ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາຂັ້ນທ້ອງຖິ່ນ

07:57 | 15/09/2022

ໃນຂອບເຂດການຢ້ຽມຢາມ, ຄະນະມີການເຮັດວຽກກັບສະຖາບັນສິດທິບັດແບບອຸດສາຫະກຳ ຝລັ່ງ (INPI) ແລະ ສະຖາບັນແຫ່ງຊາດກ່ຽວກັບຕົ້ນກຳເນີດ ແລະ ຄຸນນະພາບ (INAO).

ຊຸກຍູ້ການພົວພັນສື່ມວນຊົນ ຫວຽດນາມ - ຝລັ່ງ ຊຸກຍູ້ການພົວພັນສື່ມວນຊົນ ຫວຽດນາມ - ຝລັ່ງ
ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຕ້ອນຮັບບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ຕ້ອນຮັບບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ”
ຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເຮັດວຽກຢູ່ສະຖາບັນສິດທິບັດແບບອຸດສາຫະກຳ ຝລັ່ງ (INPI) (ພາບ: TTXVN)
ຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເຮັດວຽກຢູ່ສະຖາບັນສິດທິບັດແບບອຸດສາຫະກຳ ຝລັ່ງ (INPI) (ພາບ: TTXVN)

ແຕ່ວັນທີ 9 – 12 ກັນຍາ, ຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ນຳໂດຍທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຢາງ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ບາງອົງການຂອງ ສ. ຝລັ່ງ ເພື່ອແນໃສ່ຊອກຮູ້, ແລກປ່ຽນ ແລະ ຄົ້ນຄ້ວາບົດຮຽນ, ຮູບແບບການຄຸ້ມຄອງ, ກໍ່ຄືກົນໄກນະໂຍບາຍໃນການຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ, ຊັບສິນທາງປັນຍາ, ຄຸ້ມຄອງຕົ້ນກຳເນີດ ແລະ ຄຸນນະພາບຜະລິດຕະພັນ, ສິນຄ້າຢູ່ປະເທດນີ້.

ໃນຂອບເຂດການຢ້ຽມຢາມ, ຄະນະມີການເຮັດວຽກກັບສະຖາບັນສິດທິບັດແບບອຸດສາຫະກຳ ຝລັ່ງ (INPI) ແລະ ສະຖາບັນແຫ່ງຊາດກ່ຽວກັບຕົ້ນກຳເນີດ ແລະ ຄຸນນະພາບ (INAO). ສອງຝ່າຍແລກປ່ຽນ, ແບ່ງປັນບົດຮຽນຂອງຝລັ່ງໃນການຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາລະດັບຊາດ, ກໍ່ຄືຜັນຂະຫຍາຍຢູ່ຂັ້ນເຂດ, ພາກ, ທ້ອງຖິ່ນ, ພິເສດແມ່ນວິທີການຜັນຂະຫຍາຍໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃນການອາລັກຂາ ແລະ ຫັນຊັບສິນທາງປັນຍາເປັນການຄ້າ, ກໍ່ຄືການເຄື່ອນໄຫວອາລັກຂາ, ຄຸ້ມຄອງ, ຄວບຄຸມ ຊີ້ນຳພູມສາດ ແລະ ບັນດາເອກະສານອາລັກຂາສະບັບອື່ນໆ.

ວີ​ໂອ​ວີ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ