ໃນໂອກາດ 2 ປະເທດສະເຫຼີມສະຫຼອງຄົບຮອບ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ (1971-2026). ທ່ານ ເລຮ່ວາຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຮ່ວມມືໃນບັນດາຂົງເຂດບູລິມະສິດ ພິເສດແມ່ນການຫັນປ່ຽນເປັນສີຂຽວ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ ເດນມາກ ສືບຕໍ່ຊ່ວຍເຫຼືອ, ຂົນຂວາຍບັນດາປະເທດສະຫະພາບເອີຣົບ ທີ່ຍັງເຫຼືອຈົ່ງຮີບດ່ວນໃຫ້ສັດຕະຍາບັນຂໍ້ຕົກລົງ ກໍ່ຄືຊຸກຍູ້ໃຫ້ຄະນະກຳມະການເອີຣົບ ຮີບດ່ວນລົບລ້າງ “ບັດເລືອງ” IUU ກ່ຽວກັບ ສິນໃນນ້ຳ ຫວຽດນາມ.
ໂດຍເປັນເອກກະພາບ ກ່ຽວກັບບັນດາຂໍ້ສະເໜີນີ້, ທ່ານ Lars Løkke Rasmussen, ລັດຖະມົນຕີກະຊວງການຕ່າງປະເທດ ເດນມາກ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໝຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ເດນໝາກ ຢູ່ ພາກພື້ນ ອາຊີຕາເວັນອອກສຽງໃຕ້; ໄດ້ຢັ້ງຢືນຈະຊຸກຍູ້ວິສາຫະກິດ ເດນມາກ ເພີ່ມການລົງທຶນ ຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດຫັນເປັນສີຂຽວ.
![]() | ນັກຮຽນ ເດນມາກ ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ ຍສໝ-ສະຖານທູດ ຫວຽດນາມ ປະຈໍາ ເດນມາກ ໄດ້ຈັດຕັ້ງການຕ້ອນຮັບ ແລະ ພົບປະແລກປ່ຽນກັບຄະນະນັກຮຽນໂຮງຮຽນມັດທະຍົມປາຍ Birkerød Gymnasium ຂອງ Copenhagen 30 ຄົນ. |
![]() | ກອງປະຊຸມສໍາມະນາວິທະຍາສາດກ່ຽວກັບການສ້າງການແພດພື້ນເມືອງທີ່ປ່ຽນແປງໃໝ່, ພັດທະນາແບບຍືນຍົງ ຍສໝ - ກອງປະຊຸມໄດ້ດຶງດູດນັກຊ່ຽວຊານ, ທ່ານໝໍ ແລະ ນັກສຶກສາການແພດພື້ນເມືອງກວ່າ 60 ຄົນ. ເປົ້າໝາຍຂອງກອງປະຊຸມສໍາມະນາ ແມ່ນເພື່ອປະກອບ ສ່ວນຊຸກຍູ້ບັນດາຂໍ້ລິເລີ່ມໃໝ່ທີ່ໜ້າສົນໃຈ ແລະ ທີ່ດີ ເພື່ອຢຸດຕິການນຳໃຊ້ ແລະ ບົ່ງຢາສັດປ່າທີ່ໃກ້ຈະສູນພັນ ແລະ ຫາຍາກທີ່ຕ້ອງໄດ້ຮັບການປົກປ້ອງ. |